ກອງປະຊຸມເຜີຍແຜ່ສັນຍາFTAຫວຽດນາມ-ພັນທະມິດເສດຖະກິດອາຊີ-ເອີລົບ

ກອງປະຊຸມເຜີຍແຜ່ສັນຍາFTAຫວຽດນາມ-ພັນທະມິດເສດຖະກິດອາຊີ-ເອີລົບ - ảnh 1
VBA ​ເປັນ​ປະ​ທານ​ຈັດ​ຕັ້ງ​ການ​ເຜີຍ​ແຜ່​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ພັນ​ທະ​ມິດ​ເສດຖະກິດ ອີ​ຊີ - ​ເອີ​ລົບ (FTA) ​

(vovworld) – ວັນ​ທີ 4/7, ຢູ່​ສະຖານທູດ ຫວຽດນາມ ປະຈຳ ມົດສກູ, ສະຫະ​ສະມາຄົມ​ບັນດາວິ​ສາ​ຫະກິດ ຫວຽດນາມ ປະຈຳ ສະຫະພັນ ລັດ​ເຊຍ (VBA) ​ເປັນ​ປະ​ທານ​ຈັດ​ຕັ້ງ​ການ​ເຜີຍ​ແຜ່​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ພັນ​ທະ​ມິດ​ເສດຖະກິດ ອີ​ຊີ - ​ເອີ​ລົບ (FTA) ​ແລະ ຜັນ​ຂະຫຍາຍ​ການ​ຈັດ​ຕັ້ງງານ​ຕະຫຼາດນັດ​ສິນຄ້າ ຫວຽດນາມ ມີ​ຄຸນ​ນະພາ​ບສູງຢູ່ ມົດສກູ 2015. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ບັນດາ​ນັກ​ວິ​ສາ​ຫະກິດ​ສະມາຊິກ​ຂອງ​ສະຫະ​ສະມາຄົມ, ບັນດາ​ວິ​ສາ​ຫະກິດ​ຂອງ​ຊາວ ຫວຽດນາມ ຢູ່ ສະຫະພັນ ລັດ​ເຊຍ, ພະນັກງານທູດ​​ການ​ຄ້າ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລັດ​ເຊຍ ຫງວຽນ​ແທງ​ເຊີນ.

  ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ ​ເຈີ່ນ​ດັງ​ຈູງ, ປະທານ​ສະຫະ​ສະມາຄົມ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ປະຈຳ ສະຫະພັນ ລັດ​ເຊຍ​ເນັ້ນ​ໜັກ​ພິ​ເສດ​ເຖິງ​ຄວາມ​ໝາຍ, ຄວາມ​ສຳຄັນ ​ແລະ ບັນດາ​ກາລະ​ໂອກາດ​ໃໝ່​ເຊິ່ງສັນຍາ FTA ທີ່​ຫາ​ກໍໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ ຫວຽດນາມ ກັບ 5 ປະ​ເທດ​ສະມາ​ຊິກ​ໃນພັນ​ທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ ນຳ​ມາ​​ໃຫ​້. ການ​ນຳ​ສະຫະ​ສະມາຄົມ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ປະຈຳ ສະຫະພັນ ລັດ​ເຊຍ ປາດ​ຖະໜາ​ຢາກ​ຜ່ານ​ກອງ​ປະຊຸມ​ນີ້​ແນະນຳ​ບັນດາ​ເນື້ອ​ໃນ​ພື້ນຖານ, ສຳຄັນ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ຕົ້ນຕໍ​ໃນ FTA ຫວຽດນາມ - ພັນ​ທະ​ມິດ ​ເສດຖະກິດ ອາຊີ - ​ເອີ​ລົບ, ຕີ​ລາຄາ​ຜົນ​ສະທ້ອນ​ຂອງ​ສັນຍາ​ນີ້​ເຖິງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ລັດ​ເຊຍ, ປຶກສາ​ຫາລື​ບັນດາ​ທິດ​ທາງ​ປ່ຽນ​ແປງ​ການ​ດຳ​ເນີນ​ທຸລະ​ກິດ, ກຳ​ແໜ້ນ​ກາລະ​​ໂອກາດ​ເມື່ອ​ສັນຍາ​ມີ​ຜົນ​ສັກສິດ.

                                 


ຂ່າວ/ບົດ​ອື່ນ