ຫວຽດນາມ: ສະຖານທີ່ແຫ່ງຄວາມສາມາດບົ່ມຊ້ອນເພື່ອດຶງດູດ FDI ແລະແຂກທ່ອງທ່ຽວສາກົນ

(VOVWORLD) - ບັນດາສັນຍານທີ່ດີດັ່ງກ່າວຈະສ້າງກຳລັງແຮງໃຫ້ແກ່ບັນດາໝາກຜົນທີ່ໃຫຍ່ຫຼວງກວ່າ ແລະຄວາມຕັດສິນໃຈຟື້ນຟູ ແລະພັດທະນາເສດຖະກິດຂອງ ຫວຽດນາມ.
ຫວຽດນາມ: ສະຖານທີ່ແຫ່ງຄວາມສາມາດບົ່ມຊ້ອນເພື່ອດຶງດູດ FDI ແລະແຂກທ່ອງທ່ຽວສາກົນ - ảnh 1(ພາບປະກອບ: baodautu.vn)

ຕາມຕົວເລກຫຼ້າສຸດຂອງກົມໃຫຍ່ສະຖິຕິ ຫວຽດນາມແລ້ວ, ໄລ່ຮອດກາງເດືອນ ສິງຫາ ປີ 2023 ນີ້, ຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນຢູ່ຫວຽດນາມບັນລຸກວ່າ 18 ຕື້ USD, ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ຄຽງຄູ່ກັນນັ້ນ, ໃນເດືອນ ກໍລະກົດ ຜ່ານມາກໍ່ແມ່ນເດືອນທຳອິດທີ່ຂະແໜງທ່ອງທ່ຽວ ຫວຽດນາມໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນຫຼາຍກວ່າ 1 ລ້ານເທື່ອຄົນ ນັບແຕ່ເດືອນ ມີນາ ປີ 2022 ເມື່ອເປີດປະຕູພາຍຫຼັງໂລກລະບາດ Covid – 19 .

ບັນດາສັນຍານທີ່ດີດັ່ງກ່າວຈະສ້າງກຳລັງແຮງໃຫ້ແກ່ບັນດາໝາກຜົນທີ່ໃຫຍ່ຫຼວງກວ່າ ແລະຄວາມຕັດສິນໃຈຟື້ນຟູ ແລະພັດທະນາເສດຖະກິດຂອງ ຫວຽດນາມ.

ສັນຍານຕັ້ງໜ້າຂອງ FDI

          ຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດສືບຕໍ່ນຳໜ້າບັນຊີລາຍຊື່ FDI. ບັນດາທີ່ຕັ້ງຕໍ່ໄປແມ່ນຂຶ້ນກັບຂະແໜງອະສັງຫາລິມະຊັບ, ການເງິນ, ການທະນາຄານ, ວິທະຍາສາດ ເຕັກໂນໂລຊີ…

ຢູ່ຫາຍຟ່ອງ, ມີນັກລົງທຶນຈຳນວນໜຶ່ງໄດ້ເພີ່ມທຶນພາຍຫຼັງເຄື່ອນໄຫວເປັນໄລຍະໜຶ່ງ, ປະກອບສ່ວນນຳທ້ອງຖິ່ນນີ້ຢືນອັນດັບ 2 ໃນທົ່ວປະເທດ ກ່ຽວກັບແຫຼ່ງທຶນ FDI ດ້ວຍຍອດເງິນລົງທຶນຈົດທະບຽນກວ່າ 2 ຕື້ USD,ເພີ່ມຂຶ້ນ 96,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ທ່ານ Chen Chi Liang, ຜູ້ອຳນວຍການໃຫຍ່ບໍລິສັດ Pegatron ຫວຽດນາມຈຳກັດ, ໃຫ້ຮູ້ວ່າ, ພາຍຫຼັງສຳຫຼວດຫຼາຍແຫ່ງ, ວິສາຫະກິດໄດ້ຕັດສິນໃຈເລືອກເອົາ ຫາຍຟ່ອງ ເພື່ອກໍ່ສ້າງໂຮງງານແຫ່ງທີ 14 ໃນທົ່ວໂລກ:

ພວກຂ້າພະເຈົ້າໄດ້ຮັບການສະໜັບສະໜູນຈາກຄະນະຄຸ້ມຄອງເຂດເສດຖະກິດຫາຍຟ່ອງ. ໃນເວລາສັ້ນໆ, ພວກຂ້າພະເຈົ້າໄດ້ກໍ່ສ້າງໂຮງງານສຳເລັດແລະໄດ້ນຳເຂົ້າໃຊ້ການ. ປະຈຸບັນ, ພວກຂ້າພະເຈົ້າມີແຜນສືບຕໍ່ເປີດກວ້າງການລົງທຶນຢູ່ຫາຍຟ່ອງ. ບາງລູກຄ້າຢູ່ເອີຣົບແລະອາເມລິກາກໍໄດ້ມາປຶກສາຫາລືກ່ຽວກັບການຮ່ວມມືກັບພວກຂ້າພະເຈົ້າແລະເຂົາເຈົ້າໄດ້ມີຄວາມສົນໃຈເຖິງລະບົບສະຫນອງເຄື່ອງເອເລັກໂຕນິກແລະຮ່ວມມືເພື່ອພ້ອມກັນພັດທະນາ.

          ໃນຂະນະນັ້ນ, ແຂວງ ກວາງນິງ ສືບຕໍ່ແມ່ນສະຖານທີ່ຂອງບັນດາໂຄງການ FDI ລຸ້ນໃໝ່. ທ້າຍເດືອນມິຖຸນາ ຜ່ານມາ, ແຂວງກວາງນິງ ໄດ້ມອບໃບຢັ້ງຢືນການລົງທຶນໃຫ້ 2 ໂຄງການໃໝ່ຂອງກຸ່ມບໍລິສັດ Foxconn ດ້ວຍຍອດເງິນລົງທຶນກວ່າ 246 ລ້ານ USD. ທ່ານ Komoto Tomoshi, ຜູ້ອຳນວຍການໃຫຍ່ບໍລິສັດ Castem Vietnam ຈຳກັດ, ຢູ່ແຂວງ ກວາງນິງ, ຢືນຢັນວ່າ:

          “ພວກຂ້າພະເຈົ້າເລືອກເອົາແຂວງ ກວາງນິງ, ຫວຽດນາມ ຍ້ອນມີທ່າໄດ້ປຽບຫຼາຍຢ່າງ, ຄື: ຢູ່ໃກ້ກັບສະໜາມບິນ, ທ່າກຳປັ່ນ, ແທດເໝາະກັບການຜະລິດ ແລະ ສົ່ງອອກ. ຍິ່ງໄປກວ່ານັ້ນ, ພວກຂ້າພະເຈົ້າກໍ່ໄດ້ຊອກຮູ້ ແລະ ຮູ້ວ່າຜູ້ອອກແຮງງານຊາວ ຫວຽດນາມ ຕັ້ງໃຈເຮັດວຽກ ແລະ ມີຄວາມດຸໝັ່ນ. ພິເສດ, ສະພາບແວດລ້ອມແຫ່ງການລົງທຶນຢູ່ ກວາງນິງ ທີ່ອຳນວຍຄວາມສະດວກ ກໍ່ແມ່ນທ່າໄດ້ປຽບຢ່າງໃຫຍ່ຫຼວງເພື່ອໃຫ້ພວກຂ້າພະເຈົ້າຕັດສິນລົງທຶນຍາວນານ.

          ປະຈຸບັນ, ສ.ເກົາຫຼີ ແມ່ນຄູ່ຮ່ວມມືລົງທຶນທີ່ນຳໜ້າຂອງຫວຽດນາມ ດ້ວຍຍອດທຶນຈົດທະບຽນແມ່ນກວ່າ 80 ຕື້ USD. ສິ່ງພິເສດແມ່ນ, ລະດັບຄວາມໄວໃນການລົງທຶນຂອງ ສ.ເກົາຫຼີ ຢູ່ ຫວຽດນາມ ສືບຕໍ່ໄດ້ຮັກສາ ແລະ ເຕີບໂຕ, ນັບທັງໃນໄລຍະທີ່ຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19. ມີວິສາຫະກິດສ.ເກົາຫຼີ 9.200 ກວ່າແຫ່ງລົງທຶນໂດຍກົງຈາກຕ່າງປະເທດ (FDI) ພວມເຄື່ອນໄຫວໃນບັນດາຂົງເຂດອຸດສາຫະກຳ - ກໍ່ສ້າງ, ກະສິກຳ, ທ່ອງທ່ຽວ, ສົ່ງອອກ... ຢູ່ ຫວຽດນາມ. ເມື່ອຕີລາຄາສູງຄວາມສາມາດລົງທຶນຢູ່ຫວຽດນາມ, ທ່ານ Hong Sun, ຮອງປະທານສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ (Kocharm) ປະຈຳ ຫວຽດນາມ ຢືນຢັນວ່າ:

          “ກ່ອນທີ່ ພະຍາດໂຄວິດ-19 ແຜ່ລະບາດ, ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດທີ່ມີສະພາບແວດລ້ອມແຫ່ງການລົງທຶນທີ່ໜ້າສົນໃຈ, ບໍ່ພຽງແຕ່ສຳລັບ ສ.ເກົາຫຼີ ເທົ່ານັ້ນ ຫາກຍັງແມ່ນຫຼາຍປະເທດໃນທົ່ວໂລກອີກດ້ວຍ. ປະຈຸບັນ, ບັນດານັກລົງທຶນເວົ້າລວມ ແລະ ບັນດານັກລົງທຶນ ສ.ເກົາຫຼີ ເວົ້າສະເພາະ ໄດ້ສົນໃຈເປັນພິເສດ ແລະ ພວມສືບຕໍ່ລົງທຶນ ແລະ ເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ. ພວກຂ້າພະເຈົ້າຫວັງວ່າ ຫວຽດນາມ ແລະ ສ.ເກົາຫຼີ ຈະສືບຕໍ່ຮ່ວມມືເພື່ອພ້ອມກັນສືບຕໍ່ຮ່ວມມືໃຫ້ບັນລຸຜົນສຳເລັດ.

ສະຖານທີ່ລົງທຶນທີ່ໃກ້ຊິດສະໜິດສະໜົມ, ປອດໄພ

          ໃນຂົງເຂດການທ່ອງທ່ຽວ, ເດືອນກໍລະກົດປີ 2023 ນີ້ ກໍ່ແມ່ນເດືອນທໍາອິດທີ່ຂະແໜງທ່ອງທ່ຽວຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 1 ລ້ານເທື່ອຄົນນັບຕັ້ງແຕ່ເມື່ອເປີດປະຕູໃນເດືອນມີນາປີ 2022, ຍົກຈໍານວນແຂກທ່ອງທ່ຽວສາກົນມາຍັງຫວຽດນາມໃນ 7 ເດືອນຕົ້ນປີບັນລຸເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 7 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

          ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ ກໍ່ຍ້ອນລັດຖະບານ ຫວຽດນາມ ໄດ້ຖືການທ່ອງທ່ຽວເປັນສຳຄັນໃນການພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນແຜນນະໂຍບາຍເຊື່ອມຕໍ່ການພັດທະນາການທ່ອງທ່ຽວຕິດພັນກັບຂະແໜງອຸດສາຫະກຳວັດທະນະທຳ ປະດິດຄິດສ້າງ. ຕົວຢ່າງຄື, 2 ລາຍການເຊິ່ງໄດ້ຈັດຂຶ້ນຢູ່ ຫວຽດນາມ ແມ່ນກຸ່ມນັກຮ້ອງ Black Pink ຂອງ ສ.ເກົາຫຼີ ໄດ້ສ້າງເງື່ອນໄຂໃຫ້ ຫວຽດນາມພັດທະນາການທ່ອງທ່ຽວ ອຸດສາຫະກຳ ວັດທະນະທຳ, ຢັ້ງຢືນຄວາມສາມາດໃນການຈັດຕັ້ງບັນດາເຫດການໃຫຍ່ຂອງ ຫວຽດນາມ. ຫຼືລາຍການ “Let's Feast Vietnam”, ລາຍການໂທລະພາບ reality TV “Made in Vietnam” ສົມທົບກັບການໂຄສະນາວັດທະນະທໍາ, ທ່ອງທ່ຽວ ແລະ ອາຫານການກິນຂອງຫວຽດນາມ ໄປທົ່ວເຂດ ອາຊີ, ຜ່ານເຄືອຂ່າຍສື່ສັງຄົມ. ຕາມຂໍ້ສັງເກດຂອງຊາວຕ່າງປະເທດຫຼາຍຄົນທີ່ພວມດຳລົງຊີວິດຢູ່ ຫວຽດນາມ ມາເປັນຫຼາຍປີແລ້ວ, ຫວຽດນາມ ແມ່ນປະເທດນ້ອຍ ແຕ່ມີຫຼາຍສິ່ງທີ່ບໍ່ແມ່ນປະເທດໃດກໍ່ມີ, ພິເສດແມ່ນທາງດ້ານວັດທະນະທຳທີ່ເປັນຫຼາຍຮູບຫຼາຍແບບ. ທ່ານເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ Saadi Salami ໃຫ້ຮູ້ວ່າ:

          “ເມື່ອກ່ອນນີ້, ທຸກຄົນລ້ວນແຕ່ຮູ້ຈັກ ຫວຽດນາມ ຜ່ານສົງຄາມ, ແຕ່ປະຈຸບັນ, ຜູ້ໃດກໍ່ຢາກຊອກຮູ້ກ່ຽວກັບ ຫວຽດນາມ ຜ່ານການພັດທະນາເສດຖະກິດ - ສັງຄົມ ແລະ ຜ່ານບັນດາສະຖານທີ່ທ່ອງທ່ຽວທີ່ສວຍງາມ. ສະນັ້ນ, ຫວຽດນາມ ຄ່ອຍໆກາຍເປັນທາງເລືອກທີ່ສຳຄັນສຳລັບຊາວຕ່າງປະເທດຫຼາຍຄົນ.

          ໃນສະພາບທີ່ໂລກສືບຕໍ່ມີການຜັນແປທີ່ສັບສົນ ແລະ ຂາດສະຖຽນລະພາບຫຼາຍຢ່າງ, ອັນໄດ້ສົ່ງຜົນສະທ້ອນບໍ່ໜ້ອຍເຖິງຫວຽດນາມນັ້ນ, ແຕ່ບັນດາສັນຍານຕັ້ງໜ້າທາງດ້ານເສດຖະກິດຂອງ ຫວຽດນາມ ນັບແຕ່ຕົ້ນປີມາຮອດປະຈຸບັນ, ຜ່ານບັນດາຕົວເລກລະອຽດ, ນັ້ນແມ່ນກຳລັງໜູນທີ່ສຳຄັນເພື່ອໃຫ້ ຫວຽດນາມ ສືບຕໍ່ຂະຫຍາຍຕົວຢ່າງກະໂດດຂັ້ນໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ