ກອງປະຊຸມປະສານງານປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ ຄັ້ງທີ 10

(VOVWORLD) - ວັນທີ 22 ມີນາ, ທີ່ ຈາກາຕາ, ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມປະສານງານປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ (ASCCO) ຄັ້ງທີ 10
ກອງປະຊຸມປະສານງານປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ ຄັ້ງທີ 10 - ảnh 1ທີ່ກອງປະຊຸມ

ດ້ວຍການເຂົ້າຮ່ວມຂອງຜູ້ແທນ 10 ປະເທດ ອາຊຽນ, ຄະນະເລຂາອາຊຽນ, ພ້ອມດ້ວຍຜູ້ຕາງໜ້າ 14 ອົງການຈັດຕັ້ງສາກົນຂອງ ອາຊຽນ ພວມເຂົ້າຮ່ວມການຜັນຂະຫຍາຍແຜນການສັງລວມປະຊາຄົມການເມືອງ - ຄວາມໝັ້ນຄົງ (APSC) 2025. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມລວມມີຜູ້ຕາງໜ້າ ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງຕຳຫລວດ ແລະ ກະຊວງຍຸຕິທຳ.

        ກອງປະຊຸມໄດ້ສຳຫລວດກວດກາຄືນສະພາບການປະຕິບັດແຜນການສັງລວມກ່ຽວກັບ APSC 2025 ແລະ ແລກປ່ຽນບັນດາທິດທາງ, ມາດຕະການຜັນຂະຫຍາຍໃນໄລຍະຈະມາເຖິງ. ກ່ຽວກັບບັນຫາທະເລຕາເວັນອອກ, ອາຊຽນ ສືບຕໍ່ຢັ້ງຢືນຄືນບັນດາຫຼັກການເຊິ່ງໄດ້ຕົກລົງແລ້ວ ກ່ຽວກັບຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ, ເຄົາລົບກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນດ້ວຍສັນຕິວິທີ, ລະງັບໃຈ ແລະ ບໍ່ມີບັນດາການກະທຳເຮັດໃຫ້ການຂັດແຍ້ງກັນສັບສົນ, ປອດການທະຫານ, ປະຕິບັດຖະແຫຼງການຂອງບັນດາຝ່າຍກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ. ຕາມນັ້ນແລ້ວ ກອງປະຊຸມໄດ້ຮັບຮູ້ກອບ COC ເຊິ່ງໄດ້ຮັບການຮັບຮອງເອົາ ແລະ ເຈລະຈາລະຫວ່າງ ອາຊຽນ ແລະ ຈີນ ກ່ຽວກັບ COC ໄດ້ເລີ່ມເຄື່ອນໄຫວຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ