ວັນບຸນວິສາຂະບູຊາ Vesak 2014 ບາດກ້າວພັດທະນາການເຊື່ອມໂຍງຂອງສາສະໜາພຸດຫວຽດນາມ


(vovworld)-​​ ວັນບຸນ​ວິສາຂະບູຊາ Vesak 2014 ພວມ​ດຳ​ເນ​ີນ​ແຕ່​ວັນ​ທີ 8-10/5 ຢູ່​ວັດ​ບາຍ​ດິງ, ​ແຂວງ​ນິງບິ່ງ, ດ້ວຍຫົວ​ຂໍ້ “ສາສະໜາ​ພຸດ​ປະກອບສ່ວນ​ປະຕິບັດ​ສຳ​ເລັດບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດ“.  ​ເລື່ອງ​ເປັນ​ເຈົ້າພາບ​ຈັດ​ວັນບຸນ​ວິສາຂະບູຊາ Vesak 2014  ​ຄັ້ງທີ 2 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ​ແນະນຳ​ກ່ຽວ​ກັບປະ​ເທດ​ຊາດ, ຊາວ​ຫວຽດນາມ, ພ້ອມ​ທັງ​ສະ​ແດງໃຫ້​ເຫັນ​ການ​ພັດທະນາ​ຂອງ​ສາສະໜາ​ພຸດ​ຫວຽດນາມ ​ແລະ ນະ​ໂຍບາຍ​​ເສລີ​ພາບໃນ​ການ​ເຫຼື້ອ​ມໃສ​ສາສະໜາ​ຢູ່​ຫວຽດນາມ.

ວັນບຸນວິສາຂະບູຊາ Vesak 2014 ບາດກ້າວພັດທະນາການເຊື່ອມໂຍງຂອງສາສະໜາພຸດຫວຽດນາມ - ảnh 1

 (ພາບ: http://dantri.com.vn)

   ວັນບຸນ​ວິສາຂະບູຊາ ສປຊ ​ໄດ້​ເລີ່​ມຈັດ​ຂຶ້ນ​ນັບ​ແຕ່​ປີ 2000, ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ເປັນ​ເຈົ້າພາບ​ຈັດ Vesak 2 ​ຄັ້ງ​ແລ້ວ. ​ຄັ້ງ​ທີ 1 ​ແມ່ນ​ໃນ​ປີ 2008 ​ແລະ ປີ 2014 ນີ້​ແມ່ນ​ຄັ້ງ​ທີ 2.

ວັນ​ບຸນຄັ້ງທີ 2 ຖືກ​ຈັດ​ຂຶ້ນເລີ່​ມຈາກ​ຜົນສຳ​ເລັດ​ຂອງການຈັດຕັ້ງ​ວັນ​ບຸນຄັ້ງທີ 1

  ວັນ​ບຸນ Vesak 2008 ​​ໄດ້​ເຕົ້າ​ໂຮມ​ປະມານ 100 ປະ​ເທດດ້ວຍ 600 ຄະນະ​ຜູ້​ແທນສາສະໜາ​ພຸດ ​ແລະ ມີ​ການ​ເຂົ້າຮ່ວມຂອງ​ກ່ວາ 500 ຄົນ. ຫົວ​ຂໍ້​ຕົ້ນຕໍ່​ຂອງວັນ​ບຸນ Vesak 2008 ​ແມ່ນ “ການ​ອຸ​ທິດສ່ວນ​ຂອງ​ສາສະໜາ​ພຸດ​ໃນ​ການ​ສ້າງ​ສັງຄົມ​ແຫ່ງ​ຍຸດຕິ​ທຳ, ປະຊາທິປະ​ໄຕ ​ແລະ ສີວິ​ໄລ“. ວັນ​ບຸນ Vesak 2008 ​ແມ່ນ​ເຫດການ​ສຳຄັນ​ໃນ​ປະຫວັດສາດ​ແຫ່ງ​ການ​ພັດທະນາ​ຂອງ​ສາສະໜາ​ພຸດ​ຫວຽດນາມ, ​ແມ່ນ​ໂອກາດ​ເພື່ອ​ໃຫ້ ສາສະໜາ​ພຸດ​ຫວຽດນາມ ​ໂຄສະນາ​ສານ​ແຫ່ງ​ຄວາມ​ຮັກ​ແພງ, ສັນຕິພາບ ​ແລະ ​ໄກ່​ເກ່ຍປອງ​ດອງ​ທົ່ວ​ໂລກ. ວັນ​ບຸນ Vesak 2008 ກໍ່​ຢັ້ງຢືນ​ທີ່​ຕັ້ງຂອງ ສາສະໜາ​ພຸດ​ຫວຽດນາມ ທີ່​ມີ​ຕໍ່​ສັງຄົມ​ຫວຽດ​ນາມ ກໍ່​ຄື​ປະຊາ​ຄົມ​ພຸດທະ​ສາສະໜາ​ໂລກ. ພະ​ມະຫາ​ອາຈານ​ທິກ​ຢາກ​ວາງ, ຮອງ​ປະທານ​ສະພາ​ບໍລິຫານ, ຫົວໜ້າ​ຄະນະ​ຖະ​ແຫຼ​ງຂ່າວ, ສື່ສານ, ສູນ​ກາງ​ພຸດທະ​ສາສະໜາ​ຫວຽດນາມ ​ໃຫ້​ຮູ້​ວ່າ:

     “​ສປຊ ສະໜັບສະໜູນ​ຫວຽ​ດນາມ ​ເປັນ​ເຈົ້າພາບຈັດ​ວັນ​ບຸ​ນ ວິສາຂະບູຊາ ສປຊ ຄັ້ງທີ 2, ຍ້ອນ​ວ່າ, ຈຳນວນ​ພຸດທະສາສະນິກກະ​ຊົນ​ຫວຽດນາມ ກວມ​ເອົາ​ອັດຕາ​ສ່ວນ​ຫຼາຍ​ພໍ​ສົມຄວນຢູ່​ຫວຽດນາມ ​ແລະ ​ໃນ​ພາກ​ພື້ນ. ທີ 2 ​ແມ່ນ​, ປີ 2008, ຫວຽດນາມ ​ໄດ້​ຈັດ​ວັນ​ບຸນ​ວິສາຂະບູຊາ ສປຊ ຄັ້ງທຳ​ອິດ​ສຳ​ເລັດ​ຜົນ, ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ຈົບ​ງາມ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ. ​ໃນ​ຄັ້ງນີ້, ຫວຽດນາມ ສືບ​ຕໍ່​ເປັນ​ເຈົ້າພາບ​ຈັດ Vesak 2014 ກໍ່​ເພື່ອ​ແນ່​ໃສ່​ສະ​ເດ​ງ​ໃຫ້​ເຫັນ​ບົດບາດ​ຂອງ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດ ນາມ ຕໍ່​ປະຊາ​ຄົມ ພຸດທະສາສະນິກກະ​ຊົນຢູ່​ຫວຽດນາມ ​ແລະ ​ໂລກ “

ວັນບຸນວິສາຂະບູຊາ Vesak 2014 ບາດກ້າວພັດທະນາການເຊື່ອມໂຍງຂອງສາສະໜາພຸດຫວຽດນາມ - ảnh 2

(ພາບ: http://baodautu.vn)

   ບາດກ້າວ​ພັດທະນາ​ໃໝ່​ຂອງສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ

     ວັນ​ບຸນ Vesak 2008 ​ໂດຍ​ລັດຖະບານ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດຕັ້ງຂຶ້ນ. ວັນ​ບຸນ Vesak 2014 ​ໂດຍສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ເປັນ​ເຈົ້າພາບ ​ແລະ ​ມີ​ການ​ສົມທົບ​ຂອງ​ຄະນະ​ກຳມະການ​ຈັດຕັ້ງສາກົ​ນ (ICDV). ພາກສ່ວນ​ຜູ້​ແທນ​ສາກົນເຂົ້າຮ່ວມ Vesak 2014 ຖຶກ​ເປີດ​ກ້ວາງ. ຈຳນວນ​ພະສົງ​ສາມະ​ເນັນ, ພຸດທະສາສະນິກກະ​ຊົນ​​ແມ່ນ​ຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າຮ່ວມວັນ​ບຸນ Vesak 2014 ຫຼາຍ​ກ່ວາ​ເມື່ອ​ທຽບ​ກັບ Vesak 2008. Vesak 2014 ມີ​ຫົວຂໍ້ “ສາສະໜາ​ພຸດ​ປະກອບສ່ວນ​ປະຕິບັດ​ສຳ​ເລັດ​ບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດ“ ຂອງ​ວັນ​ບຸນ Vesak 2014 ​ແມ່ນມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ​ໃນ​ສະພາບ​ທີ່​ບັນດາ​ປະ​ເທດ​ພວມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ທັງ​ດ້ານ​ເສດຖະກິດ ​ແລະ ວັດທະນະທຳ, ສັງຄົມ. ຍ້ອນ​ເຫດ​ນັ້ນ, Vesak 2014 ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ເຕົ້າ​ໂຮມຂອງ​ຜູ້​ມີ​ຍົດ​ຖາ​ບັນດາ​ສັກ, ພຸດທະສາ​ຊະນິກກະ​ຊົນ​​ເທ​ົ່ານັ້ນ, ຫາກສິ່ງ​ສຳຄັນ​ກ່ວານັ້ນ​ແມ່ນ​ໄດ້​ເຮັດ​ໃຫ້​ວັນ​ບຸນ Vesak ​​ແຜ່​ຂະຫຍາຍ​​ໃນ​ປະຊາ​ຄົມ​ພຸດທະ​ສາສະໜາ​ຢູ່​ຫວຽດນາມ ​ແລະ ສາກົນ​ອີກ​ດ້ວຍ. ພະ​ມະຫາ​ອາຈານ​ທິກ​ຢາກ​ວາງ ​ເນັ້ນໜັກ​ວ່າ:

“​ໃນການຈັດ ​ Vesak ແຕ່ລະຄັ້ງ, ພວກ​ຂ້າພະ​ເຈົ້າລ້ວນ​ແຕ່​ມີ​ຄວາມ​ປາດ​ຖະໜາ​ວ່າສານ​ແຫ່ງ​ສັນຕິພາບ, ພູມ​ປັນຍາ, ຄວາມ​ຮັກ​ແພງ​ລະຫວ່າງ​ມະນຸດ​ດ້ວຍ​ກັນ​ຕ້ອງ​ໄດ້​ແຜ່​ຂະຫຍາຍ​ຢ່າງ​ກ້ວາງຂວາງ​ເພື່ອ​ໃຫ້​ທຸກ​ຄົນຮູ້​ຈັກ​ແນວ​ຄິດ​ຂອງ​ສາສະໜາ​ພຸດ. ຜ່ານ​ນັ້ນ, ​ແຕ່ລະຄົນ​ຕ້ອງ​ມີ​ຄວາມ​ນຶກ​ຄິດ​ເພື່ອ​ດຳລົງ​ຊີວິດ​ໃຫ້​ດີ​ກ່ວາ, ​ເຮັດ​ໃຫ້​ສັງຄົມ​ມີສັນຕິພາບ, ສະ​ຫົງ​ບສຸກ. ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ, ທຸກ​ຄົນ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ຮັກສາ​ໃຫ້​ໂລກ​ນັບ​ມື້​ນັບ​ດີງາມ ​ແລະ ວັດທະນາ​ຖາວອນ​ກ່ວາເກົ່າ“.

    ວັນ​ບຸນ Vesak 2014 ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ, ຊາວ​ຫວຽດນາມ, ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​​ແມ່ນ​ໂອກາດ​ເພື່ອ​ໂຄສະນາ​ປະຫວັດສາດ, ວັດທະນະທຳ​ ຂອງສາສະໜາ​ພຸດ​ຫວຽ​ດນາມ ​ເຖິງ​ບັນດາ​ຜູ້​ແທນສາກົນ​ເຂົ້າຮ່ວມວັນ​ບຸນ​ອີກ​ດ້ວຍ. ວັນ​ບຸນ​ຍັງ​ສະ​ແດງ​ໃຫ້​ເຫັນ​ນະ​ໂຍບາຍ​​ເສລີພາບ​ໃນ​ການ​ເຫຼື້ອມ​ໃສ​, ສາສະໜາ​ຂອງ​ຫວຽດນາມ, ການ​ພັດທະນາ​ຂອງ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ປະຊາ​ຄົມ​ພຸດທະ​ສາສະໜາ​ໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ