ກະຈາຍສຽງໃນສັງກາດນະວັດຕະກຳ

(VOVWORLD) -ວັນທີ 13 ກຸມພາ ແມ່ນວັນກະຈາຍສຽງໂລກ. ໃນທ່າອ່ຽງຫັນເປັນດິຈີຕອນປະຈຸບັນ ເປັນຕົ້ນແມ່ນໄດ້ປະກອບສ່ວນຫັນມະຕິເລກທີ 57 - NQ/TW (ມຕ/ສກ) ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຫັນເປັນດິຈີຕອນແຫ່ງຊາດ ໃຫ້ປະກົດຜົນເປັນຈິງ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ກຳນົດ ຍູ້ແຮງການຫັນເປັນດິຈີຕອນ ເພື່ອທັດທຽມກັບທ່າອ່ຽງ, ຫັນວິທີການສຳຜັດເປັນຫລາຍຮູບແບບ, ສືບຕໍ່ຢັ້ງຢືນທີ່ຕັ້ງຂອງການກະຈາຍສຽງໃນໃຈມະຫາຊົນ.

ກະຈາຍສຽງໃນສັງກາດນະວັດຕະກຳ - ảnh 1ທ່ານ ປອ ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ. (ພາບ:Đức Anh/VOV5)

ການຫັນເປັນດິຈີຕອນໃນກະຈາຍສຽງແມ່ນທ່າອ່ຽງທີ່ແນ່ນອນ ແລະ ນຳມາເຊິ່ງຫລາຍຜົນປະໂຫຍດທີ່ພົ້ນເດັ່ນ. ວິທະຍຸກະຈາຍສຽງຫວຽດນາມ, ວິທະຍຸກະຈາຍສຽງແຫ່ງຊາດ ໄດ້ສ້າງແຜນຮ່າງຫັນເປັນດິຈີຕອນໂດຍໄວ ຊ່ວຍເປີດກວ້າງຂອບເຂດການເຂົ້າເຖິງດ້ວຍວິທີການນຳໃຊ້ບັນດາ Platform ໃນກະຈາຍສຽງ (radio online, podcast, streaming) ເພື່ອນຳເອົາເນື້ອໃນກະຈາຍສຽງຂ້າມຂອບເຂດການກຳນົດດ້ານພູມສາດ.

ປະຕິບັດຢ່າງມີແບບມີແຜນ

ຕາມທ່ານ ປອ ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມແລ້ວ, ການຫັນເປັນດິຈີຕອນ ແມ່ນວິວັດການຫນຶ່ງ ສະນັ້ນ ວິທະຍຸກະຈາຍສຽງຫວຽດນາມ ພວມຮີບເຮັ່ງປະຕິບັດໃຫ້ແກ່ວິວັດການນີ້ເທື່ອລະກ້າວ ແລະ ມີແບບມີແຜນ, ລອບຄອບຖິ່ຖ້ວນ, ເພື່ອແນໃສ່ຫັນການເຄື່ອນໄຫວກະຈາຍສຽງ ແລະ ສື່ສານເປັນທັນສະໄຫມ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການດ້ານຖະແຫລງຂ່າວທີ່ນັບມື້ນັບສູງຂອງທ່ານຜູ້ຟັງ.         

“ໄລຍະປະຈຸບັນ, ວິທະຍຸກະຈາຍສຽງ ຫວຽດນາມ ພວມສຸມໃສ່ເຂົ້າໃນການຜັນຂະຫຍາຍບັນດາມາດຕະການເຕັກໂນໂລຊີ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ ແລະ ສ້າງພື້ນຖານດິຈີຕອນ ເພື່ອຫັນແຜນຮ່າງຫັນເປັນດິຈີຕອນໃຫ້ປະກົດຜົນເປັນຈິງ ໂດຍອີງໃສ່ພື້ນຖານໂຄງລ່າງທີ່ມີຢູ່ແລ້ວ, ເພີ່ມເຕີມ, ຍົກສູງ, ລົງທຶນພື້ນຖານໂຄງລ່າງດິຈີຕອນ, ລະບົບຄຸ້ມຄອງ CMS ແລະ ບັນດາໂປຼແກຼມອື່ນໃຫມ່ຕື່ມອີກ”.

ໝູນໃຊ້ທຸກກາລະໂອກາດເພື່ອຫັນກະຈາຍສຽງເປັນທັນສະໄຫມ

ຕາມທ່ານ ປອ ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມແລ້ວ, ໃນເງື່ອນໄຂແຫລ່ງກຳລັງຍັງຈຳກັດ, ບັນດາສະຖານີວິທະຍຸ, ໃນນັ້ນ ມີວິທະຍຸກະຈາຍສຽງຫວຽດນາມ ໄດ້ສຸມໃສ່ເຂົ້າໃນ application ທີ່ມີການກະທົບແຮງເຖິງມະຫາຊົນເປັນສ່ວນໃຫຍ່ ແລະ ຜັນຂະຫຍາຍງ່າຍຄື: ກະຈາຍສຽງທາງອອນລາຍ.

 “ພວກເຮົາອາດໝູນໃຊ້ການພັດທະນາຂອງບັນດາສື່ສັງຄົມອອນລາຍຄື: Facebook, TikTok, YouTube, ຫລື Instagram ດ້ວຍບັນດາລາຍການສັ້ນຈາກເນື້ອໃນກະຈາຍສຽງເພື່ອດຶງດູດຜູ້ຟັງ. ອີກຮູບການຫນຶ່ງອາດນຳໃຊ້ໄດ້ນັ້ນແມ່ນລຳໂພງອັດສະລິຍະ. ແລະຕ້ອງຫັນເນື້ອໃນໃຫ້ດີສຸດເພື່ອສາມາດກະຈາຍອອກຜ່ານບັນດາຊ່ອງຄື: Google Nest, Amazon Echo.  ແລະຍັງມີອີກອັນຫນຶ່ງນັ້ນແມ່ນ radio ອັດສະລິຍະ ຊ່ວຍໃຫ້ຢູ່ບ່ອນໃດມີ wi-fi ຜູ້ຟັງກໍ່ສາມາດຟັງລາຍການກະຈາຍສຽງໄດ້”.

          ທ່ານຮອງຜູ້ອຳນວຍການ ຫວູຫາຍກວາງ ຍັງໃຫ້ຮູ້ວ່າ: ການຫັນເປັນດິຈີຕອນ ຍັງແມ່ນການປ່ຽນແປງຈິນຕະນາການໃນການຜະລິດເນື້ອໃນ. ບັນດານັກຂ່າວ, ບັນນາທິການ ຄວນຍົກສູງທັກສະດິຈິຕອນ, ປ່ຽນແປງຈິນຕະນາການເນື້ອໃນ ຕາມທິດບໍ່ພຽງແຕ່ສ້າງໂຄງຮ່າງແຜນການໃຫ້ແກ່ radio ແບບເກົ່າເທົ່ານັ້ນ ຫາກຄວນມີການປະດິດຄິດສ້າງດ້ານເນື້ອໃນໃຫ້ສອດຄ່ອງກັບ digital platform ຄື: Podcast, video ສັ້ນ (Reels, TikTok)....

ສຳລັບນັກວິສະວະກອນ, ນັກເຕັກນິກ ຕ້ອງເຂົ້າຮ່ວມການສ້າງບັນດາເຄື່ອງມືໃນການບັນນາທິການ, ຜະລິດເນື້ອໃນ, ຄຸ້ມຄອງຂໍ້ມູນ...

ກະຈາຍສຽງໃນສັງກາດນະວັດຕະກຳ - ảnh 2ພະນັກງານເຕັກນິກເຮັດວຽກໃນຫ້ອງອັດສຽງຂອງວິທະຍູກະຈາຍສຽງ ຫວຽດນາມ. (ພາບ:Văn Ngân/VOV)

        ເວົ້າລວມແລ້ວ, ເພື່ອຫັນເປັນດິຈີຕອນໃຫ້ສຳເລັດຜົນ, ບັນດາວິທະຍຸກະຈາຍສຽງ ຄວນມີການປ່ຽນແປງຈິນຕະນາການດ້ານເນື້ອໃນ, ຍົກສູງທັກສະດິຈີຕອນໃຫ້ແກ່ບຸກຄະລາກອນ ແລະ ຕ້ອງມີການລົງທຶນດ້ານເຕັກໂນໂລຊີ, ໜູນໃຊ້ຢ່າງສຸດຂີດບັນດາ platform ຢ່າງມີປະສິດທິຜົນ. ນີ້ແມ່ນທິດເດີນອັນຖືກຕ້ອງຊ່ວຍເປີດກວ້າງຂອບເຂດທ່ານຜູ້ຟັງຜູ້ອ່ານ ແລະ ເພີ່ມກຳລັງແກ້ງແຍ່ງໃນສະພາບແວດລ້ອມດິຈີຕອນ.

          ການຫັນເປັນດິຈິຕອນ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຢ່າງແນ່ນອນຂອງບັນດາອົງການສື່ມວນຊົນ, ໃນນັ້ນ ມີວິທະຍຸກະຈາຍຫວຽດນາມ ເພື່ອຕອບສະຫນອງຄວາມຕ້ອງການດ້ານຂໍ້ມູນຂ່າວສານທີ່ນັບມື້ນັບສູງຂອງມະຫາຊົນ, ສືບຕໍ່ມານະພະຍາຍາມເຂົ້າເຖິງ ແລະ ດຶງດູດມະຫາຊົນຢູ່ຫລາຍ platform ທີ່ແຕກຕ່າງກັນ ໃນເຄືອຂ່າຍອິນເຕີເນັດດ້ວຍຫລາຍຜະລິດຕະພັນອັນດູດດຶ່ມທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ