ກອງປະຊຸມຄະນະຊີ້ນຳສູນກາງປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ

(VOVWORLD) - ຕອນເຊົ້າວັນທີ 25 ກໍລະກົດ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານ ເວືອງດີ່ງເຫວ້, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການສະຫລຸບ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫວ້ ໃຫ້ຮູ້ວ່າ: ນີ້ແມ່ນກອງປະຊຸມທີ່ມີຄວາມໝາຍສຳຄັນ ເພື່ອຕີລາຄາໝາກຜົນແຫ່ງການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດໃນ 6 ເດືອນຕົ້ນປີ - ເປັນບາດກ້າວກະກຽມໃຫ້ການສ້າງບັນດາບົດລາຍງານກ່ຽວກັບໝາກຜົນແຫ່ງການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ ທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນທ້າຍປີນີ້.

ກອງປະຊຸມຄະນະຊີ້ນຳສູນກາງປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ - ảnh 1 ທີ່ກອງປະຊຸມ (ພາບ: TTXVN)

        ສຳລັບໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່, ຕາມບົດລາຍງານຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ໄລ່ຮອດທ້າຍເດືອນ ມິຖຸນາ ປີນີ້, ທົ່ວປະເທດໄດ້ມີ 4458 ຕາແສງ ບັນລຸມາດຖານຊົນນະບົດໃໝ່, ເພີ່ມຂຶ້ນ 620 ຕາແສງ ເມື່ອທຽບໃສ່ທ້າຍປີ 2018; 3 ແຂວງ ດົ່ງທ໊າບ, ນາມດິ້ງ, ບີ່ງເຢືອງ ແລະ ນະຄອນ ດ່າໜັງ ໄດ້ກາຍເປັນ 4 ທ້ອງຖິ່ນທຳອິດຂອງທົ່ວປະເທດທີ່ ມີ 100% ຕາແສງ ບັນລຸໄດ້ມາດຖານຊົນນະບົດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ