ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ |
(vovworld)- ຕອນເຊົ້າວັນທີ 4/1, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີຕຫວຽດນາມ ວູ້ດຶກດາມ ໄດ້ເຂົ້າຮ່ວມ ກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີຈັດຕັ້ງ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ຊີ້ແຈ້ງວ່າ ເຖິງວ່າດັດຊະນີການປ່ຽນໃໝ່ປະດິດຄິດສ້າງບັນລຸລະດັບດີພໍສົມຄວນກໍຕາມ, ແຕ່ຄວາມສາມາດແກ່ງແຍ້ງຂອງຫວຽດນາມຍັງບໍ່ທັນສູງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ຍົກອອກ 6 ປັດໄຈເພື່ອພັດທະນາ ວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ນັ້ນແມ່ນລະບອບລະບຽບການ, ກົນໄກ, ສິ່ງແວດລ້ອມ, ມະນຸດ, ພະນັກງານ ວິທະຍາສາດ ແລະ ເຕັກໂນໂລຢີ, ແຫຼ່ງເງິນລົງທຶນ, ພື້ນຖານໂຄງລ່າງ, ຄວາມສາມາດເຊື່ອມໂຍງ…ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ :
“ ຄົ້ນຄ້ວາວິທະຍາສາດຕ້ອງຕິດພັນກັບຕະຫຼາດບົນພື້ນຖານຕ້ອງເຂົ້າໃຈວ່າ ຕະຫຼາດພວມຕ້ອງການຫຍັງ, ແລະ ຈະຕ້ອງການຫຍັງເພື່ອວາງອອກທິດກ້າວເດີນທີ່ສອດຄ່ອງ. ຄຸນນະພາບ, ຄຸນຄ່າທີ່ໄດ້ມາຂອງຜະລິດຕະພັນເຕັກໂນໂລຢີ ກໍຕ້ອງໂດຍແມ່ນຕະຫຼາດຕີລາຄາ, ຕັດສິນ ”