ກອງປະຊຸມປະຈຳການລັດຖະບານເຮັດວຽກກັບບັນດາວິສາຫະກິດພາກເອກະຊົນໃຫຍ່

(VOVWORLD) - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືບາງບັນຫາພື້ນຖານ, ໃນນັ້ນໄດ້ປຶກສາຫາລືເພື່ອໃຫ້ຂໍ້ສັງເກດ, ຕີລາຄາລະອຽດກ່ຽວກັບທີ່ຕັ້ງ, ບົດບາດຂອງວິສາຫະກິດພາກເອກະຊົນໃຫຍ່.
ກອງປະຊຸມປະຈຳການລັດຖະບານເຮັດວຽກກັບບັນດາວິສາຫະກິດພາກເອກະຊົນໃຫຍ່ - ảnh 1ທີ່ກອງປະຊຸມ
(ພາບ: VGP)

        ຕອນເຊົ້າວັນທີ 21 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ “ຜູ້ປະຈຳການລັດຖະບານເຮັດວຽກກັບບັນດາວິສາຫະກິດພາກເອກະຊົນໃຫຍ່ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ເສີມຂະຫຍາຍບົດບາດນຳໜ້າ, ເປັນເຈົ້າການເຂົ້າຮ່ວມການລົງທຶນບັນດາໂຄງການໃຫຍ່, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ”.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຊີ້ແຈ້ງວ່າ:

        “ຂ້າພະເຈົ້າປາດຖະໜາວ່າ, ບັນດານັກທຸລະກິດເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກແພງປະຊາຊົນ. ນີ້ແມ່ນມູນເຊື້ອ, ແມ່ນມໍລະດົກວັດທະນະທຳຂອງພວກເຮົາ, ເປັນບ່ອນອີງຂອງ ຫວຽດນາມ - ນັ້ນແມ່ນຊົນຊາດ, ນ້ຳໃຈປະຊາຊົນຮ່ວມຊາດ, ອຸມຊູຊ່ວຍເຫຼືອຊຶ່ງກັນແລະກັນ ເພື່ອໜູນຊ່ວຍກັນພ້ອມກັນພັດທະນາ. ວິສາຫະກິດ, ນັກທຸລະກິດເສີມຂະຫຍາຍບົດບາດປະຫວັດສາດຂອງຕົນເພື່ອປະກອບສ່ວນໃຫ້ແກ່ປະເທດຊາດ, ສ້າງບາດກ້າວບຸກທະລຸ, ໂດຍສະເພາະແມ່ນໃນໄລຍະປະຈຸບັນ ພາຍຫຼັງຊຸມເດືອນປີຕ້ານພະຍາດໂຄວິດ - 19 ແລະ ໃນໄລຍະເກີດພາຍຸ Yagi ຜ່ານມາ. ມີພຽງ 1 ປີ, ພວກເຮົາຈະກ້າວເຂົ້າສູ່ສັງກະລາດໃໝ່ ແມ່ນສັງກະລາດ 100 ປີແຫ່ງການນຳພາຂອງພັກໃນປີ 2030, ປະເທດຕ້ອງສ້າງຜົນງານເພື່ອຂ່ຳນັບຊົມເຊີຍ”.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືບາງບັນຫາພື້ນຖານ, ໃນນັ້ນໄດ້ປຶກສາຫາລືເພື່ອໃຫ້ຂໍ້ສັງເກດ, ຕີລາຄາລະອຽດກ່ຽວກັບທີ່ຕັ້ງ, ບົດບາດຂອງວິສາຫະກິດພາກເອກະຊົນໃຫຍ່. ເສດຖະກິດພາກເອກະຊົນພວມຮັກສາບົດບາດສຳຄັນໃນພື້ນຖານເສດຖະກິດ, ປະກອບເກືອບ 45% GDP ຂອງທົ່ວປະເທດ, ກວ່າ 40% ຈຳນວນເງິນລົງທຶນປະຕິບັດຕາມຮູບແບບຫັນເປັນສັງຄົມ, ສ້າງວຽກເຮັດງານທຳໃຫ້ແກ່ 85% ຈຳນວນຜູ້ອອກແຮງງານໃນທົ່ວປະເທດ; ກວມເອົາ 35% ຍອດວົງເງິນນຳເຂົ້າ ແລະ 25% ຍອດວົງເງິນສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ