ດ້ຽນບຽນ ມີຫຼາຍຮູບແບບກໍ່ສ້າງຊົນນະບົດໃໝ່


(vovworld)- ດ້ຽນບຽນ​ ແມ່ນ​ແຂວງ​ພູດ​ອຍຕັ້ງ​ຢູ່ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ຫວຽດນາມ, ​ໃນ​ນັ້ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຄືເຜົ່າ​ຜູ້​ໄທ​, ​ເຜົ່າມົ້ງ, ຮ່າ​ຍີ່… ກວມ​ເຖິງ 80%. ​ໃນ​ຊຸມ​ປີຜ່ານມາ, ​ໂດຍ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ​ດ້ຽນບຽນ​ ໄດ້​ມີ​ຫຼາຍ​ມາດ​ຕະການ​ຄື​: ສ້າງ​ຮູບ​ແບບ​ຜະລິດ, ຫັນປ່ຽນ​ຜົນລະປູກ, ມອບ​ດິນ​ມອບ​ປ່າ​ໃຫ້​ປະຊາ​ຄົມ​ຄຸ້ມ​ຄອງ, ຮັບປະກັນ​ອະນາ​ໄມ​ສິ່ງ​ແວດ​ລ້ອມ.

ດ້ຽນບຽນ ມີຫຼາຍຮູບແບບກໍ່ສ້າງຊົນນະບົດໃໝ່ - ảnh 1

ດ້ຽນບຽບໃນປະຈຸບັນ

(ພາບ: ອິນເຕີແນດ)

        ​ໂດຍ​ແມ່ນ​ແຂວງພູດ​ອຍ, ພູມສັນຖານ​ບໍ່​ອຳນວຍ​ຄວາມ​ສະດວກ, ດັ່ງ​ນັ້ນ​ບັນດາ​ຕາ​ແສງ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ຂອງແຂວງດ້ຽນບຽນ ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ປະຕິບັດ​ບັນດາ​ມາດຖານ​ ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຄື: ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ, ກໍ່​ສ້າງ​ທົ່ງ​ນາຂະໜາດ​ໃຫຍ່… ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມີ​ຫຼາຍ​ຕາ​ແສງ​ຢູ່​ເມືອງ​​ເມື່ອ​ງ​ໄລ ພວມ​ສູ້​ຊົນ​ກໍ່ສ້າງ​​ລະບົບ​ທາງ​ຄົມມະນາຄົມ​ຕາມ​ມາດຖານ​ທີ່​ໄດ້​ວາງ​ອອກໃຫ້​ສຳ​ເລັດ. ປີ 2014, ບັນດາ​ຕາ​ແສງ​ຢູ່​ເມືອງ​ເມື່ອ​ງອາງ, ​ເມືອງ​ດ້ຽນບຽນ ຈະສູ້​ຊົນ​ເພື່ອ​ບັນລຸ​ບັນດາ​ມາດຖານ​ດ້ານ​ວັດທະນະທຳ​ສັງຄົມ, ​ແລະ ສິ່ງ​ແວດ​ລ້ອມ. ຢູ່​ທີ່​ນີ້, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ​ໄດ້​ເອົາ​ໃຈ​ໃສ່​ປຸກລະດົມ​ຂະ​ບວນການ​ຮັກສາ​ອະນາ​ໄສ​ສິ່ງ​ແວດ​ລ້ອມ​ເຖິງ​ໝູ່​ປະຊາຊົນ​ແຕ່ລະຄົນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ. ​ສະມາ​ຄົມ​ນັກຮົບ​ເກົ່າ, ສະຫະພັນ​ແມ່ຍິງ, ສະມາຄົມ​ຜູ້​ອາຍຸ​ສູງ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ເຂົ້າ​ຮ່ວມ​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ທ່ານ ຫຼູ່ວັນ​ວິ​ນ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ສະມາຄົມ​ຜູ້​ອາຍຸ​ສູງ​ແຂວງ​ດ້ຽນບຽນ, ​ເວົ້າ​ວ່າ:

        “ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແມ່ນ​ວຽກ​ງານ​ຂອງ​ທັງ​ລະບົບ​ການ​ເມືອງ. ອາດ​ເວົ້າ​ໄດ້​ວ່າ, ປະຈຸ​ບັນ ​ສິ່ງ​ແວດ​ລ້ອມ​ແມ່ນ​ບັນຫາ​ເຄັ່ງຮ້ອນ ​ເຊິ່ງພັກ ​ແລະ ລັດ​ເອົາ​ໃຈ​ໃສ່​ທີ່​ສຸດ. ​ໃນ​ນັ້ນ, ​ລາຍການ​ຮັກສາ​ສິ່ງ​ແວດ​ລ້ອມ​ພັດ​ມີ​ຫຼາຍ​ເນື້ອ​ໃນ ​ເຊິ່ງຜູ້​ອາຍຸ​ສູງ​ສາມາດ​ເຂົ້າ​ຮ່ວມ​ໄດ້,​ ຕົວຢ່າງ​ຄື​ການຮັກສາ​ແຫຼ່ງນຳ້ ຫຼື​ການຄຸ້ມ​ຄອງ, ​ເກັບ​ໂຮມ​ຂີ້​ເຫຍື່ອ ຜູ້​ອາຍຸ​ສູງ​ຢູ່​ບ້ານ​ຕ່າງໆ​ກໍ່ສາມາດ​ເຮັດ​ໄດ້. ບັນຫາ​ປູກ​ປ່າ, ປູກ​ຕົ້ນ​ໄມ້​ ຮັກສາ​ສິ່ງ​ແວດ​ລ້ອມ ກໍ່​​ແມ່ນ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່“.

ດ້ຽນບຽນ ມີຫຼາຍຮູບແບບກໍ່ສ້າງຊົນນະບົດໃໝ່ - ảnh 2

ດ້ຽນບຽບໃນປະຈຸບັນ

(ພາບ: ອິນເຕີແນດ)

        ສ່ວນ​ຢູ່​​ເມືອງເມື່ອ​ງ​ໄລ, ​ໄປ​ຄຽງ​ຄູ່​ກັບ​ການ​ລົງທຶນ​ຂອງ​ລັດ, ​ທາງເມືອງ​ຍັງ​ຜັນ​ຂະຫຍາຍ​ໂຄງການ​ຕ່າງໆ​​ເພື່ອ​ຍົກ​ລະດັບ, ບຸລະນະ​ສ້ອມ​ແປງ​ບັນດາ​ກິດຈະກຳ​ໂຄງ​ລ່າງທີ່​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ທ້ອງ​ຖີ່​ນ, ​ແນ​ໃສ່​ປະຕິບັດ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່. ອຳນາດ​ການ​ປົກຄອງ ​ແລະ ບັນດາ​ຄະນະ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ ເມືອງ​​ເມື່ອ​ງຈ່າ ​ໄດ້ລະດົມ​ທຸກ​ແຫຼ່ງກຳລັງ ​ແລະ ມີ​ບັນດາ​ລາຍການ​ໜູນ​ຊ່ວຍ​ປະຊາຊົນ​ຄື: ໜູນ​ຊ່ວຍແນວ​ພັນ​ໄມ້ ​ແລະ ສັດລ້ຽງ ​ເພື່ອ​ປະຕິບັດ​ທົດ​ລອງ ກໍ່​ຄື​ຂະຫຍາຍ​ຮູບ​ແບບ​ຜະລິດ. ນອກ​ນັ້ນ, ​ເມືອງ​ເມື່ອ​ງຈ່າ​ຍັງ​ເຮັດ​ວຽກ​ງານ​ມອບ​ດິນ​ມອບ​ປ່າ​ໃຫ້​ປະຊາ​ຄົມ​ຄຸ້ມ​ຄອງ, ​ຮັກສາ​ເປັນ​ຢ່າງ​ດີ. ຮູບ​ແບບ​ນີ້​ພວມ​ຢັ້ງຢືນ​ລັກສະນະ​​​ເໝາະ​ສົມ ​​ແລະ ມີ​ປະສິດທິ​ຜົນ​ເທື່ອ​ລະ​ກ້າວ. ທ່ານ ຫງວຽນ​ຕ໋ວນກວາງ, ຫົວໜ້າໜ່ວຍກວດກາ​ປ່າ​ໄມ້​ເມືອງ​ເມື່ອ​ງຈ່າ ​ ​ສະ​ແດງ​ຄວາມ​ອຸ່ນ​ອ່ຽນ​ໃຈ ​ເມື່ອ​​ເຫັນ​ວ່າປ່າ​ໃນ​ບໍລິ​ເວນ​ເມືອງ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຕາມ​ທິດ​ມອບ​ໃຫ້​ປະຊາ​ຄົມ. ​ເມື່ອ​ໄດ້​ຮັບ​ດິນ​ຮັບ​ປ່າ, ຊາວ​ເຜົ່າ​ມົ້ງຢູ່​ບັນດາ​ບ້ານ​ຫ້ວຍ​ຕອງ, ​ໂຈງຢິນ… ​ແລະ ບ້ານ​ອື່ນໆ​ຕ່າງ​ກໍ່​ມີ​ສະຕິປ່ຽນ​ໃໝ່​ແນວ​ຄິດ​ໃນ​ການ​ຮັກສາ​ປ່າ:

        “ກ່ອນ​ນີ້​ປ່າ​ຄື​ດັ່ງ​ບໍ່​ມີ​ເຈົ້າ​ຂອງ. ປະຈຸ​ບັນ​ໄດ້​ມອບ​ໃຫ້​ແຕ່​ລະ​ບ້ານ, ສະຕິ​ຂອງ​ປະຊາຊົນ​​ໃນ​ການ​ຮັກສາ​ປ່າກໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ

ດ້ຽນບຽນ ມີຫຼາຍຮູບແບບກໍ່ສ້າງຊົນນະບົດໃໝ່ - ảnh 3

ດ້ຽນບຽບໃນປະຈຸບັນ

(ພາບ: ອິນເຕີແນດ)

        ບ້ານ ​​ໂຈ​ງຢີນ​ໄດ້​ຮັບ​​ເນື້ອ​ທີ່​ປ່າ 700 ​ເຮັກຕາ ​ແລະ ບ້ານ​ຫ້ວຍ​ຕອງ ​ໄດ້​ຮັບ 200 ​ເຮັກຕາ​ເພື່ອ​ຄຸ້ມ​ຄອງ, ​ຮັກສາ. ສ່ວນ​ບ້ານ​ອື່ນໆ​ແມ່ນ​ໄດ້​ຮັບ​ໜ້ອຍ​ກວ່າ. ພໍ່​ເຖົ້າ ທ່າວ​ເຈີ​ປາວ, ຢູ່​ບ້ານ ​ຫວງຕອງ ​ເວົ້າ​ວ່າ, ພວກ​ເຮົາ​ຕ້ອງ​ ຮັກສາ​ປ່າ, ຍ້ອນ​ຊີວິດ​ຂອງ​ພວກ​ເຮົາ​ ​ແລະ ລູກ​ຫຼານໃນ​ອະນາຄົດ. ພໍ່​ເຖົ້າ ທ່າວ​ເຈີ​ປາວ ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ເຫັນ​ວ່າ​ປະຊາຊົນ​ໃນ​ບ້ານ​​ໄດ້​ມີ​ສະຕິ​​ຮັກສາ​ປ່າ, ພາຍຫຼັງ 1 ຫຼື 2 ປີ​ອີກ ​ແມ່ນ​ສາມາດ​ຂຸດ​ຄົ້ນ​ປ່າ​ໄດ້, ຮອດ​ເວລາ​ນັ້ນ​ຊີວິດ​ຂອງ​ປະຊາຊົນ​ຈະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ປະຈຸ​ບັນ, ບັນດາ​ຄອບຄົວ​ເຂົ້າ​ຮ່ວມ​ວຽກ​ງານ​ຮັກສາ​ປ່າລ້ວນ​ແຕ່​ໄດ້​ຮັບ​ເງິນຊ່ວຍ​ໜູນ​ໃນ​ແຕ່ລະ​​ເດືອນ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງມີ​ຄວາມ​ອຸ່ນ​ອຽນ​ໃຈ​ທີ່​ສຸດ. ຢູ່​ບ້ານ​ຫ້ວຍ​ແລງ, ຜູ້​ໃດ​ກໍ່​ກໍ່​ຮູ້ສຶກ​ວ່າ, ການ​ປົກ​ປັກ​ຮັກສາ​ປ່າ​ແມ່ນ​ວຽກ​ງານ​ຂອງ​ຕົນ.

        “ປະຊາຊົນ​ທຸກ​ຄົນ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​​ຮັກສາ​ປ່າ. ຮອດ​ລະດູ​ແຫ້ງ​ບໍ່​ໄດ້ຈູດ​ໄຮ່. ຖ້າ​ຈູດ​ແມ່ນ​ຕ້ອງ​ມີ​ມາດ​ຕະການ​ປ້ອງ​ກັນ​ບໍ່​ໃຫ້​ໄຟ​ໄໝ​ປ່າ“.

        ການ​ປົກ​ປັກ​ຮັກສາ​ປ່າ ​ໄດ້​ກາຍ​ເປັນ​ວຽກ​ງານ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້. ສີຂຽວ​ອຸ່ມທູ່​ມຂອງ​ປ່າ​ໄມ້, ສີຂຽວ​ແຫ່ງ​ຄວາມ​ອິ່ມໜຳສຳລານ ຄື​ດັ່ງ​ຄວາມ​ມຸງ​ມາດ​ປາຖະໜາ​ຂອງ​ພໍ່​ແມ່​ປະຊາຊົນ​ໃນ​ກິດຈະ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ