(vovworld) - ວັນທີ 17/6, ສະພາແຫ່ງຊາດປືກສາຫາລືຢູ່ຫໍປະຊຸມກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ.
ສະມາຊິກສະພາແຫ່ງຊາດຫລາຍທ່ານຖືວ່າ, ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງສິ່ງສຳຄັນຕ້ອງເຮັດແນວໃດເພື່ອຮັບປະກັນຄວາມກົມກຽ່ວລະຫວ່າງຜົນປະໂຫຍດຂອງລັດ ແລະ ປະຊາຊົນ. ສສຊ ຫລາຍທ່ານເຫັນດີກັບການກຳນົດໃນຮ່າງສ້າງແຜນການ, ວາງແຜນກຳນົດນຳໃຊ້ທີ່ດິນລວມມີ 3 ຂັ້ນ, ຂັ້ນລັດ, ຂັ້ນແຂວງ ແລະ ຂັ້ນເມືອງ.
ທ່ານ ລາງອກທວາງ ສສຊ ແຂວງລ່າວກາຍ
ພາບ:diendandautu.vn
|
ເມື່ອເວົ້າເຖິງບັນຫາກຳນົດລາຄາທີ່ດິນ, ທ່ານ ລາງອກທວາງ(La Ngọc Thoáng) ສສຊ ແຂວງ ກາວບັ່ງຖືວ່າ: ຄວນຄິດໄລ່ລາຄາທີ່ດິນຄືນເພື່ອຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ພິເສດແມ່ນທີ່ດິນກະສິກຳ. ຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງຕ້ອງມີການກຳນົດລາຄາຢ່າງຈະແຈ້ງເພື່ອທົດແທນໃຫ້ແກ່ຊາວກະສິກອນຢ່າງສົມເຫດສົມຜົນ.
“ລາຄາທີ່ດິນປະຈຸບັນມີຫລາຍສິ່ງບໍ່ທັນເໝາະສົມ. ຄວາມຈິງບັນດາກໍລະນີຟ້ອງຮ້ອງກ່ຽວກັບທີ່ດິນສ່ວນຫລາຍກໍຍ້ອນບັນຫາລາຄາ. ສະນັ້ນ ໄລຍະຈະມາເຖິງ ຕ້ອງຄິດໄລ່ແນວໃດເພື່ອໃຫ້ລາຄາທົດແທນທີ່ດິນກະສິກຳດ້ວຍລະດັບສູງກວ່າ, ບໍ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຖືກຜົນສະທ້ອນ.”