ວັນທີ 3/1, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມໄດ້ຈັດກອງປະຊຸມຜັນຂະຫຍາຍໜ້າທີ່ວຽກງານຂະແໜງອຸດສາຫະກຳປີ 2012. ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ເນັ້ນໜັກວ່າ ໜຶ່ງໃນບັນດາໜ້າທີ່ສຳຄັນຂອງຂະແໜງອຸດສາຫະກຳ ແລະ ການຄ້າໃນປີນີ້ ແມ່ນສຸມໃສ່ແກ້ໄຂຄວາມຫຍູ້ງຍາກ, ຮັກສາ ແລະ ພັດທະນາການຜະລິດອຸດສາຫະກຳຕິດພັນກັບສ້າງໂຄງປະກອບຄືນໃໝ່ນັບແຕ່ຂອດຍຸດທະສາດ, ວາງແຜນກຳນົດພັດທະນາວິສາຫະກິດ, ຂະແໜງຜະລິດສິນຄ້າຕາມທິດຍົກສູງສະມັດຕະພາບ, ຄຸນະພາບ ແລະ ການແກ່ງແຍ້ງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເໜີຂະແໜງອຸດສາຫະກຳ ແລະ ການຄ້າຕ້ອງສ້າງແຜນການ,ຍຸດທະສາດ ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບເພື່ອພັດທະນາ, ເປັນຕົ້ນແມ່ນເສີມຂະຫຍາຍທ່າໄດ້ປຽບກ່ຽວກັບ ດ້ານການເມືອງມີສະຖຽນລະພາບ, ພັດທະນາອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດດ້ວຍມຸນຄ່າເພີ່ມສູງ,ຂຸດຄົ້ນຄວາມສາມາດບົ່ນຊ້ອນຕະຫຼາດພາຍໃນປະເທດດ້ວຍຈຳນວນປະຊາກອນເກືອບ 90 ລ້ານຄົນ... ທ່ານກ່ວາວ່າ:
“ຂະແໜງອຸດສາຫະກຳ ແລະ ການຄ້າຕ້ອງພ້ອມກັບທົ່ວປະເທດແກ້ໄຂຄວາມຫຍູ້ງຍາກ, ຮັກສາລະດັບການເຕີບໂຕ, ພັດທະນາການຜະລິດອຸດສາຫະກຳຕິດພັນກັບການຫັນປ່ຽນ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່. ຫາກບໍ່ແມ່ນຮັກສາແບບທຳມະດາ, ຕ້ອງຮັກສາການຜະລິດໃຫ້ ຕິດພັນກັບການສ້າງໂຄງປະກອບໃນວິສາຫະກິດແຕ່ລະແຫ່ງ, ໃນແຕ່ລະຂະແໜງຜະລິດສິນຄ້າຂອງທົ່ວປະເທດຄືນໃໝ່ ແລະ ພິເສດແມ່ນໃນຂະແໜງອຸດສາຫະກຳ, ອຸດສາຫະກຳ - ການຄ້າຫວຽດນາມ,ຕາມທິດຍົກສູງຄຸນນະພາບ, ປະສິດທິຜົນ, ກຳລັງແກ່ງແຍ້ງຂອງສິນຄ້າ”
ທ່ານນາຍົກລັດຖະມົນຕີຍັງສະເໜີວ່າ: ພ້ອມກັບການສຸມໃສ່ຊີ້ນຳວຽກງານການສົ່ງອອກ - ນຳເຂົ້າເປັນຢ່າງດີໃນຕົ້ນປີແລ້ວ, ຂະແໜງອຸດສາຫະກຳ - ການຄ້າຕ້ອງເພີ່ມທະວີວຽກງານຄຸ້ມຄອງຕະຫຼາດ, ຮັບປະກັນການຄວບຄຸມລາຄາ... ໄປຄຽງຄູກັນນັ້ນ, ໃນປີ 2012 ຂະແໜງອຸດສາຫະກຳ - ການຄ້າສືບຕໍ່ເພີ່ມທະວີວຽກງານເຊື່ອມໂຍງເຂົ້າກັບສາກົນ, ພິເສດແມ່ນຕໍ່ສູ້ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສິນຄ້າຫວຽດນາມ, ເຈລະຈາເປີດກ້ວາງຕະຫຼາດຕື່ມອີກ, ສ້າງເງື່ອນໄຂ ແລະ ແນະນຳວິສາຫະກິດຂຸດຄົ້ນທ່າໄດ້ປຽບຢູ່ໃນບັນດາສັນຍາການຄ້າເສລີຫຼາຍຝ່າຍ ແລະ 2 ຝ່າຍເຊິ່ງຫວຽດນາມໄດ້ລົງນາມ.