ສ້າງຄວາມເຫັນດີເຫັນພ້ອມໃນການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງບິ່ງດິ້ງ

(vovworld) - ປະ​ຈຸ​ບັນ, ແຂວງ​ບິ່ງ​ດິ້ງ ພວມ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢ່າງ​ຕັ້ງ​ໜ້າ. ຍ້ອນ​ເຮັດ​ວຽກ​ງານ​ໂຄ​ສະ​ນາ​ໄດ້ດີ, ດັ່ງ​ນັ້ນໂຄງ​ການໄດ້​ຮັບຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ການ​ສະ​ໜັບ​ສະ​ໜູນ​ຢ່າງຕັ້ງ​ໜ້າ​ຈາກ​ປະ​ຊາ​ຊົນ.

ສ້າງຄວາມເຫັນດີເຫັນພ້ອມໃນການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງບິ່ງດິ້ງ - ảnh 1

ການກໍ່ສ້າງທາງລະຫວ່າງຕາແສງຢູ່ແຂວງບິ່ງດິ້ງ

(ພາບ: ອິນເຕີແນດ)

        ແຂວງ​ບິ່ງ​ດິ້ງ ໄດ້​ເລືອກ​ເອົາ 4 ຕາ​ແສງ​ເພື່ອ​ຜັນ​ຂະ​ຫ​ຍາຍ​ທົດ​ລອງ​ໂຄງການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ທ້ອງ​ຖີ່ນໃນໄລ​ຍະ 2011 – 2020, ນັ້ນ​ແມ່ນ​ຕາ​ແສງ​ເຍິນ​ໂລກ (ເທດ​ສະ​ບານ​ອານ​ເຍີນ), ບິ່ງ​ງີ (ເມືອງ​ໄຕ​ເຊີນ), ຮ່​ວາຍ​ເຮືອງ (ເມືອງ​ຮ່​ວາຍ​ເຍີນ), ເອິນ​ແທກ (ເມືອງ​ຮ່​ວາຍ​ເອິນ). ພ້ອມ​ກັນ​ນັ້ນ, ທາງ​ແຂວງ​ກໍ່​ໄດ້​ວາງ​ຈຸດ​ໝາຍ​ຮອດ​ປີ 2015, ທົ່ວ​ແຂວງ​ຈະ​ມີ 26 ຕາ​ແສງ​ບັນ​ລຸ​ມາດ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ຮອດ​ປີ 2020, ທົ່ວ​ແຂວງ​ຈະ​ມີ 65 ຕາ​ແສງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່, ກວມ 50% ຈຳ​ນວນ​ຕາ​ແສງ​ໃນ​ເຂດ​ຊົນ​ນະ​ບົດ.

        ໄປ​ບິ່ງ​ດິ້ງ ໃນ​ຊຸມມື້ນີ້, ຈຶ່ງ​ຮັບ​ຮູ້​ໄດ້​ບັນ​ຍາ​ກາດ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ເຊິ່ງ​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ​ຢູ່ຫຼາຍ​ໝູ່​ບ້ານ. ຢູ່​ຕາ​ແສງມິ້​ໂລກ, ເມືອງ​ຟູ່ມິ້, ປະ​ຊາ​ຊົນ​ພວມ​​ຖອກ​ເບ​ຕົງ​ກໍ່​ສ້າງ​ເສັ້ນ​ທາງ​​ລະ​ຫວ່າງ​ບ້ານຕອນ​ສຸດ​ທ້າຍ​. ນອກ​ຈາກ​ມາດ​ຖານ​ກ່ຽວ​ກັບ​ແຜນ​ກຳ​ນົດ, ຫຼຸດ​ຜ່ອນ​ຈຳ​ນວນ​ຄອບ​ຄົວ​ທີ່​ທຸກ​ຍາກ​ແລ້ວ, ການ​ນຳ​ຕາ​ແສງມິ້​ໂລກ ພວມ​ສຸມ​ໃສ່​ກໍ່​ສ້າງ​ບັນ​ດາ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​​ຊົນ​ນະ​ບົດທີ່​ຍັງ​ບໍ່​ທັນກໍ່​ສ້າງ​ສຳ​ເລັດ. ເສັ້ນ​ທາງ​​ໄດ້​ຮັບ​ການເປີດກວ້າງ​ເຖິງ​ບ່ອນ​ໃດ, ປະ​ຊາ​ຊົນ​ກໍ່​ກຽມ​ພ້ອມ​ສະ​ຫງວນ​ທີ່​ດິນ, ຕົ້ນ​ໄມ້, ພືດ​ສຳ​ຮອງ​ເຖິງ​ບ່ອ​ນນັ້ນ ໂດຍ​ບໍ່​ຮັບ​ເງິນ​ຊົດ​ເຊີຍ. ມາ​ຮອດ​ປະ​ຈຸ​ບັນ, ທາງ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ​ກວ່າ 5 ກມ ໄດ້​ຮັບ​ການ​ກໍ່​ສ້າງ​ສຳ​ເລັດ ຍ້ອນ​ມີ​ການ​ສະ​ຫງວນ​ທີ່​ດິນ, ຕົ້ນ​ໄມ້​ໃນ​ສວນ ແລະ ພືດ​ສຳ​ຮອງ​ຂອງ​ປະ​ຊາ​ຊົນ. ທ່ານ ດັ້ງ​ວັນ​ກວາງ, ຜູ້​ທີ່​ໄດ້​ສະ​ຫງວນ​ທີ່​ດິນ ແລະ ຕົ້ນ​ໄມ້​ໃນ​ສວນ​ຂອງ​ຕົນໃຫ້​ແກ່​ການ​ກໍ່​ສ້າງ​ທາງ, ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ ພ້ອມ​ດ້ວຍ​ຄອບ​ຄົວ​ ໄດ້​ເຫັນ​ອົກ​ເຫັນ​ໃຈ ແລະ ລະ​ດົມ​ປະ​ຊາ​ຊົນ​ສະ​ຫງວນ​ທີ່​ດິນກໍ່​ສ້າງ​ເສັ້ນ​ທາງ​ໃຫ້​ໃຫ​ຍ່​ໂຕ ແລະ ສະ​ອາດ, ສວຍ​ງາມ. ຖ້າ​ຫາກ​ຕ້ອງ​ໃຊ້​ຄ່າ​ຊົດ​ເຊີຍ​ໃຫ້​ແກ່​ການ​ບຸກ​ເບີກ​ໜ້າ​ພຽງ, ທາງ​ແຂວງ​ຈະ​ບໍ່​ມີ​ເງິນ​ເພື່ອ​ຈ່າຍ​”.

ປະ​ຊາ​ຊົນ​ນັບ​ຮ້ອຍ​ຄອບ​ຄົວ​ຢູ່​ບັນ​ດາ​ຕາ​ແສງມິ້​ຮຽບ, ມິ້​ເຈົາ, ເມືອງ​ຟູ໋ມິ້ ໄດ້​ສະ​ຫງວນ​ທີ່​ດິນ, ພືດ​ສຳ​ຮອງ​ ແລະ ແຮງ​ງານດ້ວຍ​ຄວາມ​ສະ​ໝັກ​ໃຈ ເພື່ອ​ພ້ອມ​ກັບ​ທ້ອງ​ຖີ່ນ​ກໍ່​ສ້າງ​ສຳ​ເລັດ​ບັນ​ດາ​ກິດ​ຈະ​ກຳ​ພື້ນ​ຖານ​ໂຄງ​ລ່າງ. ທ່ານ ໂງ​ດິ່ງ​ບາ, ຮອງ​ຫົວ​ໜ້າ​ຫ້ອງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ເມືອງ​ຟູ່ມິ້, ແຂວງ​ບິ່ງ​ດິ້ງ ຖື​ວ່າ:

“​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ມີ​ຄວາມ​ສະດວກຫຼາຍ​ຢ່າງ, ນັ້ນ​ແມ່ນ​ໄດ້​ຮັບຄວາມ​ເຫັນ​ດີ​ເຫັນ​ພ້ອມ​ ແລະ ການ​ສະ​ໜັບ​ສະ​ໜູນຈາກປະ​ຊາ​ຊົນ. ໃນ​ໄລ​ຍະ​ຜ່ານ​ມາ​ມີ​ປະ​ຊາ​ຊົນ​ນັບ​ຮ້ອຍ​ຄອບ​ຄົວ​ໃນ​ເຂດ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ໄດ້​ສະ​ຫງວນ​ທີ່​ດິນ, ຕົ້ນ​ໄມ້, ແຮງ​ງານ ກໍ່​ຄື​ບໍ​ລິ​ຈາກ​ເງິນ​ຮັບ​ໃຊ້​​ບັນ​ດາ​ກິດ​ຈະ​ການ​ກໍ່​ສ້າງ​ພື້ນ​ຖານ​”.

ບໍ່​ພຽງ​ແຕ່​ຢູ່​ເຂດ​ທົ່ງ​ພຽງ​ເທົ່າ​ນັ້ນ, ຫາກ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຍັງ​ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ​ຢູ່​ເມືອງ​ຕ່າງໆ​ໃນ​ເຂດ​ພູ​ດອຍແຂວງ​ບິ່ງ​ດິ້ງ. ປີ 2012, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນເມືອງ​ພູ​ດອຍວິ້ງ​ແທກ, ​ໄ​ດ້​ປະ​ກອບ​ເຫື່ອ​ແຮງ​ເພື່ອ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ລະ​ຫວ່າງ​ເມືອງ, ລະ​ຫວ່າງ​ບ້ານ​ດ້ວຍ​ລວງ​ຍາວ​ເກືອບ 22 ກມ. ທ່ານ ​ເລ​ວັນ​ເດົາ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົ​ນ​ເມືອງວິ້ງ​ແທກ, ແຂວງ​ບິ່ງ​ດິງ ໃຫ້​ຮູ້​ວ່າ:​

“ຄວາມ​ຫ​ຍຸ້ງ​ຍາກ​ທີ່​ສຸດ​ໃນ​ການ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມນັ້ນ​ແມ່ນ​ການ​ບຸກ​ເບີກ​ໜ້າ​ພຽງ, ແຕ່​​ສຳ​ລັບ​ເມືອງວິ້ງ​ແທກ​ແລ້ວ, ຍ້ອນ​ເຮັດ​ວຽກ​ງານ​ໂຄ​ສະ​ນາ​ໄດ້​ດີ, ວຽກ​ງານ​ບຸກ​ເບີກ​ໜ້າ​ພຽງ​ຈຶ່ງ​ສະ​ດວກ​ສະ​ບາຍ. ປະ​ຊາ​ຊົນ​ພ້ອມ​ແລ້ວ​ທີ່​ຈະ​ສະ​ຫງວນ​ທີ່​ດິນ​ເພື່ອ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ. ນອກຈາກ​ຄວາມ​ສະ​ດວກ​ແລ້ວ, ຍັງ​ມີ​ຄວາມ​ຫ​ຍຸ້ງ​ຍາກ​ຈຳ​ນວນ​ໜຶ່ງ, ໃນ​ນັ້ນ​ມີ​ມາດ​ຖານຫຼຸດ​ຜ່ອນ​ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ໃຫ້​ລົງ​ເຫຼືອ​ພຽງ 5%”

ອາດ​ເວົ້າ​ໄດ້​ວ່າ, ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ບິ່ງ​ດິ້ງ ໄດ້​ເຮັດ​ໃຫ້​ພື້ນ​ຖານ​ໂຄງ​ລ່າງ​ໄດ້​ຮັບ​ການ​ປັບ​ປຸງ​ເທື່ອ​ລະ​ກ້າວ, ລະ​ບົບ​ຄົມ​ມະ​ນາ​ຄົມ, ຊົນ​ລະ​ປະ​ທານ, ໂຮງ​ຮຽນ, ສຸກ​ສາ​ລາ… ໄດ້​ຮັບ​ການ​ລົງ​ທຶນ​ກໍ່​ສ້າງ. ພິ​ເສດ​ແມ່ນ​ຄວາມ​ຄິດ, ວິ​ທີ​ເຮັດຂອງ​ປະ​ຊາ​ຊົນ​ໃນ​ການ​ຜະ​ລິດ​ກະ​ສີ​ກຳ​ຄື​ ການ​ປູກ​ຝັງ, ລ້ຽງ​ສັດ​ໄດ້​ຮັບ​ການ​ປ່ຽນ​ແປງ​ເທື່ອ​ລະ​ກ້າວ; ບັນ​ດາ​ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ໃໝ່, ແນວ​ພັນ​ປູກ, ສັດ​ລ້ຽງ​ທີ່​ມີ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ​ສູງ​ຖືກ​ນຳ​ເຂົ້າ​ການ​ຜະ​ລິດ​ນັບ​ມື້​ນັບຫຼາຍກວ່າ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບິ່ງ​ດິ້ງ ​ຈະ​ສືບ​ຕໍ່​ຍູ້​ແຮງ​​ການ​ຜະ​ລິດ, ຫັນ​ປ່ຽນ​ຜົນ​ລະ​ປູກ, ສັດ​ລ້ຽງ, ຂະ​ແໜງ​ອາ​ຊີບ​ຢູ່​ເຂດ​ຊົນ​ນະ​ບົດ, ພັດ​ທະ​ນາ​ກະ​ສີ​ກຳ​ຕາມ​ທິດ​ຜະ​ລິດ​ເປັນ​ສິນ​ຄ້າ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ທີ່​ກ້າວ​ໜ້າ ເພື່ອ​ເຮັດ​ໃຫ້​ແຜນ​ນະ​ໂຍ​ບາຍ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ຊີ​ວິດ​ຢ່າງ​ແທ້​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ