ກອງປະຊຸມ AMM 52: ອົດສະຕາລີ ໃຫ້ຄຳໝັ້ນສັນຍາໜູນຊ່ວຍຕ້ານການຄ້າມະນຸດຢູ່ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ວັນທີ 01 ສິງຫາ, ອົດສະຕາລີ ຖະແຫຼງວ່າຈະອຸປະຖຳເງິນຈຳນວນ 55 ລ້ານ USD ໃຫ້ແກ່ບັ້ນຕ້ານການຄ້າມະນຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ພ້ອມກັນນັ້ນກໍ່ໃຫ້ຄຳໝັ້ນສັນຍາວ່າຈະແກ້ໄຂບັນຫາ “ຂ້າທາດໃນຍຸກທັນສະໄໝ” ຢູ່ທົ່ວພາກພື້ນ.
ກອງປະຊຸມ AMM 52: ອົດສະຕາລີ ໃຫ້ຄຳໝັ້ນສັນຍາໜູນຊ່ວຍຕ້ານການຄ້າມະນຸດຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1(ພາບປະກອບ: AFP/TTXVN)

ຕາມສຳນັກຂ່າວສານ AFP ແລ້ວ, ກ່າວຄຳເຫັນຢູ່ນະຄອນຫຼວງບາງກອກ, ປະເທດໄທ ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM 52), ທ່ານນາງລັດຖະມົນຕີການຕ່າງປະເທດອົດສະຕາລີ Marise Payne ໃຫ້ຮູ້ວ່າ, ຈຳນວນເງິນອຸປະຖຳດັ່ງກ່າວແມ່ນສ່ວນໜຶ່ງໃນຍຸດທະສາດ 10 ປີລວມທັງການຝຶກຊ້ອມ, ບຳລຸງສ້າງໃຫ້ຕຳຫຼວດ ແລະ ບັນດາຜູ້ພິພາກສາຮັບໃຊ້ວຽກງານສືບສວນສອບສວນ, ພິພາກສາບັນດາເຄືອຂ່າຍອາດຊະຍາກຳ. ທ່ານນາງເນັ້ນໜັກວ່າ, ຂໍ້ລິເລີມນີ້ກໍ່ຈະໜູນຊ່ວຍບັນດາການສືບສວນສອບສວນສາກົນລວມ ເພື່ອແນໃສ່ກອບກູ້ເອົາຜູ້ປະສົບເຄາະຮ້າຍ, ກໍ່ຄືຮັບປະກັນວ່າ ບັນດາພວກຄ້າມະນຸດຕ້ອງຮັບຜິດຊອບຕໍ່ກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ