ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ມາເລເຊຍ ໃຫ້ເລິກເຊິ່ງກ່ວາອີກ


(vovworld)-​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງທ່ານນາຍົກລັດຖະມົນຕີ ຫວຽດ ນາມ​ຫງວຽນເຕິ​ນຢຸງ, ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najip Tun Razak ​ແລະ ພັນ​ລະ​ຍາ ​ໄດ້​​ເດີນທາງມາ​ຢ້ຽມຢາມ​ຫວຽ​ດນາມ ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 3-5/4. ການ​ຢ້ຽມຢາມ​ຂອງ​ການ​ນຳ​ມາ​​ເລ​ເຊຍ ​ເພື່ອ​ແນ​ໃສ່​ປັບປຸງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ​-ມາ​ເລ​ເຊຍ, ພ້ອມ​ທັງ​ເປີ​ດບັນດາ​​ໂອກາດ​ຮ່ວມ​ມື​ໃໝ່​ລະຫວ່າງ​ສອງ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ໃນ​ຕໍ່ໜ້າ.

ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ມາເລເຊຍ ໃຫ້ເລິກເຊິ່ງກ່ວາອີກ - ảnh 1

ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najip Tun Razak

 (ພາບ: Asiatribune)

  ຫວຽດນາມ ​ແລະ ມາ​ເລ​ເຊຍ ​ໄດ້​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ນັບ​ແຕ່​ເດືອນ 3/1973. ປີ 1976, ສອງ​ປະ​ເທດ​ໄດ້​ສ້າງຕັ້ງສະຖານທູດ​ຢູ່​ນະຄອນຫຼວງ​ຂອງ​ແຕ່ລະ​ປະ​ເທດ ​ແລະ ຮອດ​ປີ 2004, ສອງ​ປະ​ເທດ​ໄດ້​ອອກ​ “ຖະ​ແຫຼ​ງການ​ຮ່ວມກ່ຽວ​ກັບ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ສັດຕະ ວັດ​ທີ 21“. ນັບ​ແຕ່​ຈຸດ​ເວລາ​ນີ້, ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງ ຫວຽດນາມ ​ແລະ ມາ​ເລ​ເຊຍ ​ໄດ້​ຮັບ​ການພັດທະນາ​ຢ່າງ​ດີງາມ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ລຽນຕິດ. ສອງ​ຝ່າຍ​ໄດ້​ຮັກສາ​ການ​ຢ້ຽມຢາມ ​ແລະ ພົບປະ​ຂັ້ນສູງ​ຄັ້ງຕ່າງໆ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ແມ່ນ​ການ​ຢ້ຽມຢາມ​ມາ​ເລ​ເຊ​ຍ ທາງລັດຖະກິດຂອງທ່ານປະທານປະເທດ ເຈືອງເຕິນຊາງ (9/2011), ທ່າ​ນນາງ​ຮອງ​ປະ​ເທດ​ປະ​ເທດ​ຫງວຽນ​ທິຢວານ ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ທົ່ວ​​ໂລກ (3/2013) ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ນັກທຸລະ ກິດທົ່ວ​​ໂລກ ຢູ່​ມາ​ເລ​ເຊຍ (10/2013)….

ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ມາເລເຊຍ ໃຫ້ເລິກເຊິ່ງກ່ວາອີກ - ảnh 2

ທ່ານປະທານປະເທດ ເຈືອງເຕິນຊາງ

ພົບ​ປະ​ກັບ​ກະສັດ​ມາ​ເລ​​ເຊຍ Abdul Halim Mu’adzam Shah

(ພາບ:TTXVN)

ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ໃນ​ທຸກ​ຂົງ​ເຂດ

   ສຳລັບ​ຫວຽດນາມ ​ແລ້ວ, ມາ​ເລ​ເຊຍ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ລາຍ​ໃຫ່ຍທີ 3 ​ໃນ​ອາ​ຊຽນ ​ແລະ ​ໃຫ່ຍອັນ​ດັບ​ທີ 9 ​ໃນ​ທົ່ວ​ໂລກ. ມາ​ຮອດ​ປະຈຸ​ບັນ, ມາ​ເລ​ເຊຍ ​ໄດ້​ລົງທຶນ​ກ່ວາ 400 ​ໂຄງການ​ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ກ່ວາ 10 ຕື້ USD. ວົງ​ເງິນ​ການ​ຄ້ານ​ສອງ​ສົ້ນ​ເພີ່ມ​ຂຶ້ນ​ຢ່າງ​ສະ​ເໝີ,ບັນລຸ 7,9 ຕື້ USD ​ໃນ​ປີ 2012, ​ເພີ່ມ​ຂຶ້ນ 16% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ 2011 ​ແລະ ສືບ​ຕໍ່​ບັນລຸ​ລະດັບ 9 ຕື້ USD ​ໃນ​ປີ 2013. ສອງ​ປະ​ເທດ​ໄດ້​ເຊັນ​ສັນຍາ​ຮ່ວມ​ມືຫຼາຍ​ສະບັບ, ສ້າງ​ເງື່ອນ​ໄຂ​ເພື່ອ​​ເປີດ​ກ້ວາງການ​ພົວພັນ​ລະຫວ່າງ​ຫວຽດນາມ-​ມາ​ເລ​ເຊຍ ໃນ​ຫຼາຍ​ຂົງ​ເຂດ. ຕີ​ລາຄາ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປະຈຸ​ບັນ, ທ່ານ ​ໂດ້ຫິ້ວ​ຮ່າວ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ-​ມາ​ເລ​ເຊຍ ຖື​ວ່າ:

     “​ການ​ຮ່ວມມື​ໃນ​ຂົງ​ເຂດ​ອຸດສາຫະກຳ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ນັບມື້​ນັບ​ໄດ້​ຮັບ​ການ​ພັດທະນາ. ຍອດ​ວົງ​ເງິນ​ການ​ຄ້າ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ພິ​ເສດ, ການ​ລົງທຶນ​ໂດຍ​ກົງ​ຂອງ​ມາ​ເລ​ເຊາ ​ເຂົ້າຫວຽດນາມ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ດ, ການທ່ອງທ່ຽວ, ກໍ່ສ້າງ​ໂຮງງານ​ອຸດສາຫະກຳ​ຢູ່​ຫວຽດນາມ. ​ໃນຂົງ​ເຂດ​ວັດ​ທະນະ​ທຳ, ​ສອງ​ປະ​ເທດ​ກໍ່​ມີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນຫຼາຍ​ຄັ້ງ. ນີ້​ແມ່ນ​ການ​ພົວພັນ​ມິດຕະພາບ ​ແລະ ສະໜິດສະໜົມ​ຢ່າງ​ແທ້​ຈິງ, ​ໂດຍ​ສະ​ເພາະ​ແມ່ນ​ປະຈຸ​ບັນ​​ໃນ​ມະຫາ​ຄອບຄົວ​ອາ​ຊຽນ, ການ​ພົວພັນ​ນີ້​ຍິ່ງ​ໄດ້​ຮັບ​ການ​ປັບປຸງ“

ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ມາເລເຊຍ ໃຫ້ເລິກເຊິ່ງກ່ວາອີກ - ảnh 3

(ພາບ: . Nguyễn Khang/TTXVN)

   ນັບ​ແຕ່​​ເມື່ອສອງ​ປະ​ເທດຍົກ​ເວັ້ນວີ​ຊາ​ໃຫ້​ພົນລະ​ເມ​ືອງຖື​ໜັງສືຜ່ານ​ແດນ​ສາມັນ (​ເມື່ອ​ເດືອນ 9/2001), ຈຳນວນ​ແຂກ​ທ່ອງ​ທ່ຽວມາ​ເລ​ເຊຍ ມາ​ ຫວຽດນາມ ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ. ຂໍ້​ຕົກລົງ​ຂັ້ນລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ລະຫວ່າງ ຫວຽດນາມ-​ມາ​ເລ​ເຊຍ ​ໄດ້​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ຄົນ​ງານ​ຫວຽດນາມ 80.000 ຄົມ​ມາ​ເຮັດ​ວຽກ​ຢູ່​ມາ​ເລ​ເຊຍ. ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ-ປ້ອງກັນ​ຄວາມ​ສະຫງົບ ​ແລະ ຂົງ​ເຂດ​ອື່ນໆ​ກໍ່​ບັນລຸ​ໄດ້​ຫຼາຍ​ຜົນງານ​ທີ່​ຕັ້ງໜ້າ.

ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຄ້າຍຄື​ກັນ

    ​ໃນນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ຕົນ, ທັງ ຫວຽດນາມ ​ແລະ ​ມາ​ເລ​ເຊຍ ລ້ວນ​ແຕ່​ມີ​ແຜນ​ນະ​ໂຍ​ບາຍ​ສ້າງ​ສະພາບ​ແວດ​ລ້ອມ​ສະຖຽນ​ລະ​ພາບ ​ແລະ ສັນຕິພາບ​ໃນ​ພາກ​ພື້ນ, ຮັບປະກັນ ​ແລະ ​ເສີມ​ຂະຫຍາຍ​ຜົນ​ປະ​ໂຫຍ​ດ​ເສດຖະກິດ​ສາກົນ​ຂອງ​ຕົນ​ຜ່ານ​ການ​ຮັດ​ແໜ້ນ​ການ​ພົວພັນ​ໂດຍ​ກົງ​ກັບ​ປະ​ເທດ​ຕ່າງໆ ຫຼື​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ກັບ​ບັນດາ​ປະ​ເທດ​ພວກ​ມພັດທະນາ ​ໂດຍ​ຜ່ານ​ການ​ສະໜັບ​ສະຫນູນຢ່າງ​ແຮງ ​ແລະ ການ​ຊຸກຍູ້​ການ​ຮ່ວມ​ມື​ໃຕ້-​ໃຕ້. ພິ​ເສດ, ສອງ​ປະ​ເທດ​ຖື​ການ​ຊຸກຍູ້​ການ​ພົວພັນ​ກັບປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ ເປັນ​ສຳຄັນ​ທີ່​ສຸດ. ທ່ານ Dato Azmil Zabidi ​ເອກ​ອັກຄະ​ລັດຖະທູດມາ​ເລ​ເຊຍ ປະຈຳ ຫວຽດນາມ ​ເນັ້ນໜັກ​ວ່າ:

     “​ພວກ​ຂ້າພະ​ເຈົ້າມີ​ການ​ຮ່ວມ​ມື​ນຳ​ກັນ​ໃນ​ອາ​ຊຽນ ຢ່າງ​ແໜ້ນ​ແຟ້ນ. ຂ້າພະ​ເຈົ້າຖື​ວ່າ, ການ​ຮ່ວມ​ມື​ນີ້​ໄດ້​ນຳ​ມາ​ເຊິ່ງບັນດາ​ຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ໃຫ້​ແກ່​ອາ​ຊຽນ, ບໍ່​ພຽງ​ແຕ່​ໄດ້​ປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ​ຢ່າງ​ບໍ່​ຢຸດ​ຢັ້ງເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ, ​ເພື່ອ​ຈຸດປະສົງມຸ້ງ​ໄປ​ສູ່​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ແຫ່ງ​ສາມັກຄີ, ວັດທະນາ​ຖາວອນ​ໃນ​ປີ 2015 ອີກ​ດ້ວຍ“.

    ບົນ​ພື້ນຖານ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ ຫວຽດນາມ-​ມາ​ເລ​ເຊຍ, ການຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ ທ່ານ​ນາຍົກລັດຖະ ມົນຕີມາ​ເລ​ເຊຍ  Najip Tun Razak ​ແມ່ນ​ໂອກາດ​ເພື່ອ​ໃຫ້ການ​ນຳ​ສອງ​ປະ​ເທດ​ປຶກສາ​ຫາລືບັນດາ​ມາດ​ຕະການ​ເຮັດ​ໃຫ້ການ​ພົວພັນ​ສອງ​ຝ່າຍ​ເລິກ​ເຊິ່ງຂຶ້ນ​ຕື່ມ, ປຶກສາ​ຫາລື​ທິດທາງ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ​ແຮງ​ງານ; ພ້ອມ​ທັງ​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ຊື່​ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ./.

ຕອບກັບ

ຂ່າວ/ບົດ​ອື່ນ