ກອງປະຊຸມສະຫຼຸບວຽກງານປີ2016ຂອງຄະນະພົວພັນຕ່າງປະເທດສູນກາງ
(ທ່ານຜູ້ປະຈຳການຄະນະເລຂາສູນກາງ ດິງເທ໋ຮີນ
ກ່າວຄຳເຫັນທີ່ກອງປະຊຸມ)
(vovworld) – ຕອນບ່າຍວັນທີ 05/01, ຄະນະພົວພັນຕ່າງປະເທດສູນກາງ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2016 ແລະ ຜັນຂະຫຍາຍໜ້າທີ່ປີ 2017. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຜູ້ປະຈຳການຄະນະເລຂາສູນກາງ ດິງເທ໋ຮີນ ໄດ້ຕີລາຄາສູງບັນດາຜົນງານອັນຕັ້ງໜ້າເຊິ່ງຄະນະພົວພັນຕ່າງປະເທດສູນກາງ ບັນລຸໄດ້ໃນປີຜ່ານມາ. ຜູ້ປະຈຳການຄະນະເລຂາສູນກາງ ດິງເທ໋ຮີນ ເນັ້ນໜັກວ່າ, ໃນສະພາບການໂລກ, ພາກພື້ນຈະສືບຕໍ່ມີບັນດາການຜັນແປທີ່ສັບສົນໃນໄລຍະຈະມາເຖິງ, ຄະນະກຳມະການພົວພັນຕ່າງປະເທດສູນກາງ ຕ້ອງສຸມໃສ່ເພີ່ມທະວີວຽກງານຄົ້ນຄວ້າ, ຄາດຄະເນກວ່າອີກ, ໂດຍສະເພາະແມ່ນຄາດຄະເນຍຸດທະສາດ, ກ່ຽວກັບນະໂຍບາຍຂອງບັນດາປະເທດໃຫຍ່, ສະພາບພາກພື້ນ ແລະ ສາກົນ. ທ່ານ ດິງເທ໋ຮີນ ກໍ່ສະເໜີຄະນະພົວພັນຕ່າງປະເທດສູນກາງ ສືບຕໍ່ປະຕິບັດວຽກງານເປັນເສນາທິການໃຫ້ເປັນຢ່າງດີ, ກວດກາ, ຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນກັບຕ່າງປະເທດຂອງພັກຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນບັນດາການເຄື່ອນໄຫວພົວພັນກັບຕ່າງປະເທດຂັ້ນສູງ… ພ້ອມກັນນັ້ນ, ແມ່ນຜັນຂະຫຍາຍມະຕິສູນກາງທີ 4 ກ່ຽວກັບເພີ່ມທະວີການກໍ່ສ້າງ, ປັບປຸງພັນເປັນຢ່າງດີ, ກໍ່ສ້າງອົງການໃຫ້ນັບມື້ນັບປອດໄສ, ເຂັ້ມແຂງ, ສືບຕໍ່ປະຕິບັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ.