ກອງປະຊຸມສຳມະນາ “ຖະແຫຼງການຂອງພັກກອມມູນິດ - ຄຸນຄ່າ ແລະ ພະລັງຊີວິດໃນພາລະກິດປ່ຽນແປງໃໝ່ຢູ່ ຫວຽດນາມ”

(VOVWORLD) -  ມີກ່ວາ 70 ບົດປະກອບຄຳເຫັນໄດ້ສະເໜີ ແລະ ສົ່ງເຖິງກອງປະຊຸມສຳມະນາໄດ້ໄຈ້ແຍກ, ອະທິບາຍເລິກເຊິ່ງບັນດາເນື້ອໃນພື້ນຖານໃນຖະແຫຼງການຂອງພັກກອມມູນິດ; ເຮັດຈະແຈ້ງຄວາມໝາຍ, ຄຸນຄ່າທິດສະດີ
ກອງປະຊຸມສຳມະນາ “ຖະແຫຼງການຂອງພັກກອມມູນິດ - ຄຸນຄ່າ ແລະ ພະລັງຊີວິດໃນພາລະກິດປ່ຽນແປງໃໝ່ຢູ່ ຫວຽດນາມ” - ảnh 1 ສາດສະດາຈານ, ປອ ຮ່ວາງຈີ໋ບ໋າວ, ນັກຊ່ຽວຊານຂັ້ນສູງສະພາທິດສະດີສູນກາງ

ກອງປະຊຸມສຳມະນາ “ຖະແຫຼງການຂອງພັກກອມມູນິດ - ຄຸນຄ່າ ແລະ ພະລັງຊີວິດໃນພາລະກິດປ່ຽນແປງໃໝ່ຢູ່ ຫວຽດນາມ” ໂດຍສະຖາບັນການເມືອງ (ກະຊວງປ້ອງກັນປະເທດ) ຈັດຕັ້ງໃນຕອນເຊົ້າວັນທີ 30 ມັງກອນ 2018.

        ມີກ່ວາ 70 ບົດປະກອບຄຳເຫັນໄດ້ສະເໜີ ແລະ ສົ່ງເຖິງກອງປະຊຸມສຳມະນາໄດ້ໄຈ້ແຍກ, ອະທິບາຍເລິກເຊິ່ງບັນດາເນື້ອໃນພື້ນຖານໃນຖະແຫຼງການຂອງພັກກອມມູນິດ; ເຮັດຈະແຈ້ງຄວາມໝາຍ, ຄຸນຄ່າທິດສະດີ, ພຶດຕິກຳຕົວຈິງທີ່ມີພະລັງຊີວິດຍືນຍົງຄົງຕົວຂອງຖະແຫຼງການຂອງພັກກອມມູນິດ. ໃນບົດຄວາມເຫັນຂອງຕົນ, ສາດສະດາຈານ, ປອ ຮ່ວາງຈີ໋ບ໋າວ, ນັກຊ່ຽວຊານຂັ້ນສູງສະພາທິດສະດີສູນກາງ, ໃຫ້ຮູ້ວ່າ:

        “ຖະແຫຼງການຂອງພັກກອມມູນິດ ແມ່ນການທ້ອນໂຮມບັນດາຄຸນຄ່າແບບຢ່າງກ່ຽວກັບວັດທະນະທຳມະນຸດ. ຈຸດຕົ້ນຕໍໃນຄຸນຄ່າວັດທະນະທຳມະນຸດຂອງຖະແຫຼງການພັກກອມມູນິດ, ແມ່ນຊອກຫາກຳລັງປະຕິວັດ, ນັ້ນແມ່ນຊົນຊັ້ນກຳມະກອນ ເຊິ່ງໃນສະໄໝນັ້ນໄດ້ເອີ້ນວ່າຊົນຊັ້ນກຳມະຊີບ. ຊົນຊັ້ນກຳມະກອນແມ່ນຕາງໜ້າໃຫ້ແກ່ກຳລັງການຜະລິດທີ່ກ້າວໜ້າ, ຕາງໜ້າໃຫ້ທ່າອ່ຽງການພັດທະນາຂອງປະຫວັດສາດ.”

ຕອບກັບ

ຂ່າວ/ບົດ​ອື່ນ