ກຸ່ມບໍລິສັດ, ວິສາຫະກິດ ອາເມລິກາ ກ່ວາ 160 ແຫ່ງຮຽກຮ້ອງປະທານາທິບໍດີ Trump ໂຈະການຂຶ້ນພາສີຕໍ່ສິນຄ້າ ຈີນ

(VOVWORLD) - ວັນທີ 28 ສິງຫາ, ກຸ່ມບໍລິສັດ, ວິສາຫະກິດ ອາເມລິກາ ກ່ວາ 160 ແຫ່ງໄດ້ຂຽນຈົດໝາຍຮຽກຮ້ອງໃຫ້ທ່ານປະທານາທິບໍດີ ອາເມລິກາ Donald Trumpໂຈະການຂຶ້ນພາສີຕໍ່ສິນຄ້າທີ່ນຳເຂົ້າຈາກ ຈີນ. 

ບັນດາກຸ່ມບໍລິສັດນີ້ຖືວ່າ: ຈຸດເວລາຂຶ້ນພາສີສຳລັບສິນຄ້າ ຈີນ ແມ່ນບໍ່ເໝາະສົມ ຍ້ອນວ່າ ປະເທດ ອາເມລິກາ ໃກ້ຈະເຂົ້າສູ່ໄລຍະພັກບຸນ ໃນຂະນະທີ່ຄວາມຮຽກຮ້ອງຕ້ອງການຊື້ເຄື່ອງຂອງເພີ່ມຂຶ້ນສູງ. ເລື່ອງ ອາເມລິກາ ຂຶ້ນພາສີ ຈະເຮັດໃຫ້ບັນດາວິສາຫະກິດ ອາເມລິກາ ຂຶ້ນລາຄາຜະລິດຕະພັນ ແລະ ຜູ້ອຸປະໂພກບໍລິໂພກ ອາເມລິກາ ຈະເສຍຄ່າໃຊ້ຈ່າຍສູງກ່ວາ.

ກຸ່ມບໍລິສັດ, ວິສາຫະກິດ ອາເມລິກາ ກ່ວາ 160 ແຫ່ງຮຽກຮ້ອງປະທານາທິບໍດີ Trump ໂຈະການຂຶ້ນພາສີຕໍ່ສິນຄ້າ ຈີນ - ảnh 1 (ພາບປະກອບ)

        ຄຳຮຽກຮ້ອງຂອງບັນດາບັນດາວິສາຫະກິດ ອາເມລິກາ ໄດ້ຍົກອອກມາພາຍຫລັງຫ້ອງການຕາງໜ້າດ້ານການຄ້າ ອາເມລິກາ ຢືນຢັນແຜນການຂຶ້ນພາສີເພີ່ມເຕີມ 5% ຂອງທ່ານປະທານາທິບໍດີ Donald Trump ສຳລັບສິນຄ້າທີ່ມີມູນຄ່າ 300 ຕື້ USD ຂອງ ຈີນ ແຕ່ວັນທີ 1 ກັນຍາ ແລະ ວັນທີ 15 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ