ກອງປະຊຸມສຳມະນາທາບທາມຄຳເຫັນກ່ຽວກັບແຜນການກະທຳຂອງແມ່ຍິງແລະເສດຖະກິດ APEC
ກອງປະຊຸມສຳມະນາທາບທາມຄຳເຫັນກ່ຽວກັບແຜນການກະທຳຂອງແມ່ຍິງ ແລະ ເສດຖະກິດ APEC
|
(vovworld) – ເພື່ອກະກຽມເນື້ອໃນໃຫ້ແກ່ເວທີປາໄສແມ່ຍິງ ແລະ ເສດຖະກິດ APEC, ວັນທີ 10/4, ທີ່ນະຄອນໂຮ່ຈີມິນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຕັ້ງກອງປະຊຸມ ທາບທາມຄຳເຫັນກ່ຽວກັບແຜນການກະທຳຂອງແມ່ຍິງ ແລະ ເສດຖະກິດ APEC 2017. ເວທີປາໄສແມ່ຍິງ ແລະ ເສດຖະກິດ APEC 2017 ແມ່ນເວທີປາໄສ ທີ່ມີຜູ້ແທນເຂົ້າຮ່ວມ 500 ທ່ານ ທີ່ມາຈາກ 21 ພື້ນຖານເສດຖະກິດ, ບັນດາກຸ່ມບໍລິສັດ ແລະ ບັນດາອົງການຈັດຕັ້ງໃຫຍ່. ດ້ວຍຖານະເປັນປະທານກອງປະຊຸມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມໄດ້ກຳນົດ 3 ເນື້ອໃນບຸລິມະສິດໃນເວທີປາໄສນີ້ຄື : ຊຸກຍູ້ຄວາມສະເໜີພາບລະຫວ່າງຍິງ-ຊາຍ ເພື່ອການເຕີບໂຕເສດຖະກິດແບບກວມລວມ; ຍົກສູງກຳລັງຄວາມສາມາດແກ້ງແຍ້ງ ແລະ ມີຫົວຄິດປະດິດສ້າງຂອງບັນດາວິສາຫະກິດໂດຍແມ່ນແມ່ຍິງເປັນເຈົ້າຂອງ ແລະ ຄວາມແຕກໂຕນກັນຫວ່າງລະຫວ່າງຍິງ-ຊາຍໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ.