ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບການພັດທະນາຕະຫລາດພະລັງງານຫວຽດນາມ

ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບການພັດທະນາຕະຫລາດພະລັງງານຫວຽດນາມ - ảnh 1
ພາບປະກອບ:internet


(vovworld)- ​ ​ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງຫນ້າ​ບັນດາ​ກະຊວງ, ຂະ​ແຫນງ​ການ, ສະ​ຖາ​ບັນ​ຄົ້ນ​ຄ້ວາ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ບໍລິສັດ, ກຸ່ມ​ບໍລິສັດ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ພະລັງງານ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໂລກ ພ້ອມ​ກັບ​ນັກວິທະຍາສາດ​, ຜູ້​ຊ່ຽວຊານ​ເສດຖະກິດ, ພະລັງງານ​ເປັນ​ຈຳນວນ​ຫລວງຫລາຍ.

 ທີ່​ກອງ​ປະຊຸມ​ສຳ​​ມະ​ນາ, ບັນດາ​ນັກວິທະຍາສາດ, ຜູ້​ຊ່ຽວຊານ​ເສດຖະກິດ, ພະລັງງານ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ພື້ນຖານ​ວິທະຍາສາດ​ການ​ຕະຫລາດ ​ແລະ ນະ​ໂຍບາຍສ້າງ​ລາຄາ​ພະລັງງານ​ໃນ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ, ຍົກ​ອອກ​ບັນດາ​ຜົນງານ ​ແລະ ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ກ່ຽວ​ກັບ​ລາຄາ​ພະລັງງານ​ປະຈຸ​ບັນ.

 

ຂ່າວ/ບົດ​ອື່ນ