ກອງປະຊຸມພິເສດອາຊຽນ: ຕັດສິນໃຈຊອກຫາມາດຕະການໂດຍສັນຕິວິທີໃຫ້ແກ່ມຽນມາ

(VOVWORLD) -ກອງປະຊຸມແມ່ນແນໃສ່ພິຈາລະນາຄວາມຄືບໜ້າຂອງເລື່ອງປະຕິບັດແຜນການເຫັນດີເຫັນພ້ອມ 5 ຂໍ້ ເຊິ່ງໄດ້ຮັບຄວາມເຫັນດີຈາກບັນດາການນຳ ອາຊຽນ ໃນເດືອນ ເມສາ 2021
ກອງປະຊຸມພິເສດອາຊຽນ: ຕັດສິນໃຈຊອກຫາມາດຕະການໂດຍສັນຕິວິທີໃຫ້ແກ່ມຽນມາ - ảnh 1(ກອງປະຊຸມພິເສດເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ມຽນມາ)

        ຕອນເຊົ້າວັນທີ 27 ຕຸລາ, ຢູ່ສຳນັກງານຄະນະເລຂາ ອາຊຽນ, ທີ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໄດ້ດຳເນີນກອງປະຊຸມພິເສດເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ມຽນມາ. ກອງປະຊຸມແມ່ນແນໃສ່ພິຈາລະນາຄວາມຄືບໜ້າຂອງເລື່ອງປະຕິບັດແຜນການເຫັນດີເຫັນພ້ອມ 5 ຂໍ້ ເຊິ່ງໄດ້ຮັບຄວາມເຫັນດີຈາກບັນດາການນຳ ອາຊຽນ ໃນເດືອນ ເມສາ 2021, ລວມທັງຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງ, ເພີ່ມທະວີການອຸປະຖຳມະນຸດສະທຳ, ແຕ່ງຕັ້ງທູດພິເສດ ອາຊຽນ ກໍຄືຊຸກຍູ້ການເຈລະຈາລະຫວ່າງບັນດາຝ່າຍ… ບົນພື້ນຖານນັ້ນ, ອາຊຽນ ໄດ້ເຫັນດີເປັນເອກະພາບຕໍ່ຫຼັກໝັ້ນ ແລະ ວິທີສຳຜັດ ກໍຄືມາດຕະການຕໍ່ໄປສຳລັບວິກິດການຢູ່ ມຽນມາ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ກຳປູເຈຍ Prak Sokhon ເນັ້ນໜັກວ່າ, ເລື່ອງແກ້ໄຂວິກິດການຢູ່ ມຽນມາ ຮຽກຮ້ອງຕ້ອງມີຄວາມອົດທົນ ແລະ ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງກວ່າອີກ ເພື່ອບັນລຸໄດ້ມາດຕະການແກ້ໄຂໂດຍສັນຕິວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ