ກອງປະຊຸມຄັ້ງທີ 4, ສະພາທິດສະດີສູນກາງ ອາຍຸການ 2011 - 2015

ກອງປະຊຸມຄັ້ງທີ 4, ສະພາທິດສະດີສູນກາງ ອາຍຸການ 2011 - 2015 - ảnh 1
ກອງປະຊຸມຄັ້ງທີ 4, ສະພາທິດສະດີສູນກາງ ອາຍຸການ 2011 - 2015
(ພາບ;cpv.org.vn)

(vovworld) - ວັນ​ທີ 29/6, ສະພາ​ທິດ​ສະ​ດີ​ສູນ​ກາງ ອາຍຸ​ການ 2011 – 2015 ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 4, ​ໂດຍສຸມ​ໃສ່​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ເນຶ້ອ​ໃນ​ຄື: ​​ຮ່າງແຜນ​ການ​ສືບ​ຕໍ່​ປ່ຽນ​​ແປງ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ສະພາ​ທິດ​ສະ​ດີ​ສູນ​ກາງ ​ແລະ ຮ່າງ​ລະບຽບ​ການເຮັດ​ວຽກ​ຂອງ​ບັນດາອະນຸ​ກຳມະການ​ຂອງ​ສະພາ, ຮ່າງ “ບົດ​ລາຍ​ງານ​ປ່ຽນ​ໃໝ່, ຍົກ​ສູງ​ປະສິດ​ທິຜົນ​ຂອງ​ລັດ​ວິ​ສາ​ຫະກິດ, ຮັບປະກັນ​ບົດບາດ​​ເປັນ​ແກ່ນສານ ຂອງ​ເສດຖະກິດ​ແຫ່ງ​ລັດ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ”. ກ່າວ​ຄຳ​ເຫັນ​ຊີ້​ນຳ, ທ່ານ Dinh The Huynh, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ ຊີ້​ແຈງ​ວ່າ: ບັນຫາ​ທີ່​ວາງ​ອອກ​ນັ້ນ​ແມ່ນ: ສະພາ​ທິດ​ສະ​ດີ​ສູນ​ກາງ​ຄວນ​ສືບ​ຕໍ່​ປ່ຽນ​ໃໝ່​ຢ່າງຮອບດ້ານ, ​ເຂັ້ມ​ແຂ​ງ ທັງດ້ານ​ເນື້ອ​ໃນ ​ແລະ ຮູບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ, ອົງການ​ສະພາ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​​ໃຫ້​ຄຳ​ປຶກສາ​ບັນດາ​ບັນຫາ​ທິດ​ສະ​ດີກາ​ນ​ເມືອງ​ຕາມ​ບົດບາດ​ໜ້າ​ທີ່ ທີ່​​ກົມ​ການ​ເມືອງ ​ແລ​ະ ຄະ​ນະ​ເລຂາ​ໄດ້​ມອບ​ໝາຍ​ໃຫ​້. ​ໃນ​ອາຍຸ​ການ​ນີ້, ກໍ​ຄວນ​ຍົກ​ສູງ​ຄຸ​ນນະພາ​ບການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອະນຸ​ກຳມະການ. ນີ້​ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​​ໃນ​ປ່ຽນ​​ໃໝ່​ຮູບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ.

ກ່ຽວ​ກັບ​ຮ່າງ​ບົດ​ລາຍ​ງານ​ປ່ຽນ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ​ລັດ​ວິ​ສາ​ຫະກິດ, ທ່ານ Dinh The Huynh ສະ​ເໜີ​ໃຫ້​ບັນດາ​ຜູ້​ແທນ​ສຸ​ມ​ໃສ່​ປຶກສາ​ຫາລື ບັນດາ​ບັນຫາ​ເຮ​ັດ​ໃຫ້​ຈະ​ແຈ້ງ​ບົດບາດ, ທີ່​ຕັ້ງ​ຕົ້ນ​ຕໍ່​ຂອງ​ລັດ​ວິ​ສາ​ຫະກິດ ​ເຊິ່ງ​​ແກ່ນສານແມ່ນ​ລັດ​ວິ​ສາ​ຫະກິດ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ ກຳນົດ​ທິດ​ສັງຄົມ​ນິຍົມ, ​ເຮັດ​​ແຈ້ງ​ທັດສະນະກ່ຽວ​ກັບ​ການ​ຕີ​ລາຄາ​ລັດ​ວິ​ສາ​ຫະກິດ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ການ​ເມືອງ, ສັງຄົມ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ພົວພັນ​ຕ່າງປະ​ເທດ. ຈາກ​ນັ້ນ ປະກອບສ່ວນ​ຕີ​ລາຄາ​ຢ່າງ​ຖືກ​ຕ້ອງ ​ແລະ ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ ກ່ຽວ​ກັບ​ທີ່​ຕັ້ງ​ບົດບາດ​ຂອງ​ເສດຖະກິດ​ແຫ່ງ​ລັດ ​ເຊິ່ງ​​ແກ່ນສານ​ແມ່ນ​ລັດ​ວິ​ສາ​ຫະກິດ​ໃນ​ພື້ນຖານ​ເສດ​ຖະກິດ​​ຂອງ​ລັດ.

ຂ່າວ/ບົດ​ອື່ນ