(ພາບປະກອບ)
(vovworld) - ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກດ້ວຍຫົວຂໍ້ວ່າ “ປະຫວັດສາດ, ເສດຖະກິດການທະຫານ ແລະ ການໂຄສະນາກ່ຽວກັບທະເລຕາເວັນອອກ” ຫາກໍດຳເນີນໄປຢູ່ສູນວັດທະນະທຳຫວຽດນາມ ປະຈຳປາຣີ, ປະເທດຝລັ່ງ, ເພື່ອແນໃສ່ແລກປ່ຽນ ແລະ ສະໜອງບັນດາຂໍ້ມູນທີ່ເປັນພື້ນຖານ ແລະ ບັນດາຫຼັກຖານທີ່ຊັດເຈັນ ເພື່ອຢັ້ງຢືນວ່າ ບັນດາໝູ່ເກາະຮ່າງຊາ ແລະ ເຈື່ອງຊາ ແມ່ນຂຶ້ນກັບອະທິປະໄຕຂອງຫວຽດນາມ. ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາ ໄດ້ແນະນຳໂດຍສັງເຂບກ່ຽວກັບສະພາບການເມືອງ, ເສດຖະກິດ ແລະ ຄວາມສຳຄັນຂອງເຂດທະເລຕາເວັນອອກ ກໍຄືບັນດາຄວາມສາມາດບົ່ມຊ້ອນ, ບົດບາດຂອງທະເລຕາເວັນອອກ. ບັນດາບົດປະກອບຄຳເຫັນກໍເຕື້ອງເຖິງບັນດາການພິດພາດ ແລະ ບາງບັນຫາທີກ່ຽວຂ້ອງເຖິງຄວາມປອດໄພ ແລະ ການປ້ອງກັນຊາດບົນທະເລ.
ຕາມບັນດານັກຮຽນຮູ້ແລ້ວ, ໃນຕໍ່ໜ້າ, ເພື່ອຕໍ່ສູ້ຕ້ານບັນດາວິທີການໂຄສະນາທີ່ບິດເບືອນຄວາມຈິ່ງກ່ຽວກັບບັນຫາຮ່ວາງຊາ, ເຈື່ອງຊາ ແລະ ທະເລຕາເວັນອອກ, ປະຊາຊົນແຕ່ລະຄົນຕ້ອງຊອກຮູ້ເພື່ອມີຄວາມຮູ້ ແລະ ບັນດາຂໍ້ມູນທີ່ຖືກຕ້ອງກ່ຽວກັບການພິດພາດຢູ່ບັນດາເຂດນີ້, ເພີ່ມທະວີບົດຂຽນດ້ວຍພາສາອັງກິດ, ຝລັ່ງ, ຍີ່ປຸ່ນ ເພື່ອໃຫ້ໂລກເຂົ້າໃຈຢ່າງຖືກຕ້ອງກ່ຽວກັບບັນດາການພິດພາດຢູ່ທະເລຕາເວັນອອກ.