ກອງປະຊຸມປອດອາວຸດ ນິວເຄຼຍ ອອກຖະແຫຼງ ການຮ່ວມ

ກອງປະຊຸມປອດອາວຸດ ນິວເຄຼຍ ອອກຖະແຫຼງ ການຮ່ວມ - ảnh 1
(ພາບປະກອບ: Kyodo)

(vovworld) - ທີ່​ວາລະ​ອັດ​ກອງ​ປະຊຸມ​ປອດ​ອາວຸດ​ນິວ​ເຄຼຍ ຄັ້ງ​ທີ 8 ດຳ​ເນີນ​ໃນ​ວັນ​ທີ 12/04, ຢູ່​ນະຄອນ Hiroshima, ປະ​ເທດ​ຍີ່ປຸ່ນ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສັງ​ກັດ​ພັນທະ​ມິດ​ຂໍ້​ລິ​ເລີມ​ປອດ​ອາວຸດ ​ແລະ ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ Hiroshima ຮຽກຮ້ອງ​ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ການປອດ​ອາວຸດ​ນິວ​ເຄຼຍ, ​​​ເພື່ອ​ໃຫ້ອາ​ເມ​ລິ​ກາ, ລັດ​ເຊຍ  ​ແລະບັນດາ​ປະ​ເທດ​ທີ່​ມີ​ອາວຸດ​ນິວ​ເຄຼຍ​ເຂົ້າ​ຮ່ວມ. ຖະ​ແຫຼ​ງການ​ຮ່ວມ​ໄດ້​ກະຕຸກ​ຊຸກຍູ້​ບັນດາ​ປະ​ເທດ​ມະຫາ​ອຳນາດດ້ານອາວຸດ​ນິວ​ເຄຼຍ​ເປີດ​ເຜີຍ​​ຂອບ​ຂະໜາດ​ສາງ​​ສະ​ສົມອາວຸດ​ນິວ​ເຄຼຍຂອງ​ແຕ່ລະ​ປະ​ເທດ, ພ້ອມ​ທັງ​ຮຽກ​ຮ້ອງ​ຫຼຸດຜ່ອນ​ຈຳນວນ​ອາວຸດ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ