ກອງປະຊຸມສຳມະນາບໍ່ເປັນທາງການຄັ້ງທີ14ຂອງASEMກ່ຽວກັບສິດທິມະນຸດ

ກອງປະຊຸມສຳມະນາບໍ່ເປັນທາງການຄັ້ງທີ14ຂອງASEMກ່ຽວກັບສິດທິມະນຸດ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/11, ຢູ່​ຮ່າ​ໂນ້ຍ
(ພາບ: vtv1)

(vovworld) – ​​ກອງ​ປະ​ຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ວິ​ສາ​ຫະ​ກິດ ແລະ ການປົກ​ປ້ອງ​ສິ​ດ​ທິ​ມະ​ນຸດ” ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/11, ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈ​ຳ​ປີ ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ຮ່ວມ​ມື ອາ​ຊີ - ເອີ​ລົບ (ASEM), ແນ​ໃສ່​ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ເພີ່ມ​ທ​ະ​ວີ​ຄວາມ​ຮູ້, ແລກ​ປ່ຽນ​ບົດ​ຮຽນລະ​ຫວ່າງ​ບັນ​ດາ​​ອົງ​ການ​ຕາງ​ໜ້າ​ຂອງ​ລັດ​ຖະ​ບານ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ, ນັກ​ຮຽນ​ຮູ້, ບັນ​ດາ​ອົງ​ການ​ການ​ເມືອງ - ສັງ​ຄົມ - ​ວີ​ຊາອາ​ຊີບ​ຂອງ 2 ທະ​ວີບ ອາ​ຊີ - ເອີ​ລົບ ໃນ​ວຽກ​ງານ​ຮັບ​ປະ​ກັນ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ. ແຕ່​ປີ 1997 ມາ​ຮອດ​ປະ​ຈຸ​ບັນ, ມີ​​ກອງ​ປະ​ຊຸມ​ສຳ​ມະ​ນາ 13 ​ຄັ້ງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ASEM ທີ່​ກ່ຽວ​ຂ້ອງ​ເຖິງຫຼາຍ​ຫົວ​ຂໍ້​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ. ປ​ີນີ້, ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ຈັດ​ຕັ້ງ​ຢູ່ ຫວຽດ​ນາມ ແຕ່​ວັນ​ທີ 18 – 20/11/2014.

        ໃນ 3 ວັນ​ດຳ​ເນີນງານນັ້ນ, ​ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື, ແບ່ງ​ປັນ​ບົດ​ຮຽນທີ່​ດີ​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ ASEM ໃນ​ການ​ຮັບ​ປະ​ກັນ ແລະ ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ບໍ​ລິ​ສັດ, ກຸ່ມ​ບໍ​ລິ​ສັດ​ສຳ​ລັບ​ເລື່ອງ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃນ​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນ, ໃນ​ນັ້ນ​ມີ​ບັນ​ດາ​ບັນ​ຫາ​ສິດ​ຂອງ​ຜູ້​ອອກ​ແຮງ​ງານ, ສິ່ງ​ແວດ​ລ້ອມ…


ຂ່າວ/ບົດ​ອື່ນ