ກຸ່ມ G7 ເປັນເອກະພາບຫຼັກໝັ້ນສຳລັບ WHO ແລະ ເປີດປະຕູພື້ນຖານເສດຖະກິດຄືນໃໝ່

(VOVWORLD) -ການນຳກຸ່ມ G7 ໄດ້ເຫັນດີສົມທົບກັນເປີດປະຕູບັນດາພື້ນຖານເສດຖະກິດຂອງກຸ່ມນີ້ ພາຍຫຼັງໂລກລະບາດ ແລະ ຮັບປະກັນ “ບັນດາລະບົບສະໜອງທີ່ມີຄວາມໄວ້ເນື້ອເຊື່ອໃຈ” ໃນອະນາຄົດ.

ກຸ່ມ G7 ເປັນເອກະພາບຫຼັກໝັ້ນສຳລັບ WHO ແລະ ເປີດປະຕູພື້ນຖານເສດຖະກິດຄືນໃໝ່ - ảnh 1ກອງປະຊຸມອອນລາຍ G7

(ພາບ: AFP)

ວັນທີ 16 ເມສາ (ຕາມເວລາອາເມລິກາ), ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຈັດກອງປະຊຸມອອນລາຍກັບບັນດາການນຳອື່ນຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7), ໃນສະພາບບັນດາພື້ນຖານເສດຖະກິດໃຫຍ່ສຸດຂອງໂລກພວມລໍຖ້າໃຫ້ສະພາບເສດຖະກິດຖືກຢຸດສະງັກຍ້ອນບັນດາຄວາມມານະພະຍາຍາມຕ້ານໂລກລະບາດໂຄວິດ-19 ຢຸດຕິລົງ.

        ທີ່ກອງປະຊຸມ, ທຳນຽບຂາວໃຫ້ຮູ້ວ່າ, ການນຳກຸ່ມ G7 ໄດ້ເຫັນດີສົມທົບກັນເປີດປະຕູບັນດາພື້ນຖານເສດຖະກິດຂອງກຸ່ມນີ້ ພາຍຫຼັງໂລກລະບາດ ແລະ ຮັບປະກັນ “ບັນດາລະບົບສະໜອງທີ່ມີຄວາມໄວ້ເນື້ອເຊື່ອໃຈ” ໃນອະນາຄົດ.

        ນອກຈາກນັ້ນ, ທຳນຽບຂາວກໍ່ເນັ້ນໜັກວ່າ, ທີ່ກອງປະຊຸມ ບັນດາການນຳໄດ້ປຶກສາຫາລືກ່ຽວກັບອົງການອະນາໄມໂລກ (WHO), ການນຳບັນດາປະເທດ G7 ໄດ້ສະແດງໃຫ້ເຫັນການສະໜັບສະໜູນຄຳຮຽກຮ້ອງໃຫ້ “ພິຈາລະນາ ແລະ ປະຕິຮູບອົງການນີ້ຂອງສະຫະປະຊາຊາດຢ່າງເຖິງຖອງ.

ຕອບກັບ

ຂ່າວ/ບົດ​ອື່ນ