ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວປີ 2012

ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວປີ 2012 - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 25/11, ຄະນະ​ກຳມະການ​ປະຊາຊົນ​​ແຂວງ ຈ່າ​ວິ​ງ ​ໄດ້​ຈັດ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ, ການ​ຄ້າ ​ແລະ ການທ່ອງ​ທ່ຽວ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່​​ໃນ​ຂອບ​ເຂດ​ງານ​ບຸນ Ok om bok ປີ 2012. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີຜູ້​ແທນ 120 ທ່ານ ​ເປັນ​ການ​ນຳ​ແຂວງ​ຈ່າ​ວິ​ງ, ບັນດາ​ນັກ​ລົງທຶນ, ນັກ​ດຳ​ເນີນ​ທຸລະ​ກິດ ທີ່​ມາ​ຈາກ 12 ​ແຂວງ, ນະຄອນ​ເຂດ​ທົ່ງພຽງ​ແມ່ນ້ຳແດງ, ທາງທິດຕາ​ເວັນ​ອອກພາກ​ໃຕ້ ​ແລະ ນະຄອນ​ໂຮ່ຈິ​ມິນ. ​ແຂວງ​ຈ່າ​ວິ​ງ ​ໄດ້​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ຂໍ້ຕິດ​ຂັດຂອງ​ນັກລົງທຶນ; ແນະນຳກ່ຽວກັບຍຸດທະສາດພັດທະນາເສດຖະກິດສັງຄົມ ຂອງແຂວງຮອດປີ 2020 ແລະ ວິໄສທັດຮອດປີ 2030, ບັນດາຄວາມສາມາດບົ່ມຊ້ອນ; ຍົກອອກບັນດານະໂຍບາຍໃຫ້ບຸລິມະສິດ ແລະ ກຳນົດທິດດຶງດູດການລົງທຶນ ສ້າງກຳລັງ​ເຕີບ​ໂຕ​ເສດຖະກິດ​ຂອງ​ແຂວງ. ສິ້ນ​ສຸດ​ກອງ​ປະຊຸມ, ມີ​ໃບຮັບຮ້ອງ​ການ​ລົງທຶນ 4 ​ໃບ ຖືກມອບ​ໃຫ້​ບັນດາ​ນັກ​ລົງທຶນ, ດ້ວຍ​ຈຳນວນ​ທຶນ​​ເກື​ອບ 725 ຕື້​ດົງ.

ຂ່າວ/ບົດ​ອື່ນ