ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຍີ່ປຸ່ນ

(VOVWORLD) - ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 (AMM-52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 01 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຍີ່ປຸ່ນ.
ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຍີ່ປຸ່ນ - ảnh 1 ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຍີ່ປຸ່ນ (ພາບ: TTXVN)

        ທີ່ກອງປະຊຸມ, ທ່ານຮອງນາຍົດລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ໄດ້ຊົມເຊີຍບັນດາບາດກ້າວຕັ້ງໜ້າໃນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາດ້ວຍເສົາຄ້ຳ “ຄູ່ຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ; ເພື່ອວັດທະນາຖາວອນ; ເພື່ອຄຸນນະພາບການດຳລົງຊີວິດ ແລະ ຈາກຫົວໃຈເຖິງຫົວໃຈ”, ໃນນັ້ນ ມີເລື່ອງການນຳ 2 ຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນຢູ່ກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 21, ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຍູ້ແຮງການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ອາຊຽນ - ຍີ່ປຸ່ນ ຢ່າງແຮງ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ກໍ່ຊົມເຊີຍທັດສະນະທີ່ສ້າງສັນ, ຕັ້ງໜ້າຂອງ ຍີ່ປຸ່ນ ສຳລັບບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ປາດຖະໜາຢາກໃຫ້ ຍີ່ປຸ່ນ ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ພ້ອມກັນປະກອບສ່ວນສ້າງພາກພື້ນທະເລຕາເວັນອອກໃຫ້ມີສັນຕິພາບ, ສະຖຽນລະພາບ ເພື່ອການຮ່ວມມື ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ