ເສີມຂະຫຍາຍບົດບາດຂອງສະມາຄົມຊາວກະສິກອນຫວຽດນາມ ໃນພາລະກິດສ້າງສາປະເທດຊາດ

  (vovworld)- ດ້ວຍ​ຫົວ​ເລື່ອງ “ສາມັກຄີ-​ປ່ຽນ​ໃໝ່-​ເປັນ​ເຈົ້າການ-​ເຊື່ອມ​ໂຍງ-​ພັດທະນາ​ແບບ​ຍືນ​ຍົງ”, ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ຄັ້ງທີ 6 ອາຍຸ​ການ 2013-2018 ​ໄດ້​ອັດ​ລົງ​ໃນ​ວັນ​ທີ 3/7 ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ໃຫ່ຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳນົງ, ຄວາມ​ມຸ້ງຫວັງ ​ແລະ ພູມ​ປັນຍາ​ຂອງ​ພະນັກງານ, ສະມາຊິກ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ​ໃນ​ການ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ການ​ປະຕິວັດ, ປະກອບສ່ວນ​ສຳຄັນ​ໃນ​ການ​ປະຕິບັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

ເສີມຂະຫຍາຍບົດບາດຂອງສະມາຄົມຊາວກະສິກອນຫວຽດນາມ ໃນພາລະກິດສ້າງສາປະເທດຊາດ - ảnh 1

ບັນດາຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫ່ຍ

(ພາບ:baoninhbinh.org.vn)

  ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ຄັ້ງທີ 6 ອາຍຸ​ການ 2013-2018 ​ໄດ້ດຳ​ເນີນ​ໄປ​ໃນ​ຈຸດ​ເວລາ​ທີ່​ຫວຽດນາມ ພວມ​ສຸມ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ຊື່​ງ​ໄດ້​ຮຽກຮ້ອງ​ໃຫ້ສະມາຄົມ​ຊາວ​ກະສິກອນ​ຂັ້ນຕ່າງໆ​ຕ້ອງ​ປະຕິບັດໜ້າ​ທີ່​ໃຫ້​ດີ​ກ່ວາອີກ, ສືບ​ຕໍ່​ປ່ຽນ​ໃໝ່​ວິທີ​ການ​ຂົນຂວາຍ ປຊຊ, ຕອບ​ສະໜອງ​ບັນດາ​ຄຳ​ຮຽກຮ້ອງ​ຕ້ອງການ​ໃໝ່​​​ທີ່ວາງ​ອອກ​ໃນ​ສະພາບຕົວ​ຈິງກ່ຽວ​ກັບ​ການ​ຍົກ​ສູງ​ຊີວິດ, ລະດັບ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ສະຕິ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະມາຊິກສະມາຄົມ​ຊາວ​ກະສິກອນ​​ແຕ່ລະຄົນ, ຈາກ​ນັ້ນຈະ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດກໍ່​ສ້າງ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ​ຂອ​ງ​ປະ​ເທດ​ຊາດ. ທ່ານ​​​ເລວ​ຫວູ໋ດຽວ (Lều Vũ Điều) ຮອງ​ປະທານສະມາຄົມ​ຊາວ​ກະສິກອນຫວຽດນາມ ​ໃຫ້​ຮູ້​ວ່າ, ທິດ​ທາງ​ໃນ​ອາຍຸ​ການ 2013-2018 ຂອງສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ​ແມ່ນ​ສວມ​ບົດບາດ​ໃຈກາງ, ຫຼັກ​ແຫຼ່ງ​ໃຫ້​ແກ່​ຂະ​ບວນການ​ຂອງ​ຊາວ​ກະສິກອນ ​ແລະ ພາລະກິດ​ກໍ່​ສ້າງ​ຊົນນະບົດ​ໃໝ່; ປ່ຽນ​ໃໝ່​ວິທີ​ການ​ເຄື່ອນ​ໄຫວ​ຢ່າງ​ແຮງ​ຕາມ​ທິດ​ສົມທົບ​ວຽກ​ງານ​ເຕົ້າ​ໂຮມ, ​ໂຄສະນາ, ຂົນຂວາຍ​ສະມາ​ຊິກ​ສະມາຄົມ​ຊາວ​ກະສິກອນ, ​ເຂົ້າຮ່ວມ​ການ​ສ້າງ​ກົນ​ໄກ, ນະ​ໂຍບາຍ​ພັດທະນາ​ກະສິກຳ, ຊົນນະບົດ, ຊາວ​ກະສິກອນຢ່າງ​ແໜ້ນ​ແຟ້ນ. ທ່ານ​​​ເລວ​ຫວູ໋ດຽວ (Lều Vũ Điều) ​ເນັ້ນໜັກ​ວ່າ:

   “​ໃນ​ອາຍຸ​ການ 2012-2018, ສະມາຄົມ​ຊາວ​ກະສິກອນຈະ​ສືບ​ຕໍ່​ປ່ຽນ​ໃໝ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ​​ໃນການ​ເຄື​ອ່ນ​ໄຫວ​ຂອງ​ຕົນ, ຍົກ​ສູງ​ຄວາມ​ສາມາດ​ຂອງຖັນ​ແຖວ​ພະນັກງານສະມາຄົມ​ຊາວ​ກະສິກອນ​ຂັ້ນຕ່າງໆ ​ເພື່ອ​ກະກຽມ​ໃຫ້ການ​ປະຕິບັດ​ໜ້າ​ທີ່​ໂດຍ​ພັກ, ລັດ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ​ຄື: ​ເຂົ້າຮ່ວມ​ການສ້າງ​ນະ​ໂຍບາຍ ​ແລະ ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ​ໃນ​ບໍລິ​ເວນ​ຊົນນະບົດ, ສະ​ເໜີ​ຕໍ່ພັກ, ລັດ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ສ້າງ​ຊົນ​ຊັ້ນຊາວ​ກະສິກອນ​ຫວຽດນາມ​ ໃນ​ໄລຍະ​ພັດທະນາ​ໃໝ່​ຂອງ​ປະ​ເທດ​ຊາດ…“

ເສີມຂະຫຍາຍບົດບາດຂອງສະມາຄົມຊາວກະສິກອນຫວຽດນາມ ໃນພາລະກິດສ້າງສາປະເທດຊາດ - ảnh 2

(ພາບ:hoinongdan.org.vn)

​ ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ​ດັ່ງກ່າວ​ສຳ​ເລັດ, ຕາມ​ບັນດາ​ຜູ້​ແທນ​ເຂົ້າຮ່ວມກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ຄັ້ງທີ 6 ​ແລ້ວ, ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ຕ້ອງຖື​ເປັນ​ສຳຄັນ​ການ​ສ້າງ​ບັນດາ​ໂຄງການ, ​ແຜນ​ຮ່າງ, ສົມທົບ​ກັບ​ບັນດາ​ກະຊວງ, ຄະນະ, ນະ​ແໜງການ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ​ໃນ​ການ​ໃຫ້​ຄຳ​ປຶກສາ, ໜູນ​ຊ່ວຍ​ຊາວ​ກະສິກອນ​ດ້ານ​ທຶນຮອນ, ກົດໝາຍ, ວິທະຍາສາດ​ເຕັກນິກ, ສ້າງ​ເຄື່ອງໝາຍ​ຜະລິດ​ຕະພັນ​ກະ​ເສດ, ຍຸ້​ແຮງ​ວຽກ​ງານ​ສອນ​ວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ, ລົບ​ລ້າງ​ຄວາມ​ອິດ​ຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ. ທ່ານ​ຫວູ໋ວັນ​ເຖິມ (Vũ Văn Thẩm) ປະທານສະມາຄົມ​ຊາວ​ກະສິກອນ​ແຂວງ​ກວາງ​ນາມ ຖື​ວ່າ:

  “ສະມາຄົມ​ຊາວ​ກະສິກອນອາຍຸ​ການ​ໃໝ່ຕ້ອງ​ສຸມ​ໃສ່​ຄົ້ນຄ້ວາ, ສະ​ເໜີ​ບັນດາ​ນະ​ໂຍບາຍ​ຕິດ​ພັນ​ກັບ​ສະພາບ​ຂອງ​ຊາວ​ກະສິກອນ. ພິ​ເສດ​ແມ່ນ​ບັນດາ​ນະ​ໂຍບາຍ​ເອົາ​ໃຈ​ໃສ່​ເຖິງ​ສິດຜົນປະ​ໂຫຍ​ດຂອງ ປຊຊ, ​ໃນ​ນັ້ນມີ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ​ກະສິກຳ​ຢູ່​ສອງ​ຂົງ​ເຂດ​ປູກຝັງ ​ແລະ ລ້ຽງສັດ. ທາງ​ສະມາຄົມ​ກໍ່​ຕ້ອງ​ຄົ້ນຄ້ວາ, ສະ​ເໜີ​ບັນດາ​ນະ​ໂຍບາຍ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຊາວ​ກະສິກອນ​ໃນ​ການຜະລິດຄື: ​ແຫຼ່ງທຶນ, ຖ່າຍ​ທອດ​ເຕັກນິກ​ວິທະຍາສາດ​ໃຫ້​ຊາວ​ກະສິກອນ, ພ້ອມ​ກັນນັ້ນກໍ່​ເປັນ​ເສນາ​ທິການ​ໃຫ້​ພັກ, ລັດ​ມີ​ນະ​ໂຍບາຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າຂົງ​ເຂດ​ກະສິກຳ”

ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຖື​ວ່າ: ກອງ​ປະຊຸມ​ສະມາຄົມ​ຊາວ​ກະສິກອນ​ອາ​ຍຸ​ການ 2013 - 2018 ມີ​ບົດບາດ​ສຳຄັນ​ເພື່ອ​ສ້າງ​ຊົນ​ຊັ້ນ​ຊາວ​ກະສິກອນ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄຫມ ​ແລະ ​ເຊື່ອມ​ໂຍງ​​ເຂົ້າ​ກັບສາກົນ. ສະ​ນັ້ນ ຄວນ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສະມາຄົມ​ຊາວ​ກະສິກອນ​​ເພື່ອ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດທີ່ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ຊາວ​ກະສິກອນ​ໃນ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງຊີ້​ແຈງ​ວ່າ: ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11, ມະຕິ​ສູນ​ກາງ​ຄັ້ງ​ທີ 7 ຊຸດ​ທີ 10 ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ, ລັດ ຈະ​ເພີ່ມ​ເງິ​ນລົງທຶນ, ມີ​ມາດ​ຕະການ​ປົກ​ປ້ອງ​ຕະຫລາດ​ພາຍ​ໃນ, ພັດທະນາ​ຕະຫລາດ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ ​ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ຊາວ​ກະສິກອນ, ປະກອບສ່ວນ​ຊຸກຍູ້​ພື້ນຖານ​ເສດຖະກິດ​ຫວຽດນາມ​ໃຫ້ນັບ​ມື້​ນັບ​​ເປັນ​ປົກກະຕິ, ພັດທະນາ.

        “ຫນຶ່ງ​ໃນ​ບັນດາ​ບັນຫາ​ໃຫຍ່​ຂອງ​ສຳພັນທະ​ມິດ​ກຳມະກອນ, ຊາວ​ກະສິກອນ, ປັນຍາ​ຊົນ ​ແມ່ນ​ສຳພັນ​ກ່ຽວ​ກັບ​ເສດຖະກິດ​ເປັນ​ພື້ນຖານ​ໃຫ້​ແກ່​ພັນ​ທະ​ມິດ​ການ​ເມືອງ. ​ການ​ແລກປ່ຽນ​ສິນຄ້າ​ລະຫວ່າງ​ອຸດສາຫະກຳ ​ແລະ ກະສິກຳ, ລະຫວ່າງ​ຊົນນະບົດ ​ແລະ ຕົວ​ເມືອງ ​ແມ່ນ​ຮູບ​ການສຳພັນ​ເສດຖະກິດ​ທີ່ມີ​ຄຸນ​ປະ​ໂຫຍ​ດກະຕຸກ​ຊຸກຍູ້​ຊາວ​ກະສິກອນ​ຜະລິດ, ​ເຊື່ອມ​ຕໍ່​ຕະຫລາດ, ຮ່ວມ​ມື​ແຮງ​ງານ ​ແລະ ໝູນ​ໃຊ້​ຄວາມ​ກ້າວຫນ້າ​​ດ້ານ​ວິທະຍາສາດເຕັກນິກ​ເພື່ອ​ເພີ່ມ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ. ສະມາຄົມ​ຕ້ອງ​ຖື​ວ່າ ນີ້​ແມ່ນ​ຂອດ​ສຳຄັນ​ເພື່ອ​ແນະນຳ​ຊາວ​ກະສິກອນ​ຈັດ​ຕັ້ງ​ການ​ຜະລິດ, ປຸງ​ແຕ່ງ ​ແລະ ຈຳຫນ່າຍ​ຜະລິດ​ຕະພັນ.ສະມາຄົມ​ຕ້ອງ​ມິ​ຄວາມ​ຕັດສິນ​ໃຈ​ສູງ, ມາດ​ຕະການ​ທີ່ດີ​ເພື່ອ​ຊີ້​ນຳນຳພາ​ຊາວ​ກະສິກອນ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ເກັ່ງ.”

        ດ້ວຍ​ເນື້ອ​ແທ້, ມູນ​ເຊື້ອ​ຂອງ​ຊົນ​ຊັ້ນ​ຊາວ​ກະສິກອນ, ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ​ໃນ​ໄລຍະ​​ໃຫມ່​ຈະ​ສຸມ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ເພື່ອ​ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ທຸກ​ຂັ້ນ​ມີ​ບາດກ້າວ​ພັດທະນາ​ໃຫມ່, ມີປະສິດທິ​ຜົນ​ກວ່າ, ​ແລະ ຮອບດ້ານ​ກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ