ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຊີ້​ນຳ​ວຽກ​ງານ​ຮັບ​ມື​ກັບ​ໄພ​ນ້ຳ​ຖ້ວມ​ຢູ່ ບັກ​ຢາງ ຢ່າງ​ຮີບ​ດ່ວນ

(VOVWORLD) -    ຕອນເຊົ້າວັນທີ 10 ກັນຍາ, ຕໍ່ໜ້າສະພາບການຝົນຕົກນ້ຳຖ້ວມມີການຜັນແປຢ່າງສັບສົນ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຢູ່ບັນດາແຂວງພາກເໜືອ ຫວຽດນາມ ທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງນັບທັງຊີວິດອິນຊີ, ຊັບສິນ ແລະ ສົ່ງຜົນກະທົບຢ່າງຮ້າຍແຮງເຖິງການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດກາສະພາບນ້ຳຖ້ວມຢູ່ເທດສະບານ ຫວຽດອຽນ, ແຂວງ ບັກຢາງ ແລະ ແຂວງ ບັກນິງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຊີ້​ນຳ​ວຽກ​ງານ​ຮັບ​ມື​ກັບ​ໄພ​ນ້ຳ​ຖ້ວມ​ຢູ່ ບັກ​ຢາງ ຢ່າງ​ຮີບ​ດ່ວນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດກາສະພາບນ້ຳຖ້ວມຢູ່ເທດສະບານ ຫວຽດອຽນ, ແຂວງ ບັກຢາງ (ພາບ: VOV)

ໂດຍມີໜ້າຢູ່ບັນດາຕາແສັງ ຕາມດ່າ, ວ້ານອານ, ເມືອງ ອຽນຟອງ, ແຂວງ ບັກນິງ ແລະ ບັນດາຕາແສງ ຕຽນເຊີນ, ເວິນຮ່າ, ເທດສະບານ ຫວຽດອຽນ ແຂວງ ບັກຢາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລະດົມກຳລັງໃຈແກ່ປະຊາຊົນຢູ່ບັນດາຕາແສງດັ່ງກ່າວ, ພ້ອມທັງສະເໜີອຳນາດການປົກຄອງທ້ອງຖິ່ນສອງແຂວງ ຍົກຍ້າຍປະຊາຊົນໄປຍັງບ່ອນປອດໄພ, ບໍ່ປະໃຫ້ປະຊາຊົນຂາດແຄນອາຫານ,ເຄື່ອງນຸ່ງ, ບໍ່ມີບ່ອນຢູ່ບ່ອນກິນ. ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ຮີບເຮັ່ງຂົນສົ່ງອາຫານ, ທັນຍາຫານ, ເຄື່ອງຂອງທີ່ຈຳເປັນ, ນ້ຳດື່ມ, ນ້ຳສະອາດ… ເພື່ອສະໜອງໃຫ້ແກ່ປະຊາຊົນທີ່ຕົກຢູ່ໂດດດ່ຽວໃນເວລາໄວທີ່ສຸດເທົ່າທີ່ໄວໄດ້.

        ຖັດຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ຊີ້ນຳກອງປະຊຸມທາງໄກສຳລັບບັນດາແຂວງຖືກຜົນກະທົບຈາກນ້ຳຖ້ວມເຊັ່ນ: ບັກນິງ, ບັກຢາງ, ລ່າວກາຍ, ຮວ່າບິ່ງ, ເຊີນລາ, ລາຍເຈົາ, ດ້ຽນບຽນ, ຮ່າຢາງ, ກາວບັ່ງ, ບັກກ້ານ, ອຽນບ໊າຍ, ຕວຽນກວາງ, ຝູທໍ້, ຖາຍງວຽນ, ລ້າງເຊີນ.

ຫວູຄວຽນ


ຕອບກັບ

ຂ່າວ/ບົດ​ອື່ນ