ກອງປະຊຸມຮັບເອົາ ຄຳເຫັນໃສ່ ຮ່າງແຜນແມ່ບົດ ປ່ອນບັດໄວ້ວາງໃຈ ຕຳແໜ່ງທີ່ສຳຄັນ

ກອງປະຊຸມຮັບເອົາ ຄຳເຫັນໃສ່ ຮ່າງແຜນແມ່ບົດ ປ່ອນບັດໄວ້ວາງໃຈ ຕຳແໜ່ງທີ່ສຳຄັນ - ảnh 1
ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ກ່າວຄຳເຫັນທີ່ກອງປະຊຸມ (ພາບ : TTXVN )


Vovworld- ຕອນ​ເຊົ້າ ວັນ​ທີ 11/9, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ການ​ສ້າງ​ແຜນ​ແມ່​ບົດ​ປ່ອນບັດ​ໄວ້​ວາງ​ໃຈ​ສຳລັບ​ບັນດາ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ​ແລະ ​ໃຫ້​ສັດຕະຍາບັນ ​ໄດ້​ຈັດ​ກອງ​ປະຊຸມ​ກັບ​ຜູ້ຕາງໜ້າ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຈຳນວນ​ໜຶ່ງ​ ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ແຜນ​ແມ່​ບົດ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ  Uong Chu Luu ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ຮອງ​ຫົວໜ້າ​ຄະນະ​ປະຈຳ​ຄະນະ​ຊີ້​ນຳ ​ໄດ້​ຊີ້​ແຈ້ງວ່າ : ​ແຜນ​ແມ່​ບົດ​ດັ່ງກ່າວ​​ແມ່ນ​ສຳຄັນ​ທີ່​ສຸດ, ປະກອບ​ສ່ວນ​ຜັນ​ຂະຫຍາຍ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ່ 4 ກ່ຽວ​ກັບ “ ບາງ​ບັນຫາ​ຮີບດ່ວນ​ໃນ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ ” . ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ​ເນັ້ນ​ໜັ້ກວ່າ :

 “ ນີ້​ແມ່ນ​ວຽກ​ງານ​ທີ່​ສຳຄັນ​ທີ່​ສຸດ ຊຶ່ງ​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ວຽກ​ງານ​ຈັດ​ຕັ້ງ​ພະນັກງານ, ມັນ​ຮຽກຮ້ອງ​ໃຫ້​ຕ້ອງ​ປະຕິບັດ​ຢ່າງ​ມີ​ປະຊາທິປະ​ໄຕ, ພາວະ​ວິ​ໄສ, ຍຸດຕິ​ທຳ ​, ​ເປີດ​ເຜີຍ ແລະ ລະມັດລະວັງ​ບົນ​ພື້ນຖານ​ລະບຽບ​ກົດໝາຍ ​ແລະ ຮັບປະກັນ​ການ​ນຳພາ​ຂອງ​ພັກ. ສະ​ເໜີ​ພວກ​ສະຫາຍ​ຈົ່ງ​ສຸມ​ໃສ່​ປຶກສາ​ຫາລື, ປະກອບ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ, ສະ​ແດງ​ທັດສະນະ, ຄຳ​ເຫັນ​ຂອງ​ຕົນ​ກ່ຽວ​ກັບ​ຮ່າງ​ແຜນ​ແມ່​ບົດ​ນີ້ ”

ຂ່າວ/ບົດ​ອື່ນ