ກອງປະຊຸມສຳມະນາ ຮັບມືກັບການ ປ່ຽນແປງຂອງດິນຟ້າອາກາດ
ຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ
ພາບປະກອບ(ຈາກ internet)
(vovworld) - ຕອນເຊົ້າວັນທີ 17/2 ຢູ່ ຮ່າໂນ້ຍ, ກະຊວງຄົມມະນາຄົມຂົນສົ່ງ ສົມທົບກັບ ສະຖານທູດ ລາຊະອານາຈັກ ອັງກິດ ປະຈຳຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາທີ່ມີຫົວຂໍ້ວ່າ: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາພາຫະນະສັນຈອນທາງຄົມມະນາຄົມຂົນສົ່ງ ບໍ່ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ຊ່ຽວຊານຂອງສອງປະເທດໄດ້ປືກສາຫາລືກ່ຽວກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ສະພາບການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ, ແຜນການດຳເນີນງານຂອງກະຊວງຄົມມະນາຄົມຂົນສົ່ງໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ແລກປ່ຽນບົດຮຽນກ່ຽວກັບການພັດທະນາພາຫະນະສັນຈອນທາງຄົມມະນາຄົມຂົນສົ່ງທີ່ບໍ່ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມຂອງ ອັງກິດ. ທ່ານ ເລແມ່ນຮູ່ງ ຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ໄດ້ເນັ້ນຫນັກວ່າ: ການປ່ຽນແປງຂອງດິນຟ້າອາກາດແມ່ນສິ່ງທ້າທາຍໃຫຍ່ສຳລັບມວນມະນຸດ ແລະ ຢູ່ ຫວຽດນາມ, ບັນດາການປ່ຽນແປງຂອງດິນຟ້າອາກາດ ໄດ້ ແລະ ພວມເກີດຂຶ້ນໃນທຸກມື້ ໄດ້ສົ່ງຜົນສະທ້ອນບໍ່ຫນ້ອຍເຖິງການເຄື່ອນໄຫວພັດທະນາເສດຖະກິດສັງຄົມ, ໃນນັ້ນມີຄົມມະນາຄົມຂົນສົ່ງ. ທ່ານຮອງລັດຖະມົນຕີ ເລແມ່ນຮຸ່ງ ເວົ້າວ່າ:
“ໂດຍຮັບຮູ້ຢ່າງຈະແຈ້ງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ທາງກະຊວງຄົມມະນາຄົມຂົນສົ່ງ ໄດ້ປະກາດໃຊ້ແຜນການດຳເນີນງານ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໄລຍະ 2011 - 2015 ເພື່ອຕີລາຄາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ສ້າງ ຜັນຂະຫຍາຍທົດລອງບັນດາມາດຕະການຮັບມືກັບການຫລຸດຜ່ອນອາຍພິດເຮືອນແກ້ວໃນການເຄື່ອນໄຫວຄົມມະນາຄົມຂົນສົ່ງ.”