ກອງປະຊຸມຄັ້ງທີ7ຄະນະບໍລິຫານງານສະມາຄົມແມ່ຍິງຫວຽດນາມຊຸດທີ11

ກອງປະຊຸມຄັ້ງທີ7ຄະນະບໍລິຫານງານສະມາຄົມແມ່ຍິງຫວຽດນາມຊຸດທີ11 - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ7ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ແມ່​ຍິງ​ຫວຽດ​ນາມ​ຊຸດ​ທີ11
(ພາບ: baomoi)

(vovworld) -​ ​ປີ 2015, ສະ​ມາ​ຄົມ​ແມ່​ຍິງ​ທຸກ​ຂັ້ນ ໄດ້​ຊ່ວຍ​ເຫຼືອ 115.000 ຄອບ​ຄົວ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ຂົນ​ຂວາຍ​ການ​ສະ​ໜັບສະ​ໜູນກໍ່​ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ໃຫ້​ແມ່​ຍິງ​ທຸກ​ຍາກ, ແມ່​ຍິງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ ກວ່າ 3.000 ຫຼັງ. ນີ້​ແມ່ນ​ຂໍ້​ມູນ​ທີ່​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະ​ຊຸມ​ຄັ້ງ​ທີ 7 ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ແມ່​ຍິງ​ຫວຽດ​ນາມ​ ຊຸດ​ທີ 11, ໂດຍສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ຈັດ​ຕັ້ງ ໃນ​ຕອນ​ເຊົ້​າ​ວັນ​ທີ 25/12, ຢູ່​ຮ່າ​ໂນ້ຍ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.

      ປີ 2015, ສະ​ມາ​ຄົມ​ແມ່​ຍິງ​ທຸກ​ຂັ້ນ ໄດ້​ປ່ຽນ​ໃໝ່​ເນື້ອ​ໃນ, ວິ​ທີ​ການເຄື່ອນ​ໄຫວເພື່ອຫັນ​ວຽກ​ງານ​ແມ່​ຍິງ​ເປັນ​​ວຽກ​ງານສັງ​ຄົມ, ມີ​ຫຼາຍ​ຮູບ​ແບບ, ວິ​ທີ​ປະ​ຕິ​ບັດ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​​ຖືກ​ຍົກ​ອອກ​ມາ ເພື່ອ​ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ບັນ​ລຸ​ປະ​ສິດ​ທິ​ຜົນ​ຢ່າງ​ແທດ​ຈ​ິງ; ​ກໍ​ຄືເອົາ​ໃຈ​ໃສ່​​ເຖິງ​ແມ່​ຍິງ​ເປັນ​ຢ່າງ​ດີກວ່າ, ເປັນ​ເສ​ນາ​ທິ​ການ​​ນະ​ໂຍ​ບາຍທີ່​ມີ​ການ​ກະ​ທົບ​ຢ່າງ​ໃຫຍ່​ຫຼວງ​ຄືກຳ​ນົດ​ອັດ​ຕາ​ແມ່​ຍິງ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ. ຄຽງ​ຂ້າງນັ້ນ, ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງສະ​ມາ​ຄົມ​ໄດ້​ປ​ຸກ​ລະ​ດົມ​ການ​ແຂ່ງ​ຂັນ​ພິ​ເສດ​ດ້ວຍ​ຫົວ​ຂ​ໍ້​ວ່າ “ແມ່​ຍິງ​ຫວຽດ​ນາມ ສາ​ມັກ​ຄີ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ແຂ່ງ​ຂັນ​ປະ​ຕິ​ບັດ​ສຳ​ເລັດໜ້າ​ທີ່​​ປີ 2016”; ສືບ​ຕໍ່​ຍູ້​ແຮງ​ຂະ​ບວນ​ການ​ແຂ່ງ​ຂັນແມ່​ຍິງ​ຕັ້ງ​ໜ​້າ​ຮ່ຳ​ຮຽນ, ອອກ​ແຮງ​ງານຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ສ້າງ​ຄອບ​ຄົວ​ມີ​ຄວາມ​ຜາ​ສຸກ, ປະ​ຕິ​ບັດ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຂອງ​ພັກ.

ຂ່າວ/ບົດ​ອື່ນ