ກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດ ສະຫລຸບການປະຕິບັດແຜນຮ່າງຊອກຫາ, ທ້ອນໂຮມອັດຖິທະຫານ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ, ທ້ອນໂຮມອັດຖິ ແລະ ພິສູດເອກະລັກບຸກຄົນລາຍຊື່
ກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດ ສະຫລຸບການປະຕິບັດແຜນຮ່າງຊອກຫາ, ທ້ອນໂຮມອັດຖິທະຫານ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດໄດ້ຈັດຕັ້ງກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີເນັດຢູ່ 70 ຈຸດເພື່ອແນໃສ່ສະຫລຸບການປະຕິບັດແຜນຮ່າງຊອກຫາ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ແຜນການຢັ້ງຢືນອັດຖິທີ່ຍັງບໍ່ທັນມີຂໍ້ມູນຄົບຖ້ວນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ, ທ້ອນໂຮມອັດຖິ ແລະ ພິສູດເອກະລັກບຸກຄົນລາຍຊື່ຂອງອັດຖິທະຫານເສຍສະຫຼະຊີວິດເພື່ອຊາດເປັນປະທານກອງປະຊຸມ.

        ທີ່ກອງປະຊຸມ, ບັນດາຜູ້ແທນໃຫ້ຮູ້ວ່າ: ໃນວິວັດການຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຍັງປະສົບກັບຄວາມຫຍຸ້ງຍາກ. ບັນດາຜູ້ແທນສະເໜີໃຫ້ບັນດາຫົວໜ່ວຍສະໜອງຈຸດພິກັດ ເພື່ອສ້າງຄວາມສະດວກໃຫ້ແກ່ການສຳຫຼວດກວດກາ, ຊອກຫາ, ທ້ອນໂຮມອັດຖິ.

ຕອບກັບ

ຂ່າວ/ບົດ​ອື່ນ