ກຸຍບາ ເລີ່ມຕົ້ນລາຍການຊ້ອມຮົບປີ 2013

ກຸຍບາ ເລີ່ມຕົ້ນລາຍການຊ້ອມຮົບປີ 2013 - ảnh 1
ກຳລັງ​ປະກອບ​ອາວຸດ​ກຸຍ​ບາ
(ພາບອີນເຕີແນດ)


(vovworld) - ວັນ​ທີ 02/02, ບັນ​ດາ​ກຳລັງ​ປະກອບ​ອາວຸດ​ກຸຍ​ບາ ​ເລີ່​ມຕົ້ນ​ລາຍການ​ຊ້ອມ​ຮົບ​ປີ 2013 ດ້ວຍຈຸດໝາຍປົກ​ປັກ​ຮັກສາ​ປະ​ເທດ​ຊາດ ຕໍ່ໜ້າ​ກົນອຸບາຍ​ຮຸກ​ຮານ​ຂອງ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ຈາກ​ຕ່າງປະ​ເທດ ​ແລະ ຮັກສາ​ໝາກຜົນ​ຂອງ​ການ​ປະຕິວັດ​ໃນ​ທຸກ​ສະພາບການ. ລາຍການ​ຊ້ອມ​ຮົບ​ຈະ​ແກ່ຍາວ​ແຕ່​​ນີ້​ຮອດ​ເດືອນ ພະຈິກ ​ແລະ ​ສິ້ນສຸດ​ລົງ​ດ້ວຍ​ການ​ຊ້ອບຮົບ​ຂະໜາດ​ໃຫຍ່​ທີ່​ມີ​ຊື່​ວ່າ “ກຳ​ແພງ 2013”. ກ່າວຄຳ​ເຫັນ​ທີ່​ພິທີ​ເລີ່​ມຕົ້ນ​ການ​ຊ້ອມ​ຮົບຢູ່​ແຂວງ Cameguey, ພົນ​ຕີ Ramon Lauzao, ຜູ້​ບັນຊາ​ການ​ທະຫານ​ກອງ​ພົນ​ໃຫຍ່​ພາກຕາ​ເວັນ​ອອກ ຢືນຢັນ​ວ່າ ກຳລັງ​ປະກອບ​ອາວຸດ​ປະຕິວັດ​ກຸຍ​ບາ ຈະ​ເພີ່ມ​ທະວີ​ກົດ​ລະບຽບ​ການ​ທະຫານ, ກະກຽມຖັນ​ແຖ້ວຜູ້​ບັນຊາ​ການ​ສູ້​ຮົບ​ຢ່າງ​ລອບ​ຂອບ​ທີ່​ຖ້ວນ​ ​ແລະ ຍົກ​ສູງ​ຈິດ​ໃຈ​ລະມັດລະວັງ​ເພື່ອ​ຮັບ​ມືກັບ​ທຸກ​ກໍລະນີ​ທີ່​ອາດ​ຈະ​ເກີດ​ຂຶ້ນ.

ຂ່າວ/ບົດ​ອື່ນ