ກອງປະຊຸມມອບໝາຍວຽກງານຂອງຜູ້ປະຈຳການສະພາປະຊາຊົນ 6 ແຂວງທິດເໜືອພາກກາງ

(VOVWORLD) - ວັນທີ 04 ສິງຫາ, ທີ່ນະຄອນ ເຫວ້, ໄດ້ດຳເນີນກອງປະຊຸມມອບໝາຍວຽກງານຂອງຜູ້ປະຈຳການສະພາປະຊາຊົນ 6 ແຂວງທາງທິດເໜືອພາກກາງ (ແຕ່ແຂວງ ແທງຮ໋ວາ - ແຂວງ ເທື່ອທຽນເຫວ້) ຄັ້ງທີ 2, ອາຍຸການ 2016 – 2021.
ກອງປະຊຸມມອບໝາຍວຽກງານຂອງຜູ້ປະຈຳການສະພາປະຊາຊົນ 6 ແຂວງທິດເໜືອພາກກາງ - ảnh 1 ກອງປະຊຸມມອບໝາຍວຽກງານຂອງຜູ້ປະຈຳການສະພາປະຊາຊົນ 6 ແຂວງທິດເໜືອພາກກາງ (ພາບ: quochoitv.vn)

ຫົວຂໍ້ຂອງກອງປະຊຸມແມ່ນ “ມາດຕະການເພີ່ມທະວີປະສິດທິຜົນແຫ່ງການເຄື່ອນໄຫວຊັກຖາມ, ອະພິປາຍຢູ່ກອງປະຊຸມຂອງສະພາປະຊາຊົນ ແລະ ວາລະປະຊຸມຂອງຜູ້ປະຈຳການສະພາປະຊາຊົນແຂວງ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ຕີລາຄາສູງບັນດາມາດຕະການ, ໝາກຜົນທີ່ບັນລຸໄດ້ຂອງສະພາປະຊາຊົນບັນດາແຂວງ, ນະຄອນຢູ່ທາງທິດເໜືອພາກກາງ ແລະ ເນັ້ນໜັກວ່າ: ສະພາປະຊາຊົນບັນດາແຂວງ, ນະຄອນຍົກສູງຄຸນນະພາບປະສິດທິຜົນແຫ່ງການເຄື່ອນໄຫວຊັກຖາມ, ອະພິປາຍຢູ່ກອງປະຊຸມ; ເພີ່ມທະວີການຕິດຕາມກວດກາຫົວເລື່ອງສະເພາະ, ສຸມໃສ່ແກ້ໄຂບັນດາບັນຫາເຄັ່ງຮ້ອນຂອງທ້ອງຖິ່ນ…ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຮຽກຮ້ອງສະພາປະຊາຊົນບັນດາແຂວງທາງທິດເໜືອພາກກາງ ເສີມຂະຫຍາຍບົດບາດເປັນອົງການ ສິດອຳນາດແຫ່ງລັດຢູ່ທ້ອງຖິ່ນ, ແມ່ນລະບອບລະບຽບການສຳຄັນ ປະກອບສ່ວນຢ່າງແທດຈິງ ເຂົ້າໃນການປະຕິບັດມະຕິຂອງພັກ, ນຳມະຕິເຂົ້າສູ່ຊີວິດການເປັນຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ