ກະຊວງການຕ່າງປະເທດວິຕົກກັງວົນຕໍ່ສະພາບການຢູ່ທະເລຕາເວັນອອກ
ກຳປັ່ນ ຈີນ ສິດນ້ຳໃສ່ກຳປັ່ນປະຕິບັດກົດໝາຍ ຫວຽດນາມ
(vovworld) - ໃນຈົດໝາຍທາງການທີ່ຝາກເຖິງສະຖານທູດຫວຽດນາມປະຈຳກຳປູເຈຍ ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ໃນວັນທີ 13/6 ນັ້ນ, ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ ໄດ້ຊີ້ແຈ້ງວ່າ, ໃນຖານະແມ່ນປະເທດລິເລີ່ມອອກຖະແຫຼງກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC). ກຳປູເຈຍຍົກສູງຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບປອດໄພບົນທະເລ. ຈົດໝາຍທາງການເນັ້ນໜັກວ່າ, ກຳປູເຈຍສະໜັບສະໜູນບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ລວມທັງດ້ານການເມືອງ, ກົດໝາຍ, ເພື່ອແນໃສ່ແກ້ໄຂການຂັດແຍ້ງກັນບົນທະເລດ້ວຍສັນຕິວິທີ, ຈົດໝາຍທາງການ ຍັງສະແດງຄວາມເຊື່ອໝັ້ນວ່າບັນດາຝ່າຍກ່ຽວຂ້ອງຈະມານະພະຍາຍາມເພື່ອບັນລຸໄດ້ ປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ເພື່ອແນໃສ່ສ້າງສະພາບແວດລ້ອມທີ່ສະດວກສະບາຍ ເພື່ອສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບໃນພາກພື້ນ. ໃນວັນດຽວກັນ. ຫ້ອງວ່າການສະພາແຫ່ງຊາດກຳປູເຈຍກໍ່ໄດ້ຝາກຈົດໝາຍທາງການ ເຖິງສະຖານທູດຫວຽດນາມປະຈຳກຳປູເຈຍ ດ້ວຍເນື້ອໃນຄ້າຍຄືກັນ.