ກອງປະຊຸມປະຈຳປີບັນດາອົງການອຸປະຖຳພັດທະນາອາຊີ-ປາຊີຟິກ

ກອງປະຊຸມປະຈຳປີບັນດາອົງການອຸປະຖຳພັດທະນາອາຊີ-ປາຊີຟິກ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ແລກປ່ຽນ
ພ້ອມກັບບັນດາຜູ້ແທນສາກົນ
(ພາບ: vietbao.vn)


(vovworld) – ​“ບັນດາອົງການ​ອຸປະຖຳ​ພັດທະນາ ​ແລະ ພື້ນຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ, ​ແຜນນະ​ໂຍບາຍ, ບັນດາ​ການ​ເຄື່ອນ​ໄຫວ​ພຶດຕິ​ກຳ​ຕົວ​ຈິງ ​ແລະ ສິ່ງ​ທ້າ​ທາຍ”​. ນັ້ນ​ແມ່ນ​ຫົວ​ຂໍ້ຂອງ​ກອງ​ປະຊຸມ​ປະຈຳ​ປີ​ບັນດາ​ອົງການ​ອຸປະຖຳ​ພັດທະນາ​ອາຊີ-​ປາຊີ​ຟິກ (ADFIAP) ຄັ້ງ​ທີ 38 ​ຖືກໄຂຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/5 ຢູ່ ນະຄອນ ຍາ​ຈາງ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຢືນຢັນ​ວ່າ: ກອງ​ປະຊຸມ​ປະຈຳ​ປີ​ບັນດາ​ອົງການ​ອຸປະຖຳ​ພັດທະນາ​ອາຊີ-​ປາຊີ​ຟິກ ຄັ້ງ​ທີ 38 ​ແມ່ນ​ເຫດການ​ສຳຄັນ, ສະ​ແດງ​ໃຫ້​ເຫັນ​ບົດບາດ​ການ​ຮ່ວມ​ມື ​ແລະ ພັດທະນາ​ແບບ​ຍືນຍົງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ:

    “ອຸປະຖຳ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຕາມ​ທິດ​ຍືນ​ຍົງ ​ແມ່ນ​ຫົວ​ຂໍ້​ແທດ​ຈິງ, ​ເໝາະ​ສົມ​ກັບ​ຄວາມຮຽກຮ້ອງຕ້ອງການ​​ຕົວ​ຈິງ ​ແລະ ສິ່ງ​ທ້າ​ທາຍ​ທີ່​ພວມ​ວາງ​ອອກ​ໃນ​ໄລຍະ​ປະຈຸ​ບັນ​. ຍາມ​ໃດລັດຖະບານ ຫວຽດນາມ ກໍ​ສ້າງ​ເງື່ອນ​ໄຂ​ໜູນ​ຊ່ວຍ ​ເພື່ອ​ໃຫ້​ບັນດາ​ນັກ​ອຸປະຖຳ​ຮ່ວມ​ມື​ລົງ​ທຶນ​​ໃນ​ບັນ​ດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ຢູ່ ຫວຽດນາມ ປະສົບ​ຜົນສຳ​ເລັດ​”.

ຂ່າວ/ບົດ​ອື່ນ