(vovworld) – ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ, ຕອນເຊົ້າວັນທີ 08/05, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ຫ້ອງການສູນກາງພັກ ແລະ ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໄດ້ສົມມົບກັນຈັດຕັ້ງກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂ້ໍວ່າ “ແນວຄິດປະທານໂຮ່ຈິມິນ - ຄຸນຄ່າວັດທະນະທຳມະນຸດ ແລະ ການພັດທະນາ”. ທ່ານອະດີດປະທານປະເທດ ເຈີ່ນດຶກເລືອງ; ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ດິງເທຮີງ, ພ້ອມກັບນັກຊ່ຽວຊານ, ນັກວິທະຍາສາດເຂົ້າຮ່ວມກອງປະຊຸມເປັນຈຳນວນຫຼາຍ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ດິງເທຮີງ ຢືນຢັນວ່າ.
“ແນວຄິດໂຮ່ຈິມິນ ກ່ຽວກັບລັດທິສັງຄົມ ແລະ ກໍ່ສ້າງລັດທິສັງຄົມ, ພ້ອມກັບລັດທິມາກ - ເລນິນ, ແມ່ນພື້ນຖານແນວຄິດເພື່ອໃຫ້ພັກເຮົາພັດທະນາ. ອາດເວົ້າໄດ້ວ່າ, ລັດທິສັງຄົມຕາມປະທານໂຮ່ຈິມິນ ແມ່ນເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ທຸກຄົນລ້ວນແຕ່ມີວຽກງານງານທຳ, ມີຄວາມອີ່ນໜຳສຳລານ… ລັດທິສັງຄົມບໍ່ພຽງແຕ່ປົກປັກຮັກສາໝາກຜົນຂອງຊາດຢ່າງໝັ້ນຄົງເທົ່ານັ້ນ, ຫາກຍັງເຮັດໃຫ້ປະຊາຊົນມິຄວາມຜາສຸກ, ປະຊາຊົນມີຄວາມເສລີພາບ, ສ້າງສາ ແລະ ພັດທະນາພື້ນຖານສັນຕິພາບໃນໂລກ, ຄວາມຜາສຸກໃນບັນດາຊາດອີກດ້ວຍ”.