ກອງປະຊຸມສຳມະນານັກຮຽນຮູ້ໜຸ່ມ ຫວຽດນາມ - ອິນເດຍ 2018

(VOVWORLD) - ວັນທີ 09 ສິງຫາ, ທີ່ສະຖາບັນວິທະຍາສາດສັງຄົມນອນໃນໃຈກາງນະຄອນຫລວງ ນິວເດລີ ປະເທດ ອິນເດຍ, ສູນຄົ້ນຄວ້າ ຫວຽດນາມ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ຈັດຕັ້ງກອງປະຊຸມສຳມະນານັກຮຽນຮູ້ໜຸ່ມ.
ກອງປະຊຸມສຳມະນານັກຮຽນຮູ້ໜຸ່ມ ຫວຽດນາມ - ອິນເດຍ 2018 - ảnh 1 ກອງປະຊຸມສຳມະນານັກຮຽນຮູ້ໜຸ່ມ ຫວຽດນາມ - ອິນເດຍ 2018 (ພາບ: TTXVN )

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານປະລິນຍາເອກ Ash Narain Roy ຜູ້ອຳນວຍການສະຖາບັນວິທະຍາສາດສັງຄົມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຄົ້ນຄວ້າ ແລະ ບົດບາດຂອງນັກຮຽນຮູ້ໜຸ່ມ, ພ້ອມທັງຍົກອອກຄຳແນະນຳໃຫ້ບັນດານັກຮຽນຮູ້ໜຸ່ມກ່ຽວກັບວິທີດຳເນີນການຄົ້ນຄວ້າ. ໃນຂະນະນັ້ນ, ທ່ານສາດສະດາຈານ Darvesh Gopal ສັງກັດມະຫາວິທະຍາໄລເປີດແຫ່ງຊາດ Indira Gandhi ໄດ້ເວົ້າເຖິງສາຍພົວພັນວັດທະນະທຳ, ປະຫວັດສາດຢ່າງເລິກເຊິ່ງລະຫວ່າງ 2 ປະເທດ ແລະ ນ້ຳໃຈຂອງປະຊາຊົນ ອິນເດຍ ທີ່ສະຫງວນໃຫ້ປະຊາຊົນ ຫວຽດນາມ ແລະ ທ່ານຢືນຢັນວ່າ ມີກາລະໂອກາດຢ່າງໃຫຍ່ຫລວງເພື່ອໃຫ້ 2 ປະເທດຊຸກຍູ້ການຮ່ວມມືໃນຫລາຍຂົງເຂດ, ພິເສດແມ່ນຜ່ານນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງ ອິນເດຍ.

        ກອງປະຊຸມສຳມະນາຄັ້ງນີ້ ໄດ້ສຸມໃສ່ເຂົ້າໃນບັນດາຈຸດລວມໃນແນວຄວາມຄິດການພົວພັນລະຫວ່າງ ອິນເດຍ ແລະ ຫວຽດນາມ, ກ່ຽວກັບຄວາມຂະຫຍັນຂັນເຄື່ອນໃນການພົວພັນ 2 ປະເທດ, ກ່ຽວກັບພື້ນທີ່ຍຸດທະສາດ ແລະ ຄວາມໝັ້ນຄົງລະຫວ່າງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ