(ພາບ:vov.vn)
(vovworld)- ຕອນເຊົ້າວັນທີ 19/9, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫ່ຍຫງວຽນຟຸຈ້ອງ ໄດ້ເປັນປະທານການເຮັດວຽກຂອງກົມການເມືອງກັບຄະນະປະຈຳຄະນະພັກນະຄອນຫາຍຟ່ອງ ກ່ຽວກັບໝາກຜົນ 10 ປີແຫ່ງການປະຕິບັດມະຕິເລກທີ 32 ຂອງກົມການເມືອງຊຸດທີ 9 ກ່ຽວກັບ “ການກໍ່ສ້າງ ແລະ ພັດທະນາ ນະຄອນຫາຍຟ່ອງ ໃນໄລຍະຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ“. ກ່າວຄຳເຫັນສະຫລຸບການເຮັດວຽກ, ທ່ານເລຂາທິການໃຫ່ຍຫງວຽນຟຸຈ້ອງ ໄດ້ຮັບຮູ້ບັນດາໝາກຜົນອັນຕັ້ງໜ້າຊື່ງຄະນະພັກ, ອຳນາດການປົກຄອງ ແລະ ປຊຊ ຫາຍຟ່ອງ ບັນລຸໄດ້ໃນ10 ປີແຫ່ງການປະຕິບັດມະຕິກ່ຽວກັບ “ການກໍ່ສ້າງ ແລະ ພັດທະນາ ນະຄອນຫາຍຟ່ອງ ໃນໄລຍະຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ“. ທ່ານເລຂາທິການໃຫ່ຍຫງວຽນຟຸຈ້ອງ ສະເໜີວ່າ:
“ຫາຍຟ່ອງຕ້ອງປະຕິບັດການສ້າງໂຄງປະກອບເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕຕາມທິດພັດທະນາວ່ອງໄວແຕ່ຕ້ອງໝັ້ນຄົງ, ຈາກລວງກ້ວາງພັດທະນາໄປສູ່ລວງເລິກ, ສຸມໃສ່ 3 ຂອດບຸກທະລຸຍຸດທະສາດ, ນັ້ນແມ່ນບັນຫາພື້ນຖານໂຄງລ່າງ, ໂດຍສະເພາະແມ່ນພື້ນຖານໂຄງລ່າງຄົມມະນາຄົມ, ພື້ນຖານໂຄງລ່າງເສດຖະກິດ-ສັງຄົມ; ການພັດທະນາແຫຼ່ງຊັບພະຍາກອນມະນຸດ. ຕ້ອງເອົາໃຈໃສ່ເປັນພິເສດຕໍ່ທ່າແຮງຂອງນະຄອນ, ສຸ່ມໃສ່ຂອດບຸກທະລຸຕ່າງໆຄື: ທ່າກຳປັ່ນທະເລ, ການບໍລິການ, ການທ່ອງທ່ຽວ… “.