|
(vovworld) - ຕອນເຊົ້າວັນທີ 7/12 ຢູ່ ນະຄອນ ກອນຕູມ (Kon tum) ໄດ້ດຳເນີນກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ 8 ເຂດສາມຫລ່ຽມພັດທະນາ ກຳປູເຈຍ, ລາວ ແລະ ຫວຽດນາມ ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນສອງປະເທດ ຫວຽດນາມ, ລາວ ແລະ ລັດຖະມົນຕີຂັ້ນສູງກະຊວງການຄ້າລາຊະອານາຈັກ ກຳປູເຈຍ. ທີ່ກອງປະຊຸມ, ລັດຖະມົນຕີ 3 ປະເທດ ໄດ້ຢືນຢັນວ່າ: ການເຄື່ອນໄຫວນີ້ເປີດກາລະໂອກາດໃຫ້ແກ່ການຮ່ວມມືຢ່າງກວ້າງຂວາງລະຫວ່າງບັນດາແຂວງໃນເຂດສາມຫລ່ຽມພັດທະນາເວົ້າສະເພາະ ແລະ ບັນດາແຂວງ, ນະຄອນ ຂອງສາມປະເທດເວົ້າລວມ, ຊົມເຊີຍຖະແຫລງການຮ່ວມຂອງເວທີປາໄສຊາວຫນຸ່ມ 3 ປະເທດ ແລະ ຮັບຮູ້ບັນດາໝາກຜົນຊຶ່ງຊາວຫນຸ່ມ 3 ປະເທດ ບັນລຸໄດ້ໃນໄລຍະຜ່ານມາ, ຮຽກຮ້ອງຄວາມສາມັກຄີ, ຕັ້ງຫນ້າຂອງລຸ້ນຫນຸ່ມໃນການປະກອບສ່ວນພັດທະນາເຂດສາມຫລ່ຽມພັດທະນາ. ຜູ້ແທນສາມປະເທດພ້ອມກັນຕີລາຄາບັນດາເນື້ອໃນຂອງຖະແຫລງການຮ່ວມ ແລະ ບັນດາຂໍ້ຕົກລົງທີ່ກອງປະຊຸມຂັ້ນສູງນາຍົກລັດຖະມົນຕີ ສາມປະເທດ ເມື່ອເດືອນ 11/2010. ສຸມໃສ່ຕີລາຄາສະພາບການຜັນຂະຫຍາຍປະຕິບັດນະໂຍບາຍບຸລິມະສິດພິເສດໃຫ້ແກ່ເຂດສາມຫລ່ຽມພັດທະນາ, ວາງແຜນກຳນົດສັງລວມກ່ຽວກັບການພັດທະນາເສດຖະກິດສັງຄົມຢູ່ເຂດສາມຫລ່ຽມພັດທະນາ, ການຮ່ວມມືຂອງພາກພື້ນກັບ ຍີ່ປຸ່ນ, ການເຄື່ອນໄຫວຂອງ 4 ອະນຸກຳມະການເສດຖະກິດ, ຄວາມໝັ້ນຄົງ, ການຕ່າງປະເທດ, ສິ່ງແວດລ້ອມ, ສັງຄົມ ແລະ ທ້ອງຖິ່ນ… ຜ່ານນັ້ນ ຈະເປັນເອກະພາບບັນດາເນື້ອໃນການຮ່ວມມືໃນປີ 2013.