ກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງຮ່າຢາງປີ2014


ກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງຮ່າຢາງປີ2014 - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(vovworld)-ກອງ​ປະຊຸມ​ດັ່ງກ່າວ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/5 ຢູ່ ​ແຂວງ ຮ່າ​ຢາງ, ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ຮ່າ​ຢາງ ສົມທົບ​ກັບ​ຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ຈັດ​ຕັ້ງ​ຂຶ້ນ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ ​ແລະ ຜູ້ຕາງຫນ້າ​ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ສາກົນ ​ໄດ້​ປຶກສາ​ຫາລື, ຕີ​ລາຄາ​ສັງ​ລວມສະພາບ​ຕົວ​ຈິງ, ຄວາ​ມສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ, ການ​ກຳນົດ​ທິດ, ທັດ​ສະ​ນະ ​ແລະ ນະ​ໂຍບາຍ​ບຸລິມະສິດ​ດຶງ​ດູດ​ການ​ລົງທຶນ​ຂອງ​ແຂວງ ຮ່າ​ຢາງ​​ໃນ​ປີ 2014 ​ແລະ ຊຸມ​ປີ​ຕໍ່​ໄປ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ ຫງວຽນ​ຊວນ​ຟຸກ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ຫົວຫນ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ ​ໄດ້​ສະ​​ເຫ​ນີ​ແຂວງ ຮ່າ​ຢາງ ຄວນ​ສືບ​ຕໍ່​ສຳ​ເລັດ​ການວາງ​ແຜນ​ກຳນົດ​ພັດທະນ​າ​ເສດຖະກິດ​ສັງຄົມ, ມີ​ກົນ​ໄກ​ນະ​ໂຍບາຍ​ບຸກທະລຸ ລະດົມ​ທຸກ​ແຫ​ລ່ງກຳລັງ​ປະຕິບັດ​ການວາງ​ແຜນ​ກຳນົດ. ຮ່າ​ຢາງ​ຄວນ​ມີ​ບັນຊີ​ລາຍ​ຊື່​ໂຄງການ​ເພ່ືອ​ດຶງ​ດູດ​ການ​ລົງທຶນ​ພາຍ​ໃນ ​ແລະ​ຕ່າງປະ​ເທດ. ທ່າ​ນຮອງ​ນາຍົກລັດຖະມົນ​ຕີ ສະ​ເຫ​ນີ ​ແຂວງ ບັນດາ​ກະຊວງ​, ຂະ​ແຫນງ​ການສູນ​ກາງ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ຄວນ​ເອົາ​ໃຈ​ໃສ່​ເຖິງ​ແຂວງ ຮ່າ​ຢາງ ບໍ່​ພຽງ​ແຕ່​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ເທົ່າ​ນັ້ນ ຫາກ​ຍັງ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ອະນຸລັກ​ຮັກສາ​ວັດທະນະທຳ
ຂ່າວ/ບົດ​ອື່ນ