ກວ໋າງນິງ, ດ່ານັ້ງຕ້ອນຮັບນັກທ່ອງທ່ຽວໃນໂອກາດບຸນປີໃໝ່ສາກົນ 2021

(VOVWORLD) -ໃນ 2 ວັນພັກຂອງບຸນປີໃໝ່ສາກົນ 2021, ແຂວງກວ໋າງນິງໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 140.000 ເທື່ອຄົນ ມາຢ້ຽມຢາມ, ພັກຜ່ອນບຳລຸງສຸຂະພາບ.

ກວ໋າງນິງ, ດ່ານັ້ງຕ້ອນຮັບນັກທ່ອງທ່ຽວໃນໂອກາດບຸນປີໃໝ່ສາກົນ 2021 - ảnh 1ເຂດອ່າວຮະລອງ

(ພາບປະກອບ: TTXVN)

ກ່ອນໜ້ານັ້ນ, ທາງແຂວງກໍ່ໄດ້ຍົກອອກການກະຕຸ້ນການທ່ອງທ່ຽວຂະໜາດໃຫຍ່ຢ່າງຕໍ່ເນື່ອງຄື: ຫຼຸດລາຄາການໃຊ້ຈ່າຍ, ຫຼຸດລາຄາປີ້ຢ້ຽມຊົມທັດສະນີຍະພາບອ່າວຮະລອງ, ອຽນຕື໋, ຫໍພິພິຕະພັນກວ໋າງນິງ. ວິສາຫະກິດຫຼາຍແຫ່ງທີ່ເຄື່ອນໄຫວໃນຂົງເຂດທ່ອງທ່ຽວໄດ້ເປັນເຈົ້າການຍົກອອກການບໍລິການແບບໃໝ່, ມຸ່ງໄປສູ່ກຸ່ມນັກທ່ອງທ່ຽວປີກຍ່ອຍ, ນັກທ່ອງທ່ຽວໄປທ່ຽວເປັນຄອບຄົວແທນທີ່ແຂກທ່ອງທ່ຽວໄປເປັນຄະນະ tour ດ້ວຍເວລາຫຼາຍວັນຄກ່ອນນີ້.

ສ່ວນຢູ່ນະຄອນດ່ານັ້ງໄດ້ແຈກປີ້ຟຼີ 2.000 ປີ້ເພື່ອເຂົ້າຮ່ວມ tour ທ່ອງທ່ຽວຢ້ຽມຊົມແມ່ນ້ຳຮ່ານໃນຕອນຄ່ຳ.ລາຍການໄດ້ດຳເນີນໃນລະຫວ່າງວັນທີ 01 – 02 ມັງກອນ.ໃນຕອນຄ່ຳມື້ທຳອິດມີນັກທ່ອງທ່ຽວເກືອບ 1.000 ຄົນໄດ້ເຂົ້າຮ່ວມ tour ທ່ອງທ່ຽວດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ