ກອງປະຊຸມສຳມະນາສາກົນກ່ຽວກັບວິກິດການທົ່ວໂລກ


(vovworld) - ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ພາຍ​ໃຕ້​ຫົວ​ຂໍ້​ວ່າ “ວິ​ກິດ​ການ​ທົ່ວ​ໂລກ ​ແລະ ຍຸດ​ທະ​ສາດ​ຂອງ​ບັນດາ​ຂະ​ບວນການ​ຝ່າຍ​ຊ້າຍ ​ແລະ ຂະ​ບວນການ​ກ້າວຫນ້າ​ສັງ​ຄົມ​ຢູ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໂດຍ​ກອງ​ທຶນ​ສັນຕິພາບ ​ແລະ ພັດທະນາ ຫວຽດນາມ,​ ກອງ​ທຶນ Rosa Luxemburg Stiftung ​ແລະ ​ເຄືອ​ຂ່າຍ​ສາມັກຄີ​ປະຊາຊົນ ​ໃຕ້ - ​ໃຕ້ ສົມທົບ​ກັນ​ຈັດ​ຕັ້ງ​ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/8 ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາມ​ີຜູ້​ແທນ 40 ທ່ານ​ມາ​ຈາກ​ບັນດາ​ອົງການ​ສັນຕິພາບ, ອົງການ​ຈັດ​ຕັ້ງ​ສັງຄົມ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານນາງ Nguyen Thi Binh ປະທານ​ກອງ​ທຶນ​ສັນຕິພາບ ​ແລະ ພັດທະນາ ຫວຽດນາມ ​ໄດ້​ຊີ້​ແຈງ​ວ່າ:

        “​ໃນ​ຊຸມ​ປີຜ່ານມາ, ພາຍຫລັງ​ຫລາຍ​ທົດ​ສະ​ວັດ​ທີ່​ຖືກ​ສົງຄາມ​ທຳລາຍ, ຫວຽດນາມ ປາດ​ຖະຫນາ​ຢາກ​ມີ​ສະພາບ​ແວດ​ລ້ອມ​ສັນຕິ​ພາບ, ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ. ຫວຽດນາມ ​ໄດ້​ດຳ​ເນີນ​ກິດຈະການ​ປ່ຽນ​ແປງ​ໃຫມ່, ກໍ່ສ້າງ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຕາມ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ. ກິດຈະການ​ປ່ຽນ​ແປງ​ໃຫມ່​ນັ້ນ​​ໄດ້​ເຮັດ​ໃຫ້​ປະ​​ເທດ​ຊາດ​ບັນລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ. ນັ້ນ​ກໍ​ແມ່ນ​ກາລະ​ໂອກາດ ​ແຕ່​ກໍ​ແມ່ນ​ສິ່ງທ້າ​ທາຍ ພິ​ເສດ​ໃນ​ສະພາບ​ການ​ໂລກ​ພວມ​ມີ​ກາ​ນຜັນ​ແປ​ສັບສົນ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ,​ ສິ່ງ​ທົດ​ສອບ​ຫລາຍ​ປະການຄື​ປະຈຸ​ບັນ.”

 

 

ຂ່າວ/ບົດ​ອື່ນ