ກອງປະຊຸມສຳມະນາສ້າງນະໂຍບາຍ, ກົດໝາຍກ່ຽວກັບການລ້ຽງດູເດັກຫາກໍ່ເກີດ ແລະ ເດັກນ້ອຍ
(ພາບປະກອບ)
(vovworld) - ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ສ້າງນະໂຍບາຍ, ກົດໝາຍກ່ຽວກັບການລ້ຽງດູເດັກຫາກໍ່ເກີດ ແລະ ເດັກນ້ອຍ, ບົດຮຽນຂອງຫວຽດນາມ ແລະ ສາກົນ”, ໂດຍສະຖາບັນຄົ້ນຄວ້ານິຕິບັນຍັດຂອງສະພາແຫ່ງຊາດ, ອົງການອະນາໄມໂລກປະຈຳຫງວຽດນາມ, ກອງທຶນເດັກສາກົນສະຫະປະຊາຊາດ ສົມທົບກັນຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 09/04, ຢູ່ຮ່າໂນ້ຍ, ອັນໄດ້ດຶງດູດການເຂົ້າຮ່ວມຂອງບັນດາຜູ້ແທນທີ່ມາຈາກຫຼາຍປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ບັນດາຄຳເຫັນທີ່ກອງປະຊຸມສຳມະນາໄດ້ຢືນຢັນວ່າ ຖ້າຫາກລັດຖະບານຂອງບັນດາປະເທດລົງທຶນໃຫ້ຍຸດທະສາດໂພສະນາການ, ກໍ່ສາມາດແກ້ໄຂຄວາມອຶດຫິວທຸກຍາກ ແລະ ເພີ່ມ GDP ຂອງແຕ່ລະປະເທດຢ່າງໜ້ອຍສຸດແມ່ນ 2% - 3% ຕໍ່ປີ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ດຣ ດິງຊວນຖາວ, ຫົວໜ້າສະຖາບັນຄົ້ນຄວ້ານິຕິບັນຍັດຂອງສະພາແຫ່ງຊາດ ຊີ້ແຈ້ງວ່າ; ການຮັກສາສຸຂະພາບຂອງແມ່ ແລະ ເດັກປະຈຸບັນ ບໍ່ພຽງແຕ່ດປັນບັນຫາຂອງແຕ່ລະປະເທດເທົ່ານັ້ນ ຫາກຍັງກາຍເປັນຄວາມສົນໃຈລວມຂອງມວນມະນຸດອີກດ້ວຍ. ທ່ານ ດິງຊວນຖາວ ໃຫ້ຮູ້ກ່ຽວກັບບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນຂົງເຂດນີ້ວ່າ.
“ຫວຽດນາມ ມານະພະຍາຍາມໃນການສ້າງບັນດານະໂຍບາຍ ແລະ ໂຄງການເຄື່ອນໄຫວ ເພື່ອແນໃສ່ປົກປ້ອງສິດທິເດັກ ແລະ ຜົນປະໂຫຍດຂອງເດັກໃນຊຸມປີມໍ່ໆມານີ້. ເລື່ອງຮັບຮອງເອົາກົດໝາຍ 2 ສະບັບແມ່ນກົດໝາຍວ່າດ້ວຍແຮງງານສະບັບປັບປຸງ, ເພີ່ມເຕີ່ມ ແລະ ກົດໝາຍວ່າດດ້ວຍການໂຄສະນາ ດ້ວຍບັນດາຂໍ້ກຳນົດເພີ່ມເວລາພັກຜ່ອນຂອງຜູ້ຖືພາມານ ແລະ ຫາກໍເກີດລູກ ແລະ ຂໍ້ມາຕາກຳນົດຫ້າມໂຄສະນາບັນດາຜະລິດຕະພັນອາຫານທົດແທນໃຫ້ນ້ຳນົມຂອງແມ່ ໃຫ້ແກ່ເດັກມີອາຍຸຕໍ່າກວ່າ 24 ເດືອນ ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງລັດຫວຽດນາມ”.