ຫວນຄືນໝາກຜົນແຫ່ງການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາໃນປີ 2013


ປີ 2013, ຫວຽດນາມ ແລະ ອາເມລິກາໄດ້ສ້າງຂອບເຂດການພົວພັນຄູ່ຮ່ວມມື ຮອບດ້ານ. ເຫດການນີ້ບໍ່ພຽງແຕ່ສ້າງທ່ວງທ່າໃຫ້ແກ່ບັນດາກົນໄກຮ່ວມມື 2 ຝ່າຍເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ອາຊີປາຊີຟິກ ແລະ ໃນໂລກອີກດ້ວຍ.

ຫວນຄືນໝາກຜົນແຫ່ງການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາໃນປີ 2013 - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງພົບປະກັບ ປະທານາທິບໍດີອາເມລິກາ Obama ຢູ່ທຳນຽບຂາວເມື່ອ​ເດືອນ 7/2013
 (ພາບ: TTXVN)

      ປີ 2013, ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ລະຫວ່າງ 2 ປະ​ເທດ ​ໄດ້​ດຳ​ເນີນ​ຢ່າງ​ຕໍ່​ເນື່ອງ. ບັນດາ​ການ​ນຳ​ສູງ​ສຸດ​ຂອງ​ຫວຽດນາມ ຄື​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕ່າງ​ກໍ​ມີ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ. ກົງກັນຂ້າມ, ຮ່າ​ໂນ້ຍກໍ​ໄດ້​ຕ້ອນຮັບ​ເຈົ້າໜ້າ​ທີ່​ຂັ້ນສູງ​ຫຼາຍ​ທ່ານ​ຂອງ​ອາ​ເມ​ລິ​ກາ ຄື ລັດຖະມົນຕີກະຊວງ​ການ​ເງິນ, ລັດຖະມົນຕີກະຊວງ​ສາທາລະນະ​ສຸກ, ຜູ້ຕາງໜ້າ​ການ​ຄ້າ, ຮອງ​ທີ​ປຶກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ຜູ້​ບັນຊາ​ການ​ກຳລັງ​ທະຫານ​ຮັບຜິດຊອບ​ພາກ​ພື້ນ​ປາຊີ​ຟິກ ​ແລະ ​ໃນ​ມໍ່ໆ​ມາ​ນີ້ ​ແມ່ນ ລັດຖະມົນຕີການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ John Kerry. ການ​ຢ້ຽມຢາມ​ເຫຼົ່າ​ນັ້ນ, ປະກອບສ່ວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງຢ່າງສູງ, ​ເປີດ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ໃນ​ຫຼາຍ​ຂົງ​ເຂດ. ພິ​ເສດ, ດ້ວຍ​ການສ້າງຂອບເຂດການພົວພັນ ຄູ່ຮ່ວມມື ຮອບດ້ານ, ປີ 2013 ​ໄດ້​ກາຍ​ເປັນ​ຫຼັກ​ໝາຍ​ທີ່​ສຳຄັນ​ໃນ​ການ​ພົວພັນ ຫວຽດນາມ ແລະ ອາເມລິກາ.

   ບາດກ້າວ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​

   ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດຫວຽດນາມ ປະຈຳ ອາເມລິກາ​ແລ້ວ, ພາຍຫຼັງ​ທີ່​ໄດ້​ສ້າງ​ການ​ພົວພັນ​ເປັນ​ເປັນ​ປັກ​ກະຕິ​​ເປັນ​ເວລາ 18 ປີ, ຫວຽດນາມ ແລະ ອາເມລິກາ ​ໄດ້​ກ້າວ​ເດີ​ນບົນ​ເສັ້ນທາງ​ທີ່​ຍາວ​ໄກ​ໃນ​ການ​ຮ່ຳ​ບາດ​ແຜ​ສົງຄາມ ​ແລະ ສ້າງຂອບເຂດການພົວພັນທີ່​ໄວ້​ເນື້ອ​ເຊື່ອ​ໃຈ. ​ແຕ່​ເພື່ອ​ມີ​ກົນ​ໄກ​ຮ່ວມ​ມື​ເປັນ​ປົກກະຕິ ​ແລະ ຍາວ​ນານ​ນັ້ນ, ກໍ​ຄວນສ້າງຂອບເຂດການພົວພັນ​ໃໝ່ ​ແລະ ສິ່ງ​ນີ້​ໄດ້​ຮັບ​ການ​ປະຕິບັດ​ສຳ​ເລັດ​ຈາກ 2 ປະ​ເທດໃນ​ປີ 2013. ດ້ວຍ​ຄຳ​ຖະ​ແຫຼ​ງ ສ້າງຂອບເຂດການພົວພັນຄູ່ຮ່ວມມື ຮອບດ້ານ ຫວຽດນາມ ແລະ ອາເມລິກາ ຢ່າງ​ເປັນ​ທາງ​ການ ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມອາເມລິກາ ຂອງ ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ເມື່ອ​ເດືອນ 7/2013, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ຢ່າງ​ແທ້​ຈິງ. ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຫວຽດນາມ ປະຈຳອາເມລິກາ ຫງວຽນ​ກ໋ວກ​ເກືອ​ງ ຢືນຢັນ​ວ່າ : 

    “ ພາຍຫຼັງທີ່ 2 ປະ​ເທດ​ໄດ້ສ້າງຂອບເຂດການພົວພັນຄູ່ຮ່ວມມື ຮອບດ້ານນັ້ນ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້​ມີ​ບັນດາ​ບາດກ້າວ​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ​ໃນ​ຫຼາຍ​ຂົງ​ເຂດ​ຈາກ​ການ​ເມືອງ, ການ​ພົວພັນ​ຕ່າງ​ປະ​ເທດ ຕະຫຼອດ​ຮອດ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ວິທະຍາສາດ​ເຕັກນິກ, ການ​ສຶກສາ.....ທາງ​ດ້ານ​ເສດຖະກິດ​ການຄ້າ, 2 ປະ​ເທດ​​ໄດ້​ພວມ​ພ້ອມ​ກັບ 10 ປະ​ເທດ​ອື່ນ​ດຳ​ເນີນ​ການ​ເຈລະຈາ ​ເພື່ອ​ສຳ​ເລັດ​ສັນຍາ​ການ​ຄ້​າຂ້າມ​ປາຊີ​ຟິກ TPP ​ໂດຍ​ໄວ. ຂົງ​ເຂດ​ການ​ຄ້າ​ລະຫວ່າ​ງ 2 ປະ​ເທດ​ກໍ​ໄດ້​ມີ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​. ທາງ​ດ້ານ ວິທະຍາສາດ​ເຕັກນິກ, ​ໃນ​ມໍ່​ໆ​ມາ​ນີ້, ລັດຖະມົນຕີການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ແລະ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ​ໄດ້​ເຊັນ​ຫຍໍ້ ສັນຍາ 123, ອັນ​ໄດ້​ເປີດ​ແງ່​ຫວັງ​ແຫ່ງ​ການ​ຮ່ວມ​ມື​ທີ່​ດີ​ກ່ວາ​ອີກ​ລະຫວ່າງ ຫວຽດນາມ ແລະ ອາເມລິກາ​ໃນ​ຂົງ​ເຂດ​ໄຟຟ້າ​ນິວ​ເຄຼຍພົນລະ​ເຮືອນ ”

    ທາງ​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ປະຈຸ​ບັນ​ທາງ​ຝ່າຍ ອາເມລິກາ​ພວມ​ສົມທົບ​ກັບຫວຽດນາມຢ່າງຕັ້ງໜ້າ​ເພື່ອ​ສ້າງ​ຕັ້ງ​ມະຫາວ​ິທະຍາ​ໄລ​ແຫ່ງ​ໜຶ່ງ. ປີ 2013, ຈຳນວນ​ນັກຮຽນ, ນັກ​ສຶກສາ​ຫວຽດນາມ​ທີ່​ສຶກສາ​ຮ່ຳຮຽນ​ຢູ່​ອາ​ເມ​ລິ​ກາ ສືບ​ຕໍ່​ເພີ່ມ​ຂຶ້ນ ​ແລະ ຫວຽດນາມ​ໄດ້​ກາຍ​ເປັນ​ປະ​ເທດ​ສົ່ງ ນັກຮຽນ, ນັກ​ສຶກສາ​ໄປ​ຮຽນ​ຢູ່​ອາ​ເມ​ລິ​ກາ​ຫຼາຍ​ກ່ວາ​ໝູ່​ເມື່ອ​ທຽບ​ໃສ່ 10 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ໃນ​ການ​ເດີນທາງ​ຢ້ຽມຢາມ​ຫວຽດນາມ​ເມື່ອ​ເດືອນ 12/2013, ລັດຖະມົນຕີການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ John Kerry ​ໄດ້​ເນັ້ນ​ໜັກ​ວ່າ : 

    “  ການ​ສຶກສາ ​ແລະ ບຳລຸງ​ສ້າງ, ​ໃຫ້​ບຸລິມະສິດ​ພັດທະນາ​ການ​ພົວພັນ​ລະຫວ່າງ​ມະນຸດ​ດ້ວຍ​ກັນ, ນີ້​ແມ່ນ​ພື້ນຖານ​ທີ່​ໝັ້ນ​ແກ່ນ​ໃຫ້​ແກ່ ການພົວພັນ ຄູ່ຮ່ວມມືຮອບດ້ານ ຫວຽດນາມ ແລະ ອາເມລິກາ. ປະຈຸ​ບັນ​ມີນັກຮຽນ, ນັກ​ສຶກສາຫວຽດນາມ​ກ່ວາ 16.000 ຄົນ​ພວມ​ຮ່ຳຮຽນ​ຢູ່​ອາ​ເມ​ລິ​ກາ. ​ໂຄງການ​ທຶນ​ສຶກສາ Fullbright ພວມ​ແມ່ນ​ພະຍານຫຼັກຖານຢ່າງ​ສຳ​ເລັດ​ຜົນ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການ​ສຶກສາລະ​ຫວ່າງ 2 ປະ​ເທດ ​ແລະ ພວກ​ຂ້າ​ພະ​​ເຈົ້​າພວມ​ກ້າວ​ໄປ​ເຖິງການ ສ້າງ​ຕັ້ງ​ມະຫາວ​ິທະຍາ​ໄລ​ແຫ່ງ​ໜຶ່ງ​ຢູ່​ຫວຽດນາມ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ”

     ​ເບິ່ງຄື​ວ່າ​ໃນ​ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ໂລກ​ນັ້ນ, ​ ​ບໍ່​ມີ​ສາຍພົວ ພັນ​ໃດ ແມ່ນບໍ່​ມີ​ບັນຫາ. ການ​ພົວພັນ ຫວຽດນາມ ແລະ ອາເມລິກາ ກໍ​ເຊັ່ນ​ນັ້ນ. ປະຈຸ​ບັນ, ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ລະຫວ່າງ 2 ປະ​ເທດ ຊຶ່ງ​ເຄີຍ​ຖືກ​ເຕື້ອງ​ເຖິງ​ຫຼາຍ​ກ່ວາ​ໝູ່, ນັ້ນ​ແມ່ນ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ບັນຫາ​ປະຊາທິປະ​ໄຕ, ສິດທິ​ມະນຸດ, ກ່ຽວ​ກັບ​ບັນດາ​ຮົ້ວ​ກີດຂວາງ​ດ້ານ​ພາສີ​ໃນ​ການ​ຄ້າ. ​ແຕ່​ບັນດາ​ການ​ນ​ຳ 2 ຝ່າຍ​ໄດ້​ເຫັນ​ດີ​ຕໍ່​ວິທີ​ການ​ແກ້​ໄຂ​ທີ່​ດີ​ທີ່​ສຸດ​ສຳລັບ​ບັນດາ​ຄວາມ​​ແຕກ​ຕ່າງກັນ​ນີ້ ​ແມ່ນ​ຕ້ອງ​ຜ່ານ​ການ​ສົນທະນາ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຮັດ​ແຄບ​ຄວາມ​ແຕກ​ຕ່າງ​ກັນ.

    ພ້ອມ​ກັນ​ຮ່ວມ​ມື ​ແລະ ພັດທະຍາ

  ບັນດາ​ຄວາ​ມມານະ​ພະຍາຍາມ​ທີ່​ໄດ້​ຮັບ​ການ​ເພີ່ມ​ພຸນຄູນ​ສ້າງ​ໄດ້​ຊ່ວຍ​ພາ​ໄປ​ເຖິງ​ໝາກຜົນ​ແຫ່ງ​ການ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ​ເມື​ອ່​ເດືອນ 7/1995.  18 ປີຜ່ານ​ມາ, ດ້ວຍ​ຈິດ​ໃຈ “ ບໍ່​ເວົ້າ​ເຖິງ​ອະດີດ, ມຸ່ງ​ໄປ​ສູ່​ອະນາຄົດ”, ຫວຽດນາມ ແລະ ອາເມລິກາ ອີກ​ເທື່ອ​ໜຶ່ງ​ໄດ້​ສ້າງ​ສິ່ງ​ທີ່​ມະຫັດສະຈັນ​ຂະນະ​ທີ່​ເປັນ​ຄັ້ງ​ທຳ​ອິດ​ໄດ້ ສ້າງຂອບເຂດການພົວພັນຄູ່ຮ່ວມມື ຮອບດ້ານລະຫວ່າງ 2 ຝ​່າຍ. ນີ້​ກໍ​ແມ່ນ​ກຳລັງ​ໜູນ​ໃຫ້​ແກ່​ການພົວພັນ​ລະຫວ່າງ ຫວຽດນາມ ແລະ ອາເມລິກາ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ​ໃນ​ການ​ແລກປ່ຽນ​ກັບ​ນັກ​ຂ່າວ VOV ​​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ​ຫວຽດນາມເມື່ອ​ເດືອນ 12/2013, ລັດຖະມົນຕີການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ John Kerry ​ເປີດ​ເຜີຍ​ວ່າ : 

     “ ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແທ້​ຈິງ​ເມື່ອ​ມາ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ຕ່າງໆ, ນັບ​ແຕ່​ເມື່ອ​ເຮັດ​ວຽກ​ນຳ​ກັນ​ເພື່ອ​ຍົກ​ເລີກ​ຄຳ​ສັ່ງ​ຂວຳ້ບາດ, ສ້າງ​ການ​ພົວພັນ​ເປັນ​ປົກກະຕິ ​ແລະ ປະຈຸ​ບັນ​ແມ່ນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ​ປະ​ເທດ​ເພື່ອ​ພ້ອມ​ກັນ​ກ້າວ​ສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ. ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຂອງອາເມລິກາ ​ແລະ ພວກ​ຂ້າພະ​ເຈົ້າ​ໝັ້ນ​ໝາຍ​ຊຸກຍູ້​ສາຍ​ພົວພັນ​ນີ້​ໃນ​ໄລຍະ​ທີ່​ຈະ​ເຖິງ”

     ຫວນ​ຄືນ​ປະຫວັດສາດ​ແຫ່ງການ​ພົວພັນ​ລະຫວ່າງ​ 2 ປະ​ເທດ, ອາດ​ຈະ​ເຫັນ​ໄດ້​ວ່າ ວິວັດທະນາ​ການ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ ​ແມ່ນ​ບໍ່​ອາດ​ສາມາດ​ດຳ​ເນີ​ນໄປ ຖ້າ​ຫາກ​ຂາດ​ແຄນ​ບັນດາ​ການ​ສົນທະນາ​ຢ່າງ​ຈິງ​​ໃຈລະຫວ່າງ​ອຳນາດ​ການ​ປົກຄອງ 2 ປະ​ເທດ, ​ເຖິງ​ວ່າ​ນັ້ນ​ແມ່ນ​ບັນຫາ​ສະດຸ້ງ​ໄວ​ກໍ​ຕາມ. ການພົວພັນ ຄູ່ຮ່ວມມືຮອບດ້ານ ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເມື​ອ່ປີ 2013 ​ແມ່ນ​ພື້ນຖານ​ເພື່ອ​ໃຫ້ການ​ພົວພັນ ຫວຽດນາມ ແລະ ອາເມລິກາ ສືບ​ຕໍ່​ສ້າງ​ບັນດາ​ຜົນງານ​ໃໝ່

ຕອບກັບ

ຂ່າວ/ບົດ​ອື່ນ