ກອງປະຊຸມສຳມະານາກ່ຽວກັບແງ່ຫວັງພັດທະນາການພົວພັນລະຫວ່າງລັດເຊຍ-ຫວຽດນາມ
(ກອງປະຊຸມສຳມະນາ “ແງ່ຫວັງພັດທະນາ
ການພົວພັນລະຫວ່າງ ລັດເຊຍ - ຫວຽດນາມ ໃນໄລຍະໃໝ່”)
(vovworld) - ວັນທີ 13/05, ຢູ່ນະຄອນຫຼວງ Moskva, ໄດ້ດຳເນີນກອງປະຊຸມສຳມະນາ “ແງ່ຫວັງພັດທະນາການພົວພັນລະຫວ່າງ ລັດເຊຍ - ຫວຽດນາມ ໃນໄລຍະໃໝ່”. ກອງປະຊຸມສຳມະນາຖືກດຳເນີນກ່ອນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຖິງລັດເຊຍ ຢ່າງເປັນທາງການ, ໄດ້ດຶງດູດການເຂົ້າຮ່ວມຂອງບັນດານັກຮຽນຮູ້, ນັກຄົ້ນຄວ້າແຖວໜ້າຂອງສະຫະພັນລັດເຊຍ. ທີ່ກອງປະຊຸມສຳມະນາ, ບັນດານັກຮຽນຮູ້ ໄດ້ຕີລາຄາ, ໄຈ້ແຍກ ແລະ ພ້ອມກັນປຶກສາຫາລືຫຼາຍແງ່ມູມຂອງການພົວພັນລະຫວ່າງລັດເຊຍ - ຫວຽດນາມ, ແງ່ຫວັງການຮ່ວມມືລະຫວ່າງ 2 ປະເທດ ໃນຫຼາຍຂົງເຂດຄື: ພະລັງງານ, ວັດທະນະທຳ, ການສຶກສາ, ການພົວພັນລະຫວ່າງລັດເຊຍ - ຫວຽດນາມ ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ລັດເຊຍ ກ້າວເຂົ້າອາຊຽນ. ບັນດາຜູ້ແທນໄດ້ຕີລາຄາສູງເລື່ອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ເລືອກເຟັ້ນສະຫະພັນລັດເຊຍ ເພື່ອໄປຢ້ຽມຢາມຢ່າງເປັນທາງການໃນການໄປຢ້ຽມຢາມຕ່າງປະເທດເປັນຄັ້ງທິດອິດ ແລະ ຖືວ່າ, ສິ່ງດັ່ງກ່າວແມ່ນມີຜົນປະໂຫຍດໃຫ້ການພົວພັນທີ່ມີມາແຕ່ດົນນານລະຫວ່າງ 2 ປະເທດ.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ Dmitry Mosyakov, ຜູ້ອຳນວຍການສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້, ອົດສະຕາລີ ແລະ ທະວີບໂອເຊອານີ, ສັງກັດສະຖາບັນຕາເວັນອອກວິທະຍາ ໃຫ້ຮູ້ວ່າ, ນອກຈາກການຮ່ວມມືໃນບັນດາບັນຫາການເມືອງສາກົນ, ໃນການຢ້ຽມຢາມລັດເຊຍ ຄັ້ງນີ້, ການນຳ 2 ປະເທດຈະເອົາໃຈໃສ່ເຖິງການຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ບັນດາໂຄງການອຸດສາຫະກຳໄຟຟ້ານິວເຄຼຍ, ເຕັກນິກດ້ານການທະຫານ…ອີກດ້ວຍ.