ກອງປະຊຸມສຳມະນາ“ກຽນຢາງປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມິນ”

ກອງປະຊຸມສຳມະນາ“ກຽນຢາງປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມິນ” - ảnh 1
(ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງ​ວັນ​
ປະຕິບັດຄຳ​ພິ​ໄນ​ກຳ​ຂອງ​ປະທານ​ໂຮ່ຈິ​ມິນ)


(vovworld) – ວັນ​ທີ 17/11, ​ແຂວງ​ກຽນ​ຢາງ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ ດ້ວຍ​ຫົວ​ຂໍ້​ວ່າ “ກຽນ​ຢາງ ປະຕິບັດຄຳ​ພິ​ໄນ​ກຳ​ຂອງ​ປະທານ​ໂຮ່ຈິ​ມິນ” ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງ​ວັນ​ປະຕິບັດຄຳ​ພິ​ໄນ​ກຳ​ຂອງ​ປະທານ​ໂຮ່ຈິ​ມິນ. ມີ​ບົດ​ປະກອບ​ຄວາມ​ເຫັນ​ຂອງ​ບັນດາ​ການ​ນຳ, ນັກຄຸ້ມ​ຄອງ, ນັກ​ຄົ້ນຄວ້າ​ລ້ວນ​ແຕ່​ຢືນຢັນ​ວ່າ ພິ​ໄນ​ກຳ​ຂອງ​ປະທານ​ໂຮ່ຈິ​ມິນ ​ແມ່ນ​ເອກະສານ​ປະຫວັດ​ສາດທີ່​ຍິ່ງ​ໃຫຍ່, ມີ​ຄວາມ​ໝາຍ​ທາງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ຢ່າງ​ເລິກ​ເຊິ່ງ. ຄຳ​ພິ​ໄນ​ກຳ​ຂອງ​ປະທານ​ໂຮ່ຈິ​ມິນ ​ແມ່ນການໂຮມຍອດຍິ່ງຂອງ​ບັນດາ​ຄຸນຄ່າ​ປະຫວັດສາດ, ວັດທະນະທຳ, ​ແນວ​ຄິດ​ຂອງ​ເພີ່ນ; ​ແມ່ນ​​ເຂັມຊີ້ທິດໃຫ້​​ວິວັດ​ການ​ປະຕິວັດ ​ແລະ ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທ​ດຊາດ​ໃນ​ຫຼາຍດ້ານ. ຄຳພິ​ໄນ​ກຳ​ຂອງ​ປະທານ​ໂຮ່ຈິ​ມິນ ຍັງ​ສະ​ແດງ​ທາດ​ແທ້​ຄຸນສົມບັດທີ່​ໄສແຈ້ງ, ຮັບ​ໃ​ຊ້ການ​ປະຕິວັດ​, ຮັບ​ໃຊ້​ປະ​ເທດ​ຊາດ ​ແລະ ປະຊາຊົນ​ຂອງ​ນັກຮົບ​ກອມ​ມູນິດ​ທີ່​ດີ​ເດັ່ນ​​ໃນ​ຕະຫຼອດຊີວິດຂອງປະທານໂຮ່ຈິ​ມິນ; ສະ​ແດງ​ໃຫ້​ເຫັນ​ຄວາມຫວັງ​ສຸດ​ທ້າຍ​ຂອງ​ເພີ່ນ ​ແມ່ນ​ສ້າງສາ​ປະ​ເທດ​ຫວຽດນາມ ​ແຫ່ງ​ສັນຕິພາບ, ​ເອກະ​ພາບ, ​ເອກະລາດ, ປະຊາທິປະ​ໄຕ ​ແລະ ​ເຮັ່ງ​ມີ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ