ກອງປະຊຸມຂັ້ນສູງ ອາຊຽນ 21 ຈະເລີ່ມຕົ້ນການເຈລະຈາກ່ຽວກັບເຂດການຄ້າເສລີໃຫມ່

ກອງປະຊຸມຂັ້ນສູງ ອາຊຽນ 21 ຈະເລີ່ມຕົ້ນການເຈລະຈາກ່ຽວກັບເຂດການຄ້າເສລີໃຫມ່ - ảnh 1
ທ່ານ Cham Prasidh ລັດຖະມົນຕີກະຊວງການຄ້າ ກຳປູເຈຍ
ພາບ:baodongnai.com


(vovworld) - ວັນທີ 31/10, ທ່ານ Cham Prasidh ລັດຖະມົນຕີການຄ້າ ກຳປູເຈຍ ໃຫ້ຮູ້ວ່າ: ກອງປະຊຸມຂັ້ນສູງ ອາຊຽນຄັ້ງທີ 21 ຈະຈັດຂຶ້ນໃນເດືອນ 11/2012 ຈະມາເຖິງ, ບັນດາຝ່າຍຈະເລີ່ມຕົ້ນການເຈລະຈາຮອບໃຫມ່ ເພື່ອສ້າງຕັ້ງເຂດການຄ້າ ​ເສລີ​ໃຫມ່​ຂອງ ອາ​ຊຽນ ​ໃນ​ຂອບ​ເຂດ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ຂອງ​ພາກ​ພື້ນ (RCEP). ກ່າວ​ຄຳ​ເຫັນ​ນະ​ພິທີ​ອັດ​ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ ອາ​ຊຽນ ຊຶ່ງ​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ ພະນົມ​ເປັນ, ທ່ານ Cham Prasidh ​ໃຫ້​ຮູ້​ວ່າ: ບັນດາ​ຫລັກການ ​ແລະ ຈຸດໝາຍ​ແນະນຳ​ໃຫ້​ແກ່​ການ​ເຈລະຈາ​ດັ່ງກ່າວ​ໄດ້​ຮັບ​ການ​ກະກຽມ ​ແລະ ຈະ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ບັນດາ​ການ​ນຳ​ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ຈະ​ມາ​ເຖິງ. RCEP ​ ​ອີງ​ໃສ່​ການ​ສຳ​ພັດ​ທີ່​ເປີດ​ກວ້າງ, ​ໃນ​ນັ້ນ ອະນຸຍາດ​ໃຫ້​ບໍ່​ວ່າ​ປະ​ເທດຄູ່​​ເຈລະຈາໃດ​ໆໃນ​ຂໍ້​ຕົກລົງ​ເຂດ​ການ​ຄ້າ​ເສລີ ອາ​ຊຽນ, ​ໃນ​ນັ້ນ ມີປະ​ເທດ ອົດ​ສະ​ຕາ​ລີ, ຈີນ, ອິນ​ເດຍ, ຍີ່​ປຸ່ນ, ສ​ເກົາຫລີ ​ແລະ ນິວ​ເຊີ​ແລນ ກໍ​ໄດ້​ເຂົ້າ​ຮ່ວມ. ຈຸດໝາຍ​ຂອງ RCEP ​ນຳພາ​ກພື້ນ​ນີ້​ກາຍ​ເປັນຕະຫລາດ​ຮ່ວມ​ສຳພັນ​ຂອງ​ພົນລະ​ເມືອງ​ກວ່າ 3 ຕື້​ຄົນ ດ້ວຍ GDP  ປະມານ ກວ່າ17.000 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ