ໝາກຜົນທີ່ພົ້ນເດັ່ນຂອງກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13

(vovworld) - ພາຍຫລັງ​ດຳ​ເນີນ​ມາ​ເປັນ​ເວລາ​ 1 ​ເດືອນ, ຕອນ​ບ່າຍ​ວັນ​ທີ 21/6, ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ​ໄດ້​ອັດ​ລົງ. ກອງ​ປະ​ຊຸມ​ເທື່ອ​ນີ້ ​ໄດ້​ຮັບ​ການ​ຕີ​ລາຄາ​​ແມ່ນ​ປະສົບ​ຜົນສຳ​ເລັດ, ​ເພາະວ່າ ນອກຈາກ​ວຽກ​ງານ​ສ້າງ​ກົດໝາຍ​ສຳ​ເລັດ​ແລ້ວ, ກອງ​ປະຊຸມ​ເທື່ອ​ນີ້​ຍັງ​ຕັດສິນ​ຫລາຍ​ບັນຫາ​ທາງ​ດ້ານ​ເສດຖະກິດ ສັງຄົມ​ທີ່​ສຳຄັນ ຊຶ່ງ​​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ.

ໝາກຜົນທີ່ພົ້ນເດັ່ນຂອງກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 - ảnh 1
ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ຊາດ ຫວຽດນາມ
ຊຸດທີ 13 ເຮັດວຽກມາເປັນເວລາ 1 ເດືອນ
ພາບ:internet

        ທີ່​ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ​ເທີ່​ອນີ້, ສະພາ​ແຫ່ງ​ຊາດ​ໄດ້​ສະຫງວນ ​ເວລາ​ສ່ວນ​ຫລາຍ​​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ນິຕິບັນຍັດ. ລະອຽດ​ຄື: ​ໃນ​​​​ໄລຍະ​ເຮັດ​ວຽກ 25 ວັນນັ້ນ, ມີ​ ກວ່າ 16 ວັນ, ສະພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ພິຈາລະນາ, ປຶກສາ​ຫາລື ​ໃຫ້​ຄຳ​ເຫັນ ​ແລະ ຮັບຮອງ​ເອົາ​​ຮ່າງ​ກົດໝາຍຫລາຍ​ສະບັບ. ທ່ານ Nguyen Sy Dung ຮອງ​ຫົວຫນ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຢືນຢັນ​ວ່າ:

        “ອາດ​ຈະ​ເວົ້າ​ວ​ໄດ້​ວ່າ, ບໍ່​ທັນ​ມີ​ສ​ະ​ໄຫມປະຊຸມ​ເທື່ອ​​ໃດ​​ ຮັບຮອງ​ເອົາ​ເຖິງ 13 ຮ່າງ​ກົດໝາຍ ​ແລະ ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ອື່ນ​ຫລາຍ​ສະບັບ. ​ໃນ ຮ່າງ​ກົດໝາຍ 13 ສະບັບ ຊຶ່ງ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ນັ້ນ ມີ​ກົດໝາຍ​ບາງ​ສະ​ບັບມີ​ຄວາມ​ສຳຄັນ​ຍິ່ງ​ຄື: ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ​ສະບັບ​ປັບປຸງ ດ້ວຍ​ຫລາຍ​ຈຸດ​ໃຫມ່, ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ, ກົດໝາຍ​ວ່າ​ດ້ວຍ​ການ​ປັບ​ໄຫມ​ການ​ກະທຳ​ຜິດ​ທາງ​ດ້ານ​ບໍລິຫານ,​ ກົດໝາຍ​ວ່າ​ດ້ວຍ​ການ​ໂຄສະນາ,​ ກົດໝາຍ​ວ່າ​ດ້ວຍ​ທະ​ເລ ຫວຽດນາມ ​ແລະ​ອື່ນໆ.”

        ຕາມ​ທ່ານ Nguyen Sy Dung ​ແລ້ວ, ຜົນສຳ​ເລັດ​ຂອງ​ສະ​ໄຫມ​ປະຊຸມ​ຄັ້ງ​ນີ້ ຍັງ​ສະ​ແດງ​ໃຫ້​ເຫັນ​ເລື່ອງ​ປັບປຸງ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຢ່າງ​ແຮງ​ຂອງ​ສະພາ​ແຫ່ງ​ຊາດ, ດັດ​ແກ້​ຂັ້ນ​ຕອນ, ລະບຽບ​ການ​ຜ່ານ​ການ​ເລ​ືອກ​ເຟັ້ນບັນຫາ​ຕິດຕາມ​ກວດກາ​ນັບ​ມື້​ນັບຖື​ກຕ້ອງ​ກັບ​ບັນຫາ​ຊຶ່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ສົນ​ໃຈ. ພິ​ເສດ, ທີ່​ສະ​ໄຫມ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ໄດ້​ປະກາດ​ໃຊ້​ມະຕິ​ຫລາຍ​ສະບັບ​ທີ່​ສຳຄັນ​ຄື: ມະຕິ​ກ່ຽວກັບ​ແຜນ​ຮ່າງ​ສືບ​ຕໍ່​ປ່ຽນ​ໃຫມ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ມະຕິ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ ສັງຄົມ​ປີ 2012, ​ໃນ​ນັ້ນ ​ເຕື້ອງ​ເຖິງ​ເນື້ອ​ໃນ​ສຳຄັນ​ກ່ຽວ​ກັບ​ແຜນ​ຮ່າງ​ສັງ​ລວມ​ໃນ​ການ​ສ້າງ​​ໂຄງ​ປະກອບພື້ນຖານ​ເສດຖະກິ​ດຄືນ​ໃຫມ່ ​ແລະ ​ເປັນ​ຄັ້ງ​ທຳ​ອິດ ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ຊັກ​ຖາມ, ກ່ຽວຂ້ອງ​ເຖິງ 4 ຂົງ​ເຂດ​ຊຶ່ງ​ລວມມີ: ຊັບພະຍາກອນ ​ແລະ ສິ່ງ​ແວ​ດລ້ອມ, ​ແຜນການ ​ແລະ ການ​ລົງທຶນ, ອຸ​ດສາ​ຫະກຳ ການ​ຄ້າ, ຄວາມ​ສະຫງົບ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງ​ສັງຄົມ. ລັດຖະມົນຕີ 4 ທ່ານ ​ແລະ ຮອງ​ນາຍົກລັດຖະມົນຕີ ທ່ານ​ຫນຶ່ງ​ໄດ້​ຕາງຫນ້າ​ໃຫ້​ລັດຖະບານ​ຕອບ​ 172 ຄຳ​ຊັກຖາມ​ຂອງ ສະມາຊິກ​ສະພາ​ແຫ່ງ​ຊາດ 88 ທ່ານ ກ່ຽວກັບ​ຫລາຍ​ບັນຫາ​ຊຶ່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ສົນ​ໃຈ ​ໃນ​ບັນຍາ​ກາດ​ກົງ​ໄປ​ກົງ​ມາ, ສ້າງສັນ ​ແລະ ​ໂອ້​ລົມ​ສົນທະນາ.​ທ່ານ Nguyen Sy Dung ​ໃຫ້​ຮູ້​ວ່າ:

        “ອາດ​ຈະ​ເຫັນ​ໄດ້​ວ່າ ​ການ​ເຄື່ອນ​ໄຫວ​ຊັກ​ຖາມ​ແມ່ນ​ສຸມ​ໃສ່​ບັນຫາ​ເຮັ່ງ​ຮ້ອນ​ທີ່​ສຸດ​ຂອງ​ປະ​ເທດ​ຊາດ ທີ່​ພວມ​ປະ​ເຊີນ​ຫນ້າ. ຈາກ​ບັນຫາ​ກ່ຽວ​ກັບ​ການ​ຍາດ​ຊິງ​ສິດ​ນຳ​ໃຊ້ທີ່​ດິນ, ຄ່າຊົດ​ເຊີຍ, ບຸກ​ເບິ​ກຫນ້າ​ພຽງ ຕະຫລອດ​ຮອດ​ບັນຫາ​ອື່ນ​ທີ່​ກ່ຽວຂ້ອງ​ເຖິງ​ລັດວິ​ສາ​ຫະກິດ, ການ​ຜິດພາດ​ຢູ່​ລັດ​ວິ​ສາ​ຫະກິດ​ຄື​ແນວ​ໃດ, ​ແກ້​ໄຂ​ບັນຫາ​ຄືແນວ​ໃດ, ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ລົງທຶນ​ຂອງ​ລັດ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ.”

ໝາກຜົນທີ່ພົ້ນເດັ່ນຂອງກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 - ảnh 2
ການປະຊຸມຂ່າວປະກາດໝາກຜົນຂອງສະໄຫມປະຊຸມເທື່ອທີ 3
 ສພຊ ຊຸດທີ 13
ພາບ: internet

        ມະຕິ​ກ່ຽວ​ກັບ​ການ​ຊັກ​ຖາມ​ໂດຍ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ໃນ​ເທື່ອ​ນີ້ ບໍ່​ພຽງ​ແຕ່​ວາງ​ອອກ​ບັນດາ​ຫນ້າ​ທີ່​ລະອຽດ​ໃຫ້​ແກ່​ລັດຖະບານ​, ບັນດາ​ກະຊວງ​ຂະ​ແຫນງ​ການ​ກ່ຽວຂ້ອງ ​ແລະ ນັບທັງສະພາ​ແຫ່ງ​ຊາດ​ໃນ​ການ​ຕິດຕາມ​ກວດກາ, ​ເລັ່ງລັດ​ການ​ປະຕິບັດ​ຄຳ​ໝັ້ນ​ໝາຍ​ຂອງ​ບັນດາ​ທ່ານ​ລັດຖະມົນຕີ​ຕໍ່ຫນ້າ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເທົ່າ​ນັ້ນ ຫາກ​ຍັງ​ກຳນົດ​ຢ່າງ​ຈະ​ແຈ້ງ​​ຈຸດ​ເວລາ ຕ້ອງ​ແກ້​ໄຂ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ໃນ​ຂົງ​ເຂດ​ທີ່​ຂຶ້ນ​ກັບ​ກະຊວງ, ຂະ​ແຫນງ​ການ​ຂອງ​ຕົນ​ຄຸ້ມ​ຄອງ. ມະຕິ​ກໍ​ກຳນົດ​ໄລຍະ​ເວລາ​ລະຫວ່າງ​ ​ສະ​ໄຫມ​ປະ​ຊຸມ ສອງ​ຄັ້ງ ຂອງ​ສະພາ​ແຫ່ງ​ຊາດ ຊຶ່ງຈະ​ຈັດ​ຕັ້ງ​ບັນດາ​ວາລະ​​ຊັກ​ຖາມ, ອະພິປາຍ​ຂອງ​ບັນດາ​ລັດຖະມົນຕີ, ການ​ນຳ​ຂະ​ແຫນງ​ການ​ຕ່າງໆກ່ຽວ​ກັບ​ບັນຫາ​​ເກີດ​ຂຶ້ນ​ໃນ​ການ​ຄຸ້ມ​ຄອງ​ລັດ. ສິ່ງ​ດັ່ງກ່າວ​ປະກອບ​ສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ຮັບປະກັນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ແຫ່ງ​ລັດ​ໃຫ້​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ​ກວ່າ, ​ເປີດ​ເຜີຍ​ກວ່າ, ກະຈ່າງ​ແຈ້ງ​ກວ່າ ​ແລະ ​ເພື່ອ​ໃຫ້​ຜູ້​ມີ​ສິ​ດ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ແຫ່ງ​ລັດ.

        ທີ່​ກອງ​ປະຊຸມ​ເທື່ອ​ນີ້, ສະພາ​ແຫ່ງ​ຊາດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການ​ປ່ຽນ​ໃຫມ່, ຍົກ​ສູງ​ຄຸນ​ນະພາ​ບຂອງ​ສະ​ໄຫມ​ປະຊຸມ. ບັນດາ​ການ​ປ່ຽນ​ໃຫມ່​ນີ້ ​ໄດ້​ປະກອບສ່ວນ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາ​ດນັບ​ມື້​ນັບ​ແທດ​ຈິງ​ກວ່າ.

        ​ໃນ​ສະພາບ​ທົ່ວ​ປະ​ເທດ​ພວມ​ສຸມ​ໃສ່​ທຸກ​ແຫ​ລ່ງກຳລັງ​ເພື່ອ​ປະຕິບັດ​ຫນ້າ​ທີ່​ເສດຖະກິດ​ສັງຄົມ​ປີ 2012 ຢ່າງ​ມີ​ໄຊ ​ໃນ​ສະພາບ​ການ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ທີ່​ກອງ​ປະຊຸມ​ເທື່ອ​ນີ້, ສະພາ​ແຫ່ງ​ຊາດ​ກໍ​ວາງ​ອອກຄຳ​ຮຽກຮ້ອງ​ຄວນ​ສ້າງ ​ແລະ ປະຕິບັດ​ໝາກຜົນ​ຂອງ​ແຜນ​ຮ່າງ​ສັງ​ລວມກ່ຽວ​ກັບ​ການ​ສ້າງ​​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​ໃຫມ່​ໂດຍ​ໄວ ​ແລະ ຖື​ວ່າ ນີ້​ແມ່ນ​ຫນ້າ​ທີ່​ຮີບ​ດ່ວນ​ຂອງ​ທັງ​ລະບົບ​ການ​ເມືອງ. ພ້ອມ​ກັນ​ນັ້ນ ​ແມ່ນ​ສ້າງ​ນະ​ໂຍບາຍ​ທາງ​ດ້ານ​ກົດໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ, ​ໄພ​ສັງຄົມ, ອຸປະຕິ​ເຫດ​ທາງ​ຄົມມະນາຄົມ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ ສັງຄົມ​ຂອງ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ໃນ​ວາລະ​ອັດ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ຊີ້​ແຈງ​ວ່າ:

        “ພາຍຫລັງ​ກອງ​ປະ​ຊຸມ​ເທື່ອ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ລັດຖະບານ, ບັນດາ​ຂະ​ແຫນງ​ການ, ຂັ້ນ​ຕ່າງໆ ຄວນ​ສ້າງ​ລາຍການ, ​ແຜນການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ມະຕິ​ຕົກລົງ​ຂອງ​ສະພາ​ແຫ່ງ​ຊາດຢ່າງ​ມີ​ປະສິດທິ​ຜົນ, ສູ້​ຊົນ​ສຳ​ເລັດ​ຫນ້າ​ທີ່​ປີ 2012 ​ເປັນ​ຢ່າງ​ດີ. ສະພາ​ແຫ່ງ​ຊາດ​ກໍ​ຮຽກຮ້ອງ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ຈົ່ງ​ເຊີດ​ຊູ​ມູນ​ເຊື້ອ​ຮັກ​ຊາດ, ພ້​ອມທັງ​​ແບ່ງປັນ​ກັບ​ຄວາມຕັດສິນ​ໃຈ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ,​ສິ່ງ​ທ້າ​ທາຍ, ປະຕິບັດ​ຫນ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2012 ຢ່າງ​ມີ​ໄຊ.”

         ກອງ​ປະຊຸມ​​ສະ​ໄຫມ​ສາມັນ​​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ​ໄດ້​ອັດ​ລົງ​ດ້ວຍ​ບັນດາ​ໝາກຜົນ​ລະອຽດ. ດ້ວຍ​ການ​ປ່ຽນ​ແປງ​ໃຫມ່​ໃນ​ກອງ​ປະຊຸມ​ເທື່ອ​ນີ້, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ຈະ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ສະພາ​ແຫ່ງ​ຊາດ ນັບ​ມື້​ນັບ​ປະຕິບັດ​ພາລະ​ບົດບາດ, ຫນ້າ​ທີ່, ສິດ​ອຳນາດ​ຂອງ​ຕົນ​ຢ່າງ​ມີ​ປະສິດທິ​ຜົນ, ​ແທດ​ຈິງ​ກວ່າ, ຕອບ​ສະຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ໃນ​ການ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ ສັງຄົມ​ນິຍົມ ຫວຽດນາມ ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ.

       

ຕອບກັບ

ຂ່າວ/ບົດ​ອື່ນ